ໂທລະສັບ 021 316253

ຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນແມ່ຍິງລາວ ໄດ້ໄປຢ້ຽມຢາມສະຖານເອກອັກຄະລັດຖະທູດແຫ່ງ ສປປລາວ ປະຈຳລາຊະອະນາຈັກກຳປູເຈຍ

Mar 30, 2023 | ເດັ່ນ

ໃນໂອກາດທີ່ເຄື່ອນໄຫວເຮັດວຽກຢູ່ລາຊະອະນາຈັກກຳປູເຈຍ, ຕອນແລງຂອງວັນທີ 27 ມີນາ ຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນແມ່ຍິງລາວ ໄດ້ໄປຢ້ຽມຢາມສະຖານເອກອັກຄະລັດຖະທູດແຫ່ງ ສປປລາວ ປະຈຳລາຊະອະນາຈັກກຳປູເຈຍ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳລາຊະອະນາຈັກກຳປູເຈຍ ພ້ອມຄະນະ. ໂອກາດດັ່ງກ່າວ ຄະນະຜູ້ແທນຂັ້ນສູງ ສສຍລ ໄດ້ກ່າວຈຸດປະສົງຂອງການເຄື່ອນໄຫວວຽກງານຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ຮູ້ກ່ຽວກັບຄວາມຄືບໜ້າ ແລະ ຜົນສຳເລັດທີ່ສະຫະພັນແມ່ຍິງລາວ ຍາດມາໄດ້ໃນວຽກງານພົວພັນຮ່ວມມືກັບບັນດາປະເທດສາກົນ ກໍຄືຄູ່ຮ່ວມພັດທະນາພາກສ່ວນຕ່າງໆ ໂດຍສະເພາະກັບອົງການ Oxfam ໃນວຽກງານພັດທະນາແມ່ຍິງໄລຍະມໍ່ໆມານີ້.