ໂທລະສັບ 021 316253

ກອງປະຊຸມພາກພື້ນອາຊີ-ປາຊີຟິກ ໃນການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 67 ຂອງຄະນະກຳມະທິການສະຖານະພາບຂອງແມ່ຍິງ (CSW) ໃນຫົວຂໍ້ບູລິມະສິດ: “ນະວັດຕະກຳ ແລະ ການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການສຶກສາໃນຍຸກດິຈິຕອລ ເພື່ອບັນລຸຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ເດັກຍິງທຸກຄົນ”

Feb 23, 2023 | ຂ່າວສານ ແລະ ກິດຈະກຳ

ໃນລະຫວ່າງ ວັນທີ 08-09 ກຸມພາ 2023, ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນອາຊີ-ປາຊີຟິກ ໃນການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 67 ຂອງຄະນະກຳມະທິການສະຖານະພາບຂອງແມ່ຍິງ (CSW) ໃນຫົວຂໍ້ບູລິມະສິດ: “ນະວັດຕະກຳ ແລະ ການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການສຶກສາໃນຍຸກດິຈິຕອລ ເພື່ອບັນລຸຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ເດັກຍິງທຸກຄົນ” ໂດຍຜ່ານລະບົບທາງໄກ. ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບຫົວຂໍ້ບູລິມະສິດຂອງກອງປະຊຸມ ຄັ້ງທີ 67 ໃນປີ 2023 ຂອງຄະນະກຳມະທິການສະຖານະພາບຂອງແມ່ຍິງ ຊຶ່ງຜົນໄດ້ຮັບຂອງການປຶກສາຫາລື ຈະເປັນຂໍ້ສະເໜີແນະ ກ່ຽວກັບຂົງເຂດ ເພື່ອເລັ່ງລັດການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບຫົວຂໍ້ບູລິມະສິດ ພ້ອມທັງເປັນການກະກຽມຄວາມພ້ອມໃຫ້ແກ່ຄະນະຜູ້ແທນຂອງ ສສຍລ ທີ່ຈະໄປເຂົ້າຮ່ວມກອງປະຊຸມ ຄັ້ງທີ 67 ທີ່ຈະຈັດຂຶ້ນຢ່າງເປັນທາງການໃນເດືອນ ມີນາ 2023 ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນິວຢອກ, ສະຫະລັດອາເມລິກາ.