ໂທລະສັບ 021 316253

ກອງປະຊຸມພົບປະສອງຝ່າຍລະຫວ່າງສະຫະພັນແມ່ຍິງຫວຽດນາມ ແລະ ສະຫະພັນແມ່ຍິງແຂວງຫຼວງພະບາງ

Apr 5, 2023 | ຂ່າວສານ ແລະ ກິດຈະກຳ, ເດັ່ນ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະຫະພັນແມ່ຍິງຫວຽດນາມ ແລະ ສະຫະພັນແມ່ຍິງແຂວງຫຼວງພະບາງ ຈັດຂຶ້ນຢູ່ຫ້ອງປະຊຸມຂອງສະຫະພັນແມ່ຍິງແຂວງຫຼວງພະບາງ ໃນວັນທີ 05 ເມສາ 2023. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ຮາທິ ຫງ່າ, ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ​ ແລະ​ ທ່ານ ນາງ ອິນທະວອນ​ ພົມມະ​ຈັນ​ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ​ລາວ,​ ມີທ່ານ ນາງ​ ສິລິກິດ​ ບຸບຜາ ຮອ​ງປະທານຄະນະ​ບໍລິຫານງານ​ສສຍລ,​ ປະທານສະຫະພັນແມ່ຍິງບັນດາແຂວງແຮກສ່ຽວຝ່າຍຫວຽດນາມ, ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງແຂວງ,​ ຄະນະຮັບຜິດຊອບ ລາວ-ຫວຽດນາມ​ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ທ່ານ ປະທານສະຫະພັນແມ່ຍິງແຂວງຫຼວງພະບາງ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນຕໍ່ການເດີນທາງມາຢ້ຽມຢາມ​ ແລະ ເຮັດວຽກຢ່າງເປັນທາງການ​ໃນຄັ້ງນີ້,​ ພ້ອມທັງໄດ້ນຳສະເໜີໂດຍສັງເຂບກ່ຽວກັບຜົນສຳເລັດທີ່ສະຫະພັນແມ່ຍິງແຂວງ ສາມາດຍາດໄດ້ໃນໄລຍະ 01 ປີຜ່ານມາ ເວົ້າລວມ ເວົ້າສະເພາະວຽກພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ແລະ ສາກົນ. ປະຈຸບັນສະຫະພັນແມ່ຍິງແຂວງຫຼວງພະບາງໄດ້ເຊັນບົດບັນທຶກຮ່ວມມືກັບສະຫະພັນແມ່ຍິງແຂວງດຽນບຽນ ສສ ຫວຽດນາມ ເປັນຄັ້ງທີ 02 ເພື່ອພ້ອມກັນພັດທະນາວຽກງານແມ່ຍິງລະຫວ່າງ 02 ແຂວງ ເປັນຕົ້ນແມ່ນພັດທະນາທາງດ້ານຊັບພະຍາກອນມານຸດ ເຊິ່ງປີນີ້ໄດ້ສົ່ງເອື້ອຍນ້ອງແມ່ຍິງໄປຍົກລະດັບດ້ານທິດສະດີຊັ້ນກາງ ຢູ່ແຂວງດຽນບຽນ ສສ ຫວຽດນາມ 02 ທ່ານ. ນອກນັ້ນ ໃນແຕ່ລະປີ ສະຫະພັນແມ່ຍິງແຂວງຍັງໄດ້ປະສານສົມທົບກັບກົງສູນຫວຽດນາມ ປະຈຳພາກເໜືອ ເພື່ອຈັດກິດຈະ ກຳ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະວັນສໍາຄັນຕ່າງໆ.
ໂອກາດນີ, ສະຫະພັນແມ່ຍິງຫວຽດນາມ​ ໄດ້ມອບຄອມພິວເຕີ້ 02 ຊຸດ ແລະ USB ຈຳນວນໜຶ່ງ​ ໃຫ້ກັບ ສະຫະພັນແມ່ຍິງແຂວງຫຼວງພະບາງ ເພື່ອໝູນໃຊ້ເຂົ້າໃນວຽກງານຕື່ມອີກ.