loader image

ກອງປະຊຸມເຜີຍແຜ່ວຽກງານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ຈັດຂຶ້ນໃນວັນທີ 23 ມິຖຸນາ 2022

Jun 23, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ກອງປະຊຸມເຜີຍແຜ່ວຽກງານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ຈັດຂຶ້ນໃນວັນທີ 23 ມິຖຸນາ 2022 ໂດຍການເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ມີ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ, ຕາງໜ້າຈາກຄະນະກົມ-ຄະນະພະແນກ ຫ້ອງການ, ສູນ, ຫ້ອງການ ຄຊກມດ, ລັດວິສາຫະກິດຝ້າຍລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມເພື່ອເຜີຍແຜ່ການເຄື່ອນໄຫວວຽກງານຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ບັນດາທ່ານທີ່ເຂົ້າຮ່ວມທີ່ມາຈາກບັນດາກົງຈັກຊ່ວຍວຽກຂອງ ສສຍລ ໄດ້ເຂົ້າໃຈ ແລະ ຮັບຮູ້ເຖິງການຈັດຕັ້ງປະຕິບັດວຽກງານ, ຜົນງານການເຄື່ອນໄຫວຂອງສະຖາບັນ ໃນການສົ່ງເສີມແມ່ຍິງໃຫ້ເຂົ້າເຖິງແຫຼ່ງທຶນ ແລະ ການບໍລິການທາງດ້ານການເງິນ, ກໍ່ສ້າງພະນັກງານກ່ຽວກັບວຽກງານການເງິນຈຸລະພາກ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ລະບົບກົນໄກການຄຸ້ມຄອງໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ອື່ນໆ ຕາມວິໄສທັດຂອງສະຖາບັນ ທີ່ຈະກາຍເປັນສະຖາບັນການເງິນຊົນນະບົດທີ່ນໍາໜ້າ ທີ່ເຮັດວຽກເພື່ອສົ່ງເສີມ ແລະ ບັນລຸການພັດທະນາເສດຖະກິດ ແລະ ສັງຄົມໃນທາງບວກໃຫ້ແກ່ຊີວິດຂອງແມ່ຍິງໃນເຂດຊົນນະບົດໃນ ສປປ ລາວ ແລະ ເພື່ອປັບປຸງຊີວິດການເປັນຢູ່ຂອງຊົນນະບົດ ໂດຍສະເພາະແມ່ນຄົວເຮືອນທີ່ແມ່ຍິງເປັນຫົວໜ້າຄອບຄົວ ໂດຍການສະເໜີຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນທີ່ພຽງພໍໃຫ້ແກ່ຜູ້ປະກອບການຂະໜາດຈຸລະພາກ ແລະ ຂະໜາດນ້ອຍ ແລະ ຄອບຄົວຂອງພວກເຂົາ ເພື່ອຊ່ວຍໃຫ້ການເຕີບໂຕທາງດ້ານເສດຖະກິດ ແລະ ທາງດ້ານການເງິນທີ່ກວມລວມ.