ໂທລະສັບ 021 316253

ກອງປະຊຸມຊຸກຍູ້, ຕິດຕາມວຽກງານການສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ, ການປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດຂຶ້ນທີ່ແຂວງຄຳມ່ວນ

Apr 25, 2023 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມຊຸກຍູ້, ຕິດຕາມວຽກງານການສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ, ການປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດຂຶ້ນໃນວັນທີ 11 ເມສາ 2023 ທີ່ ແຂວງຄຳມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ແລະ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ; ເຂົ້າຮ່ວມມີ ຄະນະປະທານສະຫະພັນແມ່ຍິງແຂວງ, ສະມາຊິກແມ່ຍິງ, ຂະແໜງຍຸຕິທຳ, ສະພາປະຊາຊົນແຂວງ, ປກສ, ປກຊ, ແນວລາວສ້າງຊາດ ແລະ ຂະແໜງການອ້ອມຂ້າງແຂວງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງລາຍງານຄວາມເປັນມາ ແລະ ສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວ ແລະ ກົດໝາຍວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ ຊຶ່ງຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນໃສ່ກົດໝາຍທັງສອງສະບັບຢ່າງພ້ອມພຽງ ເພື່ອໃຫ້ມີເນື້ອໃນຄົບຖວ້ນ ແລະ ສົມບູນ.
ຈາກນັ້ນ, ທ່ານປະທານ ສສຍລ ໄດ້ເຮັດວຽກຮ່ວມກັບການນຳຂັ້ນແຂວງ ເຂົ້າຮ່ວມໂດຍ ທ່ານ ວົງເພັດ ຈິດປັນຍາພ້ອມຄະນະ. ໃນກອງປະຊຸມ, ຕາງໜ້າ ສສຍລ ໄດ້ລາຍງານຜົນກອງປະຊຸມປຶກສາຫາລືວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ຄັ້ງທີ III; ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ການສ້າງການຫັນປ່ຽນຢ່າງແຂງແຮງທຸກຂອດວຽກພະນັກງານ ໃນຄວາມຮັບຜິດຊອບຂອງສູນກາງສະຫະພັນແມ່ຍິງລາວ ໄລຍະຜ່ານມາ. ຈາກນັ້ນ, ການນຳຂັ້ນແຂວງລາຍງານກ່ຽວກັບແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູງກາງຄຸ້ມຄອງ; ຂັ້ນແຂວງ, ນະຄອນຫຼວງຄຸ້ມຄອງ; ລາຍງານກ່ຽວກັບການສ້າງແຜນບໍາລຸງສ້າງ ແລະ ບັນຈຸຊັບຊ້ອນພະນັກງານນໍາພາ-ຄຸ້ມຄອງເພດຍິງໃນແຕ່ລະຕໍາແໜ່ງບໍລິຫານ ແລະ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບການບໍາລຸງສ້າງ ແລະ ແຜນຄາດຄະເນຈັດວາງສັບຊ້ອນພະນັກງານເພດຍິງໃນຕໍ່ໜ້າ.