ໃນເດືອນທີ 1 ແລະ ການວາງແຜນລົງປະຕິບັດໃນຕໍ່ໜ້າຂອງຂັ້ນບ້ານ ທີ່ຈັດໂດຍກົມພັດທະນາແມ່ຍິງລາວ ສສຍລ ແລະ ໄດ້ຮັບການສະໜັບສະໜູນຈາກ Australian Aid ແລະ ອົງການອຸຍນີເຊັບ ໄດ້ຈັດຂຶ້ນໃນວັນທີ 04 ກໍລະກົດ 2022 ທີ່ແຂວງສະຫວັນນະເຂດ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ນາງ ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ສສຍລ, ທ່ານ ນາງ ສົມຫວັງ ລໍາພູວົງ ຮອງປະທານ ສຍ ແຂວງສະຫວັນນະເຂດ ແລະ ທ່ານ ກາວີ ຫຼວງສົມບັດ ຊ່ຽວຊານທາງດ້ານການປ່ຽນແປງພຶດຕິກຳ ແລະ ສັງຄົມ ອົງການອຸຍນິເຊັບ, ມີຕາງໜ້າ ສສຍລ, ຄູຝຶກສູນກາງ, ຄູຝຶກຂັ້ນແຂວງ ແລະ ຄູຝຶກຂັ້ນເມືອງ 2 ເມືອງເປົ້າໝາຍຂອງແຂວງສະຫວັນນະເຂດຄື: ເມືອງເຊໂປນ ແລະ ເມືອງອາດສະພອນເຂົ້າຮ່ວມ. ໃນກອງປະຊຸມຕາງໜ້າໃຫ້ 2 ເມືອງເປົ້າໝາຍ ໄດ້ລາຍງານຄວາມຄືບໜ້າຂອງການເກັບກຳຂໍ້ມູນ ແລະ ວາງແຜນຂະຫຍາຍການຈັດຕັ້ງປະຕິບັດບັນດາກຸ່ມບ້ານ, ການເກັບກຳການຕິດຕາມການປ່ຽນແປງພຶດຕິກຳໃນເວລາຢ້ຽມຢາມຄົວເຮືອນໃນເດືອນທໍາອິດ. ຫຼັງຈາກນັ້ນ, ໄດ້ປຶກສາຫາລືກ່ຽວກັບຜົນໄດ້ຮັບ, ບັນຫາ, ວິທີແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບົດຮຽນໃນການຈັດຕັ້ງປະຕິບັດໃນຂັ້ນຕອນຕໍ່ໄປ. ແຜນງານ “ຮັກລູກໃຫ້ໃສ່ໃຈ” ແມ່ນເປັນການຝຶກອົບຮົມໃຫ້ຄູຝຶກຂັ້ນແຂວງເພື່ອສືບຕໍ່ໄປຝຶກໃຫ້ຂັ້ນເມືອງ ແລະ ບ້ານ ເພື່ອຖ່າຍທອດຄວາມຮູ້ພື້ນຖານກ່ຽວກັບການເບິ່ງແຍງດູແລເດັກ, ການປົກປ້ອງເດັກ ແລະ ການສື່ສານກັບລູກ ແນ່ໃສ່ປ່ຽນແປງພຶດຕິກຳໄປໃນທາງທີ່ດີຂຶ້ນຂອງພໍ່ແມ່/ຜູ້ປົກຄອງເດັກ ໃນການລ້ຽງລູກຢູ່ຊຸມຊົນ.
ກອງປະຊຸມປະເມີນແຜນງານ “ຮັກລູກໃຫ້ໃສ່ໃຈ” ກ່ຽວກັບການເກັບກໍາຂໍ້ມູນ 20 ໂຕຊີ້ວັດ
