ກອງປະຊຸມຊຸກຍູ້, ຕິດຕາມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ແລະ ປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດຂຶ້ນໃນວັນທີ 20 ມີນາ 2022, ທີ່ຫ້ອງປະຊຸມ ແຂວງໄຊຍະບູລີ, ໂດຍການເປັນປະທານຮ່ວມຂອງທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານນາງ ຄຳຜິວ ພັນທະວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ມີຄະນະຫ້ອງການ, ກົມ ພ້ອມດ້ວຍພະນັກງານ ສສຍລ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງຮາກຖານພະແນກອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 64ທ່ານ ຊາຍ 5ທ່ານ. ຈຸດປະສົງຂອງກອງປະຊຸມເພື່ອຊຸກຍູ້ຕິດຕາມການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງສະຫະພັນແມ່ຍິງແຂວງ ແລະ ປະເມີນກົດໝາຍ 02 ສະບັບ: ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ແລະ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ.