ໂທລະສັບ 021 316253

ກອງປະຊຸມເຊື່ອມຊຶມເອກະສານກ່ຽວກັບການດຳເນີນກອງປະຊຸມກາງສະໄໝ

May 25, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 10 ພຶດສະພາ 2023, ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມເຊື່ອມຊຶມເອກະສານກ່ຽວກັບການດຳເນີນກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານພັກ ສສຍລ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ນ. ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ສສຍລ ເຂົ້້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມ ຜູ້ເຂົ້້າຮ່ວມໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊືມບັນດາເອກະສານສໍາຄັນ ຄື: ແຈ້ງການ ສະບັບເລກທີ 51/ຄຈສພ, ລົງວັນທີ 24 ມີນາ 2023 ໃຫ້ກະກຽມ ແລະ ດຳເນີນກອງປະຊຸມຄົບຄະນະກາງສະໄໝຂອງຮາກຖານພັກ ແລະ ອົງຄະນະພັກຕົນ; ຄໍາແນະນໍາ ສະບັບເລກທີ 74/ຄກສພ, ລົງວັນທີ 27 ມີນາ 2023 ກ່ຽວກັບການກະກຽມດຳເນີນຊີວິດການເມືອງກາງສະໄໝ; ຄຳສັ່ງ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍ ການດຳເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ; ຄໍາແນະນໍາການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການດຳເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023; ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນຳພາ-ຄຸ້ມຄອງ; ຂໍ້ຫ້າມຂອງສະມາຊິກພັກ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອໃຫ້ຄະນະພັກ-ຄະນະນໍາແຕ່ລະຂັ້ນ ກໍຄືສະມາຊິກພັກແຕ່ລະສະຫາຍ ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບບັນດາເອກະສານດັ່ງກ່າວ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານພັກ ສສຍລ ໃຫ້ມີສໍາເລັດຕາມຄາດໝາຍທີ່ວາງໄວ້.
ໂອກາດນີ້ ສະຫາຍເລຂາຄະນະບໍລິຫານງານພັກ ສສຍລ ມີຄຳເຫັນຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນໍາ ກໍຄືຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ນໍາເອົາເນື້ອໃນຈິດໃຈຂອງບັນດາເອກະສານທີ່ໄດ້ເຊື່ອມຊຶມ ໄປຈັດຕັ້ງຜັນຂະຫຍາຍ ກະກຽມໃຫ້ແກ່ການຈັດກອງປະຊຸມຂັ້ນຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມນີ້ ໃນພິທີຍັງດໍາເນີນການປະເມີນພະນັກງານນຳພາ-ຄຸ້ມຄອງ ຂັ້ນຮອງກົມຂຶ້ນໄປ ຂອງສູນກາງສະຫະພັນແມ່ຍິງລາວຕື່ມອີກ.