ໂທລະສັບ 021 316253

ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ(ຄຊກມດ) ຮ່ວມກັບ ຄກມດ ແຂວງອັດຕະປື

Jun 1, 2022 | ກິດຈະກຳ, ຂ່າວສານ ແລະ ກິດຈະກຳ, ແຂວງອັດຕະປື

ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ(ຄຊກມດ) ຮ່ວມກັບ ຄກມດ ແຂວງອັດຕະປື ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ​ ວັນປູກຕົ້ນໄມ້ແຫ່ງຊາດດຂຶ້ນ ທີ່ແຂວງ ອັດຕະປື ພາຍໃຕ້ຫົວຂໍ້ “ສ້າງອະນາຄົດທີ່ດີກວ່າເພື່ອເດັກທຸກຄົນ” ຊຶ່ງນຳພາໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈໍາການ ຄຊກມດ ແລະ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງໆ ອັດຕະປື ຊຶ່ງພາຍໃນງານປະກອບມີຫຼາຍມີກິດຈະກຳເຊັ່ນ: ການຢອດຢາໃຫ້ເດັກ, ຈົດທະບຽນການເກີດສຳລັບເດັກ, ສະແດງສິລະປະ ແລະ ລະຄອນສັ້ນທີ່ສະທ້ອນໃຫ້ເຫັນສິ່ງທ້າຍທາຍຕໍ່ເດັກໃນການດຳລົງຊີວິດຢູ່ໃນສັງຄົມ.​ ເຂົ້າຮ່ວມພິທີຄັ້ງນີ້ ມີຕາງໜ້າພະແນການອ້ອມຂ້າງແຂວງ,​ ຜູ້ຕາງໜ້າອົງການອຸຍນີເຊບ ແລະ ອົງການ ກອຍກາ, ຄູ ແລະ ຕົວແທນນັກຮຽນ ທີ່ມີຈາກ ໂຮງຮຽນຂອງ 05 ເມືອງພາຍໃນແຂວງ.