ໂທລະສັບ 021 316253

ກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

Apr 26, 2023 | ຂ່າວສານ ແລະ ກິດຈະກຳ

ເນື່ອງໃນໂອກາດເຂົ້າຮ່ວມພິທີເປີດການນໍາໃຊ້ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ – ເດັກນ້ອຍ ແຂວງບໍ່ແກ້ວ ຢ່າງເປັນທາງການ; ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ຮອງປະທານ ຄຊກມດ (ຜູ້ປະຈໍາການ) ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ປະທານ ຄກມດ ແຂວງ; ມີທ່ານປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ, ອົງການ UNFPA, ພະແນກສາທາລະນະສຸກ, ສານ, ໄອຍາການ, ໂຮງໝໍແຂວງ, ປກສ ແຂວງ ເຂົ້າຮ່ວມ. ໂອກາດນີ້ ທ່ານ ປະທານ ສສຍລ ໄດ້ແຈ້ງຈຸດປະສົງການຂອງການມາຮ່ວມເປີດສູນໃນຄັ້ງນີ້ຕໍ່ທ່ານຮອງເຈົ້າແຂວງ ພ້ອມທັງໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃນກໍລະນີຕ່າງໆຕື່ມອີກ.