ໂທລະສັບ 021 316253

ກອງປະຊຸມຊຸກຍູ້,​ ຕິດຕາມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ,​ ວາລະແຫ່ງຊາດ ແລະ ປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ

Mar 24, 2023 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມຊຸກຍູ້,​ ຕິດຕາມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ,​ ວາລະແຫ່ງຊາດ ແລະ ປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດຂຶ້ນໃນວັນທີ 22 ມີນາ 2022, ທີ່ຫ້ອງປະຊຸມ ແຂວງຫຼວງພະບາງ,​ ໂດຍການເປັນປະທານຮ່ວມຂອງທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານນາງ ອິນທະວອນ ພົມມະຈັນ ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີຄະນະຫ້ອງການ, ກົມ ຂອງ ສສຍລ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງຮາກຖານພະແນກອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 60 ທ່ານ ຊາຍ 5 ທ່ານ.​ ຈຸດປະສົງຂອງກອງປະຊຸມເພື່ອຊຸກຍູ້ຕິດຕາມການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ,​ ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງສະຫະພັນແມ່ຍິງແຂວງ ແລະ ປະເມີນກົດໝາຍ 02 ສະບັບ: ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ແລະ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ.