ໂທລະສັບ 021 316253

ກອງປະຊຸມຊຸກຍູ້,​ ຕິດຕາມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ,​ ວາລະແຫ່ງຊາດ ແລະ ປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດຂຶ້ນທີ່ຫ້ອງປະຊຸມຂອງ ຫ້ອງວ່າການແຂວງບໍ່ແກ້ວ

May 2, 2023 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມຊຸກຍູ້,​ ຕິດຕາມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ,​ ວາລະແຫ່ງຊາດ ແລະ ປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດຂຶ້ນໃນ ວັນທີ 26 ເມສາ 2023, ທີ່ຫ້ອງປະຊຸມຂອງ ຫ້ອງວ່າການແຂວງບໍ່ແກ້ວ, ໂດຍການເປັນປະທານຂອງທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີຄະນະປະທານສະຫະພັນແມ່ຍິງແຂວງ, ສະມາຊິກສະຫະພັນແມ່ຍິງ ຄະນະຈັດຕັ້ງ, ສານປະຊາຊົນ, ຂະແໜງຍຸດຕິທຳ, ພະແນກພາຍໃນ, ປກສ, ແນວລາວສ້າງຊາດ ແລະ ຂະແໜງການອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 52 ທ່ານ ຊາຍ 11 ທ່ານ.​ ກອງປະຊຸມໄດ້ຮັບຟັງລາຍງານຄວາມເປັນມາ ແລະ ສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວ ແລະ ກົດໝາຍ ວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ ເຊິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດ ຄໍາເຫັນໃສ່ກົດໝາຍທັງສອງສະບັບ ເພື່ອເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບສະພາບ ໃນແຕ່ລະໄລຍະ.
ຈາກນັ້ນ ທ່ານຮອງປະທານ ສສຍລ ໄດ້ເຮັດວຽກຮ່ວມກັບ ຄະນະພັກແຂວງ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ເພື່ອຮັບຟັງການລາຍງານການຜັນຂະຫຍາຍມະຕິກອງປະຊຸມ ປຶກສາຫາລືວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງຄັ້ງທີ III ທັງເປັນການກະກຽມບຸກຄະລາກອນເພດຍິງໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ຂອງສະຫະພັນແມ່ຍິງໃນຕໍ່ໜ້າໃຫ້ບັນລຸເປົ້າໝາຍທີ່ວາງໄວ້, ພ້ອມທັງປະເມີນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ສ້າງການຫັນປ່ຽນຢ່າງເເຂງແຮງທຸກຂອດວຽກງານພະນັກງານ.