ກອງປະຊຸມປະເມີນກ່ຽວກັບການເກັບກໍາຂໍ້ມູນ 20 ໂຕຊີ້ວັດໃນເດືອນທີ 1 ແລະ ການວາງແຜນລົງປະຕິບັດໃນຕໍ່ໜ້າຂອງຂັ້ນບ້ານ ຂອງແຜນງານ “ຮັກລູກໃຫ້ໃສ່ໃຈ” ຈັດຂຶ້ນໃນວັນທີ 11 ກໍລະກົດ 2022 ທີ່ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໂດຍການເປັນປະທານຮ່ວມ ແລະ ກ່າວເປີດກອງປະຊຸມຂອງ ທ່ານນາງ ບຸນຍົກ ແສງສະຫວ່າງ ປະທານ ສຍ ແຂວງບໍ່ແກ້ວ, ທ່ານນາງ ວັນມະນີ ດິດຕະພົງ ຮອງຫົວໜ້າກົມພັດທະນາແມ່ຍິງລາວ ສສຍລ, ທ່ານນາງ ມະລີເພັດ ສຸກຂະເສີມ ຊ່ຽວຊານດ້ານການສຶກສາສຳລັບເດັກ ແລະ ຮັບຜິດຊອບວຽກງານການສຶກສາກ່ອນໄວຮຽນ, ອົງການອຸຍນິເຊັບ; ມີຕາງໜ້າຄູຝຶກຂັ້ນສູນກາງ, ຄູຝຶກຂັ້ນແຂວງ ແລະ ຄູຝຶກຂັ້ນເມືອງ 2 ເມືອງເປົ້າໝາຍຂອງແຂວງບໍ່ແກ້ວ ຄື: ເມືອງເມິງ ແລະ ເມືອງຜາອຸດົມເຂົ້າຮ່ວມ. ໃນກອງປະຊຸມ ຜູ້ຕາງໜ້າຈາກ 2 ເມືອງເປົ້າໝາຍ ໄດ້ລາຍງານຄວາມຄືບໜ້າຂອງການເກັບກຳຂໍ້ມູນ ແລະ ວາງແຜນຂະຫຍາຍການຈັດຕັ້ງປະຕິບັດໃນບັນດາກຸ່ມບ້ານ, ການເກັບກຳການຕິດຕາມການປ່ຽນແປງພຶດຕິກຳໃນເວລາຢ້ຽມຢາມຄົວເຮືອນໃນເດືອນທໍາອິດ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບຜົນໄດ້ຮັບ, ບັນຫາ, ວິທີແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບົດຮຽນໃນການຈັດຕັ້ງປະຕິບັດໃນຂັ້ນຕອນຕໍ່ໄປ, ພ້ອມຮັບຟັງການນຳສະເໜີວິທີການເກັບກຳຂໍ້ມູນ ໂດຍນຳໃຊ້ເຕັກໂນໂລຊີ ໃນລະບົບໂທລະສັບມືຖື ເພື່ອນຳໃຊ້ສຳລັບການຕິດຕາມ ແລະ ປະເມີນຜົນການປະຕິບັດແຜນງານດັ່ງກ່າວ.