ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນໍາລວມຮ່າງບົດລາຍງານແຫ່ງຊາດປະຈໍາໄລຍະທີ 10ຫ້ອງການກອງເລຂາ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນໍາລວມຮ່າງບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ໃນການຈັດຕັ້ງສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ຢູ່ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານ ສສຍລ, ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ເຂົ້າຮ່ວມມີຄະນະຊີ້ນໍາລວມຮ່າງບົດລາຍງານແຫ່ງຊາດປະຈຳໄລຍະທີ 10. ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບຂະບວນການ ແລະ ການປະກອບຂໍ້ມູນໃສ່ຮ່າງບົດລາຍງານແຫ່ງຊາດປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ຢູ່ ສປປ ລາວ ແລະ ເພື່ອເປັນການສືບຕໍ່ປະຕິບັດຄໍາໝັ້ນໝາຍຂອງລັດຖະບານແຫ່ງ ສປປ ລາວ ໃນນາມເປັນພາຄີຂອງສົນທິສັນຍາດັ່ງກ່າວ, ພ້ອມທັງເພື່ອຮັບປະກັນໃຫ້ບົດລາຍງານດັ່ງກ່າວ ມີເນື້ອໃນຄົບຖ້ວນ ສາມາດສົ່ງບົດລາຍງານສະບັບດັ່ງກ່າວໃຫ້ຄະນະກຳມະການ ຊີດໍ ສາກົນໃຫ້ທັນຕາມກໍານົດເວລາ ໃນເດືອນ ພະຈິກ 2022 ນີ້.
ຕອນບ່າຍວັນທີ 11 ພຶດສະພາ 2022ຫ້ອງການກອງເລຂາ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ
