ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ຜ່ານທິດທາງແຜນການ 5 ປີ ເປັນຕົ້ນ:
– ຢູ່ສະໂມສອນກອງພັນໃຫຍ່ 702 ໂດຍການເປັນປະທານຂອງ ທ່ານ ພັນເອກ ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍທີມງານ, ເຂົ້າຮ່ວມມີທ່ານ ພັນເອກ ສີວິໄລ ວິໄລພົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 702, ຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດຈໍານວນ 66 ສະຫາຍ, ຊາຍ 07 ສະຫາຍ.
– ຢູ່ສະໂມສອນກອງພັນໃຫຍ່ 584 ເປັນປະທານ ໂດຍທ່ານ ພັນເອກ ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍທີມງານ, ເຂົ້າຮ່ວມມີທ່ານ ພັນໂທ ບຸນຊູ ມີຈັນຄໍາ ຄະນະພັກ ຫົວໜ້າການເມືອງ ຈໍ 584, ຄະນະພັກຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດ 55 ສະຫາຍ, ຊາຍ 09 ສະຫາຍ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ).