ວັນທີ 13 ທັນວາ 2024 ສະຫະພັນແມ່ຍິງ ຮາກຖານອົງການໄອຍາການ ປະຊາຊົນແຂວງ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3ດີ ຮອບທີIV ປະຈຳປີ2024 ແລະ ທິດທາງແຜນການປະຈຳປີ 2025 ໂດຍການເປັນປະທານຂອງ ທ່ານ ນາງ ຫຼ້າສຸກັນ ຫຼ້າບຸນທັນ ປະທານສະຫະພັນແມ່ຍິງຮາກຖານ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ໄສມະນີ ສີດາວອນ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານ ສຸລິເມກ ລໍສົມມ່ວນ ກຳມະການໜ່ວຍພັກ, ຮອງຫົວໜ້າອົງການໄອຍາການປະຊາຊົນແຂວງ, ຕ່າງໜ້າອົງການຈັດຕັ້ງມະຫາຊົນພາຍໃນຮາກຖານ, ແຂກຖືກເຊີນ, ສະຫະພັນແມ່ຍິງໜ່ວຍ, ຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມ.
ສະຫະພັນແມ່ຍິງຮາກຖານ ອົງການ ໄອຍາການ ປະຊາຊົນແຂວງ ມີສະມາຊິກສະຫະພັນແມ່ຍິງ ທັງໝົດຈຳນວນ 10 ຄົນ, ມີພາລະບົດບາດຕິດຕາມ ແລະ ກວດກາເຄົາລົບ ປະຕິບັດກົດໝາຍຂອງບັນດາອົງການຈັດຕັ້ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ, ພົນລະເມືອງ,ເພື່ອໃຫ້ມີຄວາທຖືກຕ້ອງ, ເປັນເອກະພາບ ແລະ ສັ່ງຟ້ອງຜູ້ຖືກຫາຂື້ນສານ ຕາມກົດໝາຍ ຊື່ງມີທັງໝົດ 4 ຂະແໜງ: ຂະແໜງຕິດຕາມກວດກາທົ່ວໄປ, ຂະແໜງຕິດຕາມກວດກາການດຳເນີນຄະດີອາຍາ, ຂະແໜງຕິດຕາມກວດກາຄະດີແພ່ງ, ຂະແໜງຄ້າຍຄຸມຂັງ-ດັດສ້າງ ແລະ ຫ້ອງການ ໂດຍຕິດພັນກັບຂໍ້ແຂ່ງຂັນ 3ມີ4ຮັບປະກັນ,ນອກນີ້ຍັງມີບົດບາດເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ, ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ເຕົ້າໂຮມຄວາມສາມັກຄີ ປຸກລະດົມແມ່ຍິງເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກເຊື່ອມຊືມແນວທາງ, ນະໂຍບາຍ, ມະຕິຄຳສັ່ງຂອງພັກ-ລັດ ພ້ອມທັງອານຸລັກ ແລະ ສົ່ງເສີມມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງແມ່ຍິງລາວບັນດາເຜົ່າ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງ 3ດີ ສາມາດຕີລາຄາໄດ້ດັ່ງນີ້: ພົນລະເມືອງດີ ສາມາດປະຕິບັດໄດ້ 100%; ພັດທະນາດີ ປະຕິບັດໄດ້: 90%; ສ້າງຄອບຄົວດີ ປະຕິບັດໄດ້ 95%; ຍັງສາມາດສ້າງຄອບຄົວຕົວແບບ3ດີ ໄດ້5ຄອບຄົວ. ນອກນີ້ຍັງສ້າງຄັງລວມໝູ່ເຊີ່ງມີເງິນຄັງທັງໝົດ 10.000.000 ກວ່າກີບ ແລະ ສະມາຊິກສະຫະພັນແມ່ຍິງ ຍັງໄດ້ພ້ອມກັນຈັບມືແຂ່ງຂັນ3ດີ ພ້ອມກັນສືບຕໍ່ ຮັກສາມູນເຊື້ອ ແລະ ສູ້ຊົນຕາມຄາດໝາຍທີ່ວາງໃວ້.