loader image

ຕອນບ່າຍວັນທີ 14 ກໍລະກົດ 2022 ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່

Jul 14, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ແສງເດືອນ ວົງອິນ ປະທານສະຫະພັນແມ່ຍິງກະຊວງ ແລະ ທ່ານ ປອ ນາງ ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ສສຍລ; ເຂົ້າຮ່ວມມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ທັງໝົດ 19 ທ່ານ. ໂອກາດນີ້ ທ່ານ ປອ ນາງ ນິນປະເສີດ ໄຊຍະພອນສີ ໄດ້ເຜີຍແຜ່ ເອກະສານວຽກງານ 3 ດີ ທີ່ປະກອບມີເນື້ອໃນຄໍາຂວັນ, ຂໍ້ແຂ່ງຂັນ, ການຈັດຕັ້ງປະຕິບັດ, ການຕິດຕາມ ກວດກາ ແລະ ການປະເມີນຜົນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈແຈ້ງໃຫ້ຄະນະສະຫະພັນແມ່ຍິງແຕ່ລະຂັ້ນຂອງກະຊວງ ໃນການເຮັດວຽກງານ 3 ດີ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.