loader image

ກະຊວງພາຍໃນ ຈັດກິດຈະກໍາການຈົດທະບຽນຄອບຄົວ ເຄື່ອນທີ່

May 31, 2022 | ກິດຈະກຳ, ຂ່າວສານ ແລະ ກິດຈະກຳ

ວັນທີ 31 ພຶດສະພາ 2022 ກະຊວງພາຍໃນ ຈັດກິດຈະກໍາການຈົດທະບຽນຄອບຄົວ ເຄື່ອນທີ່ ໂດຍເນັ້ນໃສ່ການຈົດທະບຽນແຕ່ງດອງ ແລະ ຈົດທະບຽນການເກີດ, ກິດຈະກຳຄັ້ງນີ້ ຈັດຂຶ້ນ ເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112 ປີ, ວັນເດັກນ້ອຍສາກົົນ, ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 67 ປີ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ 22 ພະຈິກ ພາຍໃຕ້ການປະທານຂອງທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ ແລະ ພະນັກງານ-ລັດຖະກອນ ພ້ອມດ້ວຍສະມາຊິກໃນຄອບຄົວ ເຂົ້າຮ່ວມ 300 ກວ່າຄົນ. ການຈັດກິດຈະກໍາຈົດທະບຽນເຄື່ອນທີ່ຄັ້ງນີ້ ຖືເປັນຄັ້ງທຳອິດ ທີ່ຈັດຂຶ້ນຢູ່ກະຊວງພາຍໃນ ເປັນການຈັດກິດຈະກຳທີ່ຕິດພັນກັບວຽກງານວິຊາສະເພາະ ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍຍຸດທະສາດຈົດທະບຽນ ແລະ ສະຖິຕິພົນລະເມືອງ ທັງເປັນການສະເຫຼີມສະຫຼອງ 2 ວັນ ປະຫວັດສາດ ທີ່ມີຄວາມໝາຍສຳຄັນຕໍ່ເດັກ ແລະ ແມ່ຍິງ. ພາຍໃນງານໄດ້ມອບໃບຈົດທະບຽນແຕ່ງດອງໃຫ້ຄູ່ສົມລົດໃໝ່, ໃບຈົດທະບຽນການເກີດ ແລະ ມອບຂອງຂວັນໃຫ້ເດັກນ້ອຍຕື່ມອີກ.