ກອງປະຊຸມສະຫຼຸບປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2021 ແລະ ສືບຕໍ່ເປີດຂະບວນການແຂ່ງຂັນ 3 ດີ ປະຈຳປີ 2022 ຂອງສະຫະພັນແມ່ຍິງຮາກຖານ ທຄຕລ ແຂວງສາລະວັນ ໄດ້ຈັດຂຶ້ນໃນຕອນແລງວັນທີ 7 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຂັນທະລີ ທຳມະຕິກາ ຄະນະບໍລິຫານງານ ສຍຂ ປະທານ ສຍ ຮາກຖານ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວາດສະໜາ ໂພໄຊຍະວົງ ກຳມະການພັກແຂວງ ປະທານຄະນະບໍລິຫານງານ ສຍຂ, ທ່ານ ສຸກສະຫວັນ ໄຊຍະແສງ ເລຂາໜ່ວຍພັກຮາກຖານ ຫົວໜ້າ ທຄຕລ ແຂວງສາລະວັນ, ມີຜູ້ເຂົ້າຮ່ວມທັງໝົດ 23 ຄົນ, ຍິງ 20 ຄົນ. ໃນກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາການການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະ 1 ປີຜ່ານມາ ເຊິ່ງສາມາດຄັດເລືອກໄດ້ບຸກຄົນທີ່ມີຜົນງານດີເດັ່ນດັ່ງນີ້: ໄດ້ຮັບຍ້ອງຍໍຈາກປະທານສູນກາງ ສຍລ ຈຳນວນ 9 ສະຫາຍ, ຍ້ອງຍໍຈາກ ສຍຂ 6 ສະຫາຍ, ຮັບຢັ້ງຢືນຈາກເລຂາໜ່ວຍພັກ 1 ສະຫາຍ.