ກອງປະຊຸມປຶກສາຫາລື ຄັ້ງທີ 2 ຜ່ານຮ່າງມາດຕະຖານ ການຄຸ້ມຄອງ, ການປະສານງານ ແລະ ການສົ່ງຕໍ່ຜູ້ຖຶກເຄາະຮ້າຍ/ຜູ້ລອດຊີວິດຈາກຄວາມຮຸນແຮງ ໄດ້ຈັດຂຶ້ນໃນວັນທີ 07 ມິຖຸນາ 2022, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ຮອງປະທານຜູ້ປະຈໍາການ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ທ່ານ ນາງ ມາຣຽມ ອາຄານ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ແລະ ທ່ານ Paul Kelly ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ສປປ ລາວ, ມີຕາງໜ້າ ສສຍລ, ຄກມດ ບັນດາກະຊວງ- ອົງການ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ. ກອງປະຊຸມແມ່ນຈັດແບບເຊິ່ງໜ້າ ແລະ ແບບອອນລາຍ. ໃນກອງປະຊຸມ ໄດ້ນໍາສະເໜີເນື້ອໃນຮ່າງມາດຕະຖານການຄຸ້ມຄອງ, ປະສານງານ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດຈາກຄວາມຮຸນແຮງ, ນໍາສະເໜີແຜນວາດການບໍລິການ ແລະ ການຊ່ວຍເຫຼືອສໍາລັບຜູ້ຖຶກເຄາະຮ້າຍ/ຜູ້ລອດຊີວິດ. ຫຼັງຈາກນັ້ນ, ໄດ້ຈັດແບ່ງເປັນກຸ່ມປຶກສາຫາລື ແລະ ສະຫຼຸບສັງລວມເພື່ອປະກອບໃສ່ຮ່າງແຜນງານດັ່ງກ່າວໃຫ້ຄົບຖ້ວນສົມບູນກວ່າເກົ່າ. ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ມີກົນໄກການຄຸ້ມຄອງ, ການປະສານງານ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍທີ່ເປັນລະບົບ ເພື່ອປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖຶກເຄາະຮ້າຍ ລະຫວ່າງພາກສ່ວນຕ່າງໆນັບແຕ່ສູນກາງລົງຮອດທ້ອງຖິ່ນ.
ກອງປະຊຸມປຶກສາຫາລື ຄັ້ງທີ 2 ຜ່ານຮ່າງມາດຕະຖານ ການຄຸ້ມຄອງ, ການປະສານງານ ແລະ ການສົ່ງຕໍ່ຜູ້ຖຶກເຄາະຮ້າຍ/ຜູ້ລອດຊີວິດຈາກຄວາມຮຸນແຮງ
