loader image

ກອງປະຊຸມຊຸກຍູ້, ຕິດຕາມວຽກງານການສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ, ການປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດ​ຂຶ້ນທີ່ ແຂວງຈຳປາສັກ

Apr 26, 2023 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມຊຸກຍູ້, ຕິດຕາມວຽກງານການສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ, ການປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດຂຶ້ນໃນວັນທີ 24 ເມສາ 2023 ທີ່ ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະປະທານສະຫະພັນແມ່ຍິງແຂວງ, ສະມາຊິກແມ່ຍິງ, ຂະແໜງຍຸຕິທຳ, ສະພາປະຊາຊົນແຂວງ, ປກສ, ປກຊ, ແນວລາວສ້າງຊາດ ແລະ ຂະແໜງການອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 74 ທ່ານ, ຊາຍ 5 ທ່ານ. ກອງປະຊຸມໄດ້ຮັບຟັງການນຳສະເໜີການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ສະເໜີຄຳຖາມເຈາະຈີ້ມກ່ຽວກັບການຈັດຕັ້ງປະຕິບັດວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ຊຶ່ງຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນໃສ່ກົດໝາຍທັງສອງສະບັບຢ່າງພ້ອມພຽງ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ.
ຈາກນັ້ນ, ທ່ານປະທານ ສສຍລ ໄດ້ເຮັດວຽກຮ່ວມກັບການນຳຂັ້ນແຂວງ ເຂົ້າຮ່ວມໂດຍ ທ່ານ ສະໜັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ. ໃນກອງປະຊຸມ, ຕາງໜ້າ ສສຍລ ໄດ້ລາຍງານຜົນກອງປະຊຸມປຶກສາຫາລືວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ຄັ້ງທີ III; ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ການສ້າງການຫັນປ່ຽນຢ່າງແຂງແຮງທຸກຂອດວຽກພະນັກງານ ໃນຄວາມຮັບຜິດຊອບຂອງສູນກາງສະຫະພັນແມ່ຍິງລາວ ໄລຍະຜ່ານມາ. ຈາກນັ້ນ, ການນຳຂັ້ນແຂວງລາຍງານກ່ຽວກັບແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູງກາງຄຸ້ມຄອງ; ຂັ້ນແຂວງ, ນະຄອນຫຼວງຄຸ້ມຄອງ; ລາຍງານກ່ຽວກັບການສ້າງແຜນບໍາລຸງສ້າງ ແລະ ບັນຈຸຊັບຊ້ອນພະນັກງານນໍາພາ-ຄຸ້ມຄອງເພດຍິງໃນແຕ່ລະຕໍາແໜ່ງບໍລິຫານ ແລະ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບການບໍາລຸງສ້າງ ແລະ ແຜນຄາດຄະເນຈັດວາງສັບຊ້ອນພະນັກງານເພດຍິງໃນຕໍ່ໜ້າ.