ໂທລະສັບ 021 316253

ກອງປະຊຸມຊຸກຍູ້,​ ຕິດຕາມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ,​ ວາລະແຫ່ງຊາດ ແລະ ປະເມີນກົດໝາຍ

Mar 30, 2023 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມຊຸກຍູ້,​ ຕິດຕາມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ,​ ວາລະແຫ່ງຊາດ ແລະ ປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດຂຶ້ນໃນວັນທີ 28 ມີນາ 2022, ທີ່ຫ້ອງປະຊຸມ ແຂວງວຽງຈັນ,​ ໂດຍການເປັນປະທານຂອງທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ, ຄະນະຫ້ອງການ, ກົມ ຂອງ ສສຍລ, ສະຫະພັນແມ່ຍິງຮາກຖານພະແນກອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 35ທ່ານ ຊາຍ 4ທ່ານ.​ ຈຸດປະສົງຂອງກອງປະຊຸມເພື່ອຊຸກຍູ້ຕິດຕາມການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ,​ ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງສະຫະພັນແມ່ຍິງແຂວງ ແລະ ປະເມີນກົດໝາຍ 02 ສະບັບ: ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ແລະ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ.