loader image

ກອງປະຊຸມສ່ອງແສງອົງການພາຄີຂັ້ນສູນກາງ

Feb 23, 2023 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມສ່ອງແສງອົງການພາຄີຂັ້ນສູນກາງ ຈັດຂຶ້ນໃນວັນທີ 8 ກຸມພາ 2023 ທີ່ສູນກາງສະຫະພັນແມ່ຍິງລາວ ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ; ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ທ່ານ ພົຈວ ຄໍາຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ; ທ່ານຮອງປະທານ ສສຍລ, ຕາງໜ້າຈາກອົງການພາຄີ, ຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ສຍຍລ ເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 20 ທ່ານ ແລະ ຊາຍ 12 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອແລກປ່ຽນສະພາບພົ້ນເດັ່ນ ແລະ ຂໍ້ມູນໃໝ່ຂອງ 5 ອົງການພາຄີ; ຮັບຟັງການລາຍງານຄວາມຄືບໜ້າໃນວຽກງານແນວໂຮມ 4 ຮ່ວມ (ສ້າງເສດຖະກິດຮ່ວມກັນ ຢູ່ເມືອງເຊໂປນ); ປຶກສາຫາລືກ່ຽວກັບການສະຫຼຸບວຽກງານແນວໂຮມ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ພ້ອມທັງປຶກສາຫາລືກັນກ່ຽວກັບທິດທາງໃນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະອົງການໃນຕໍ່ໜ້າ ໃຫ້ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້..