ໃນຕອນເຊົ້າຂອງວັນທີ 8/7/2022, ຄະນະນຳຂອງ ສສຍລ ນໍາໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ເຂົ້າຢ້ຽມຢາມ ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ຊຶ່ງທ່ານປະທານຄະນະບໍລິຫານງານ ສສຍລ ໄດ້ລາຍງານສະພາບການເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງຄະນະຜູ້ແທນລາວ ຕໍ່ທ່ານເຈົ້າແຂວງ, ພ້ອມນີ້ ກໍໄດ້ປຶກສາຫາລືກ່ຽວກັບແຜນການກໍ່ສ້າງສູນພັກເຊົາຊົ່ວຄາວສຳລັບຜູ້ຖືກເຄາະຮ້າຍ ທີ່ຈະຕັ້ງຢູ່ແຂວງຈຳປາສັກ.








