ກອງປະຊຸມແລກປ່ຽນ ເຕັກນິກການບໍລິການສະເພາະກໍລະນີ ແລະ ກໍລະນີບໍາບັດ ດ້ານຈິດຕະວິທະຍາ ແກ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ສໍາລັບແຂວງຈໍາປາສັກ, ສະຫວັນນະເຂດ, ບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ຈັດຂຶ້ນໃນວັນທີ 3 ພຶດສະພາ 2023. ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວັນນາລີ ອິນພະພົມ ຮອງຫົວໜ້າສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ມະນີຈັນ ແກ້ວວິຣິຍະວົງ ຜູ້ບໍລິຫານແຜນງານ ASEAN-ACT ປະຈໍາ ສປປ ລາວ; ມີທ່ານ ນາງ ປອ ລູເຊຍ ເປຍໂຕຼພາວລີ, ຫົວໜ້າແຜນງານ ASEAN-ACT (ເຂົ້າຮ່ວມຜ່ານອອນໄລ); ທ່ານນາງ ນູຮູ ຄໍເລຍ, ຫົວໜ້າຮັບຜິດຊອບວຽກງານຄວາມສະເໝີພາບ, ການລວມເອົາທຸກຄົນໃນສັງຄົມ ແລະ ສິດທິຂອງຜູ້ຖືກເຄາະຮ້າຍ ປະຈໍາແຜນງານ ASEAN-ACT; ຜູ້ຕາງໜ້າຈາກ ສູນໃຫ້ຄໍາປຶກສາ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ; ສູນໃຫ້ຄໍາປຶກສາປົກປ້ອງແມ່ຍິງ ແລະ ເດັກນ້ອຍ ແຂວງບໍ່ແກ້ວ; ສູນພັກເຊົາຊົ່ວຄາວ ແຂວງຫຼວງນໍ້າທາ; ສູນໃຫ້ຄໍາປຶກສາ ແລະ ຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງ ແຂວງສະຫວັນນະເຂດ; ສະຫະພົນແມ່ຍິງແຂວງ ຈໍາປາສັກ; ສະມາຄົມແສງສະຫວ່າງ ແລະ ອົງການບ້ານຈຸດສຸມສາກົນ (VFI) ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 29 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເສີມສ້າງ ແລະ ເພີ່ມທະວີຄວາມອາດສາມາດດ້ານການບໍາບັດກໍລະນີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຂອງຜູ້ໃຫ້ບໍລິການແກ່ຜູ້ເຄາະຮ້າຍຈາກການຄ້າມະນຸດ; ເປັນການເປີດໂອກາດໃນການສົນທະນາແລກປ່ຽນຄວາມຮູ້ ແລະ ປະສົບການໃນການບໍາບັດກໍລະນີ, ການເອົາຜູ້ເຄາະຮ້າຍເປັນໃຈກາງ, ການຮັບແຈ້ງການບາດເຈັບ, ຄວາມອ່ອນໄຫວທາງເພດ ໃນເວລາໃຫ້ການຊ່ວຍເຫຼືອ ແລະ ປົກປ້ອງຜູ້ຖືກເຄາະຮ້າຍ ແລະ ເພື່ອຮຽນຮູ້ປະສົບການຈາກຜູ້ຊ່ຽວຊານ ຈາກປະເທດ ອິນໂດເນເຊຍ ກ່ຽວກັບການບໍລິຫານກໍລະນີ ລວມທັງການປະຕິບັດທີ່ດີໃນການບໍາບັດກໍລະນີ; ຮ່ວມແລກປ່ຽນຄວາມຮູ້ ແລະ ປະສົບການຕົວຈິງໃນການບໍາບັດກໍລະນີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ແລກປ່ຽນບົດຮຽນ ກ່ຽວກັນການເຮັດວຽກນໍາຜູ້ຖືກເຄາະຮ້າຍ ໂດຍນໍາໃຊ້ວິທີເອົາຜູ້ຖືກເຄາະຮ້າຍເປັນໃຈກາງ.
ກອງປະຊຸມດັ່ງກ່າວຈະດໍາເນີນເປັນເວລາ 3 ວັນ ນັບແຕ່ວັນທີ 3-5 ພຶດສະພາ 2023 ໂດຍການຮ່ວມມື ລະຫວ່າງ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສສຍລ ແລະ ແຜນງານ ASEAN-ACT ປະຈໍາ ສປປ ລາວ.