ໂທລະສັບ 021 316253

ຂະບວນຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສາກົນຕ້ານຢາເສບຕິດ ຄົບຮອບ 35 ປີ

Jun 25, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ຂະບວນຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສາກົນຕ້ານຢາເສບຕິດ ຄົບຮອບ 35 ປີ (ວັນທີ 26 ມິຖຸນາ 1987 – 26 ມິຖຸນາ 2022) ຈັດຂຶ້ນໃນຕອນເຊົ້າວັນທີ 25 ມິຖຸນາ 2022 ທີ່ປະຕູໄຊ (ຍ່າງຈາກປະຕູໄຊ-ຫໍຄໍາ-ປະຕູໄຊ). ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າເປີດງານໂດຍ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີບັນດາທ່ານການນໍາພັກ-ລັດ, ອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ, ບັນດາທູດ-ຕານຸທຸດ, ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.