ໂທລະສັບ 021 316253

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ

Feb 23, 2023 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ 2023, ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975″ ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ໃຫ້ກຽດເປັນຄະນະປະທານຮ່ວມມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ; ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ສະຫາຍ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈໍາການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີບັນດາທ່ານຈາກກະຊວງອົງການ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຕາງໜ້າສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ.
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະບັບເລກທີ 059/ກມສພ ລົງວັນທີ 13 ທັນວາ 2018 ແລະ ເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ຂ່ຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເປັນການຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໄດ້ຮັບຟັງການນໍາສະເໜີ 5 ຫົວຂໍ້ຍ່ອຍ ເຊັ່ນ: ພາລະກິດສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປົກປັກຮັກສາເຂດທີ່ໝັ້ນສອງແຂວງເຕົ້າໂຮມ ຫົວພັນ ແລະ ຜົ້ງສາລີ ປີ 1955-1958, ຊີ້ນຳຫັນ ທິດຕໍ່ສູ້ ໂດຍເອົາການຕໍ່ສູ້ ດ້ວຍອາວຸດເປັນກົກສົມທົບກັບການຕໍ່ສູ້ທາງດ້ານການເມືອງ ແລະ ກົດໝາຍ ໃນໄລຍະ 1959-1962, ການນຳພາຕໍ່ສູ້ຕີເອົາພຸດທະສາດສົງຄາມພິເສດ ເພີ່ມທະວີ ປີ 1963-1968, ປະທານ ໄກສອນ ພົມວິຫານ ຊີ້ນຳການສ້າງຄວາມຖືກຕ້ອງປອງດອງຊາດ ປີ 1969-1972, ພາລະກິດນໍາພາປວງຊົນ ລາວທັງຊາດ ລຸກຮື້ຂຶ້ນຢຶດອຳນາດໃນທົ່ວປະເທດ ແລະ ສະຖາປະນາ ສປປ ລາວປີ 1973-1975.