ໂທລະສັບ 021 316253

ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມ ແລະ ທ່ານຮອງປະທານຄະນະບໍລິຫານງານ ສສຍລ ເຂົ້າພົບການນຳແຂວງຫຼວງພະບາງ​

Apr 5, 2023 | ຂ່າວສານ ແລະ ກິດຈະກຳ, ເດັ່ນ

ໃນໂອກາດເຄື່ອນໄຫວຢູ່ແຂວງຫຼວງພະບາງ, ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມ ນໍາໂດຍທ່ານ ນາງ ຮາ ທິ ຫງ່າ​ ກຳມະການສູນກາງພັກ​ ປະທານຄະນະ​ບໍລິຫານງານ​ສຸນກາງສະຫະພັນແມ່ຍິງຫວຽດນາມ,​ ທ່ານ ນາງ​ ສິລິກິດ​ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ,​ ທ່ານ ນາງ ອິນທະວອນ ພົມມະຈັນ ປະທານສະຫະພັນແມ່ຍິງແຂວງ​ ແລະ ຄະນະຮັບຜິດຊອບ ໄດ້ເຂົ້າພົບການນຳແຂວງຫຼວງພະບາງ​ ທ່ານ​ ສຸກັນ ບຸນຍົງ​ ຮອງເ​ລຂາພັກແຂວງ​ ປະທານແນວລາວສ້າງຊາດແຂວງ​ ເພື່ອລາຍງານຈຸດປະສົງການມາເຄື່ອນໄຫວ ແລະ ຢ້ຽມຢາມ​ ຢ່າງເປັນທາງການໃນຄັ້ງນີ້.