ກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານ

May 7, 2025 | ຂ່າວສານ ແລະ ກິດຈະກຳ

ວັນທີ 02 ພຶດສະພາ 2025, ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ; ມີຄະນະພັກ-ຄະນະບັນຊາ, ຄະນະສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຕາງໜ້າສະມາຊິກສະຫະພັນແມ່ຍິງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນເເມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII ຄັ້ງວັນທີ 24-25ທັນວາ 2024 ທີ່ເເຂວງຈຳປາສັກ ທີ່ໄດ້ສະຫຼຸບ, ຕີລາຄາຜົນສຳເລັດ, ບັນຫາຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງ ເເລະ ການເຄື່ອນໄຫວວຽກງານສະຫະພັນເເມ່ຍິງລາວ ໃນປີ 2024 ເເລະ ກຳນົດທິດທາງຈຸດສຸມໃນປີ 2025 ເເນໃສ່ເຮັດໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ມະຕິກອງປະຊຸມໃຫຍ່ຜູ້ເເທນເເມ່ຍິງລາວທົ່ວປະເທດ ຄັ້ງທີ VIII ວາງໄວ້. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປະກອບຄຳເຫັນຕໍ່ບັນດາ (ຮ່າງ) ເອກະສານຕ່າງໆ ເລັ່ງໃສ່ການກະກຽມຄວາມພ້ອມຮອບດ້ານໃຫ້ເເກ່ກອງປະຊຸມໃຫຍ່ຜູ້ເເທນເເມ່ຍິງລາວທົ່ວປະເທດ ຄັ້ງທີ IX ທີ່ຈະໄຂຂຶ້ນໃນທ້າຍປີ 2025 ເເລະ ໄດ້ເອກະພາບຕົກລົງເຫັນດີຮັບຮອງວຽກສຳຄັນ ເເລະ ວຽກຈຸດສຸມ ເພື່ອນຳໄປຜັນຂະຫຍາຍຈັດຕັ້ງໃນປີ 2025 ຕໍ່ສະມາຊິກສະຫະພັນແມ່ຍິງ ແລະ ກຳນົດທິດທາງ 5 ປີຕໍ່ໜ້າ (2026-2030) ໂດຍສະເພາະ (ຮ່າງ) ລາຍງານການເມືອງ ທັງ 2 ພາກ, (ຮ່າງ) ແຜນພັດທະນາແມ່ຍິງ ແລະ (ຮ່າງ) ບົດສຳຫຼວດການນໍາພາລວມໄລຍະ 5 ປີ ທີ່ ສະຫະພັນແມ່ຍິງກະຊວງ, ອົງການ ແລະ ສະຫະພັນແມ່ຍິງແຂວງ ໄດ້ກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງຕົນ ຫຼື ໄດ້ສໍາເລັດກອງປະຊຸມໃຫຍ່ ເເລະ ສຸມໃສ່ນໍາພາປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄລຍະ 5 ປີ (2021-2025); ຄະນະນໍາສະຫະພັນແມ່ຍິງແຕ່ລະພາກສ່ວນ ສຸມໃສ່ການກະກຽມຄວາມພ້ອມຮອບດ້ານ ແລະ ຂໍທິດຊີ້ນໍາຈາກຄະນະພັກ, ຄະນະປົກຄອງ ແລະ ສູນກາງສະຫະພັນແມ່ຍິງລາວ ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ສະຫະພັນແມ່ຍິງແຂວງ, ນະຄອນຫຼວງວຽງຈັນ ແລະ ກະຊວງ-ອົງການ ໃຫ້ສໍາເລັດຕາມກໍານົດເວລາ; ມອບໃຫ້ສະຫະພັນແມ່ຍິງແຕ່ລະພາກສ່ວນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຕິດພັນຂະບວນການສະເຫຼີມສະຫຼອງ 3 ວັນ ປະຫວັດສາດຂອງພັກ, ຂອງຊາດ ແລະ ຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນຟົດຟື້ນ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ຜ່ານບົດໂອລົມ ຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມທັງເນັ້ນໜັກຜົນສໍາເລັດຕາມແຜນການທີ່ວາງໄວ້ ເຊິ່ງໄດ້ຢັ້ງຢືນເຖິງການນໍາພາ-ຊີ້ນໍາ ຂອງຄະນະພັກ, ຄະນະປະທານສູນກາງສະຫະພັນແມ່ຍິງລາວ, ຄວາມເປັນເຈົ້າການ, ຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ, ຄະນະຮັບຜິດຊອບກອງປະຊຸມ ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການກະກຽມຄວາມພ້ອມທຸກດ້ານ ເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ໄຂຂຶ້ນ ແລະ ອັດລົງ ດ້ວຍຜົນສໍາເລັດຢ່າງຈົບງາມ.