ໂທລະສັບ 021 316253

ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄໝທີ VIII

Nov 15, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄໝທີ VIII ຈັດຂຶ້ນໃນລະຫວ່າງວັນທີ 15-16 ພະຈິກ 2022 ທີ່ສູນອົບຮົມແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຕາງໜ້າຈາກຫ້ອງວ່າການສູນກາງພັກ, ຕາງໜ້າສູນກາງແນວລາວສ້າງຊາດ, ອົງການພາຄີ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ບັນດາທ່ານຮອງປະທານສູນກາງສະຫະພັນແມ່ຍິງລາວ, ປະທານ, ຮອງປະທານສະຫະພັນແມ່ຍິງບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານ ຂອງສະຫະພັນແມ່ຍິງລາວ ໄລຍະ 09 ເດືອນ, ຄາດຄະເນ 03 ເດືອນທ້າຍປີ 2022  ແລະ ກໍານົດທິດທາງແຜນການເຄື່ອນໄຫວປະຈໍາປີ 2023, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ (2021-2025), 10 ແຜນງານ 65 ໂຄງການ, 03 ແຜນດໍາເນີນງານແຫ່ງຊາດ ແລະ ແຜນຈຸດສຸມ (2021-2023) ເພື່ອຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ແລະ ການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດວຽກງານ ຂອງສະຫະພັນແມ່ຍິງແຕ່ລະຂັ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຊື່ງເປັນຜົນງານໃນປີທໍາອິດ ຂອງການຜັນຂະຫຍາຍ ແລະ ປະຕິບັດໜ້າທີ່ການເມືອງຂອງ ສສຍລ ສະໄໝທີ VIII. ກອງປະຊຸມໃນຄັ້ງນີ້ຍັງດຳເນີນຊີວິດການເມືອງຂອງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VIII ເພື່ອສະຫຼຸບຕີລາຄາແບບແຜນວິທີນໍາພາ, ວິທີເຮັດວຽກຂອງຄະນະບໍລິຫານງານ, ພ້ອມກັນປຶກສາຫາລື ວຽກງານກໍ່ສ້າງພະນັກງານນໍາພາເພດຍິງ ເພື່ອກະກຽມໃຫ້ແກ່ກອງປະຊຸມ 3 ຂັ້ນ ແລະ ວຽກງານປິ່ນອ້ອມອື່ນໆ.

ໂອກາດທີ່ມີຄວາມໝາຍສໍາຄັນນີ້ ທີ່ປະຊຸມໄດ້ຮັບຟັງການໂອ້ລົມຈາກ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ສະມາຊິກສະຫະພັນແມ່ຍິງ, ພະນັກງານ-ລັດຖະກອນທີ່ເປັນເພດຍິງ ຕະຫຼອດຮອດແມ່ຍິງລາວບັນດາເຜົ່າ ແມ່ນຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ບຸກທະລຸໃຫ້ໄດ້ດ້ານຈິດຕະນາການດ້ວຍການປ່ຽນແປງໃໝ່, ກ້າປະເຊີນໜ້າກັບສິ່ງທ້າທາຍທົດສອບໃນວຽກງານທີ່ໄດ້ຮັບມອບໝາຍ, ພ້ອມທັງເອົາໃຈໃສ່ເປັນເຈົ້າການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບຕົນເອງ, ກັບສະມາຊິກໃນຄອບຄົວ ແລະ ສັງຄົມ ໂດຍສະເພາະໃນຍຸກແຫ່ງຂໍ້ມູນຂ່າວສານ ຫຼື ເອີ້ນວ່າຍຸກເຕັກໂນໂລຊີທີ່ທັນສະໄໝ ທີ່ທຸກຄົນ, ທຸກເພດໄວສາມາດເຂົ້າເຖິງໄດ້ຢ່າງສະດວກສະບາຍ ສິ່ງເຫຼົ່ານີ້ມີທັງອັນດີ ແລະ ອັນບໍ່ດີ. ສະນັ້ນ, ເພື່ອຕ້ານ ແລະ ສະກັດກັ້ນປະກົດຫຍໍ້ທໍ້ດັ່ງກ່າວ ຈຶ່ງເປັນໜ້າທີ່ຂອງໝົດທຸກຄົນໃນຄອບຄົວ, ໂຮງຮຽນ ແລະ ທຸກການຈັດຕັ້ງໃນສັງຄົມ. ສະຫະພັນແມ່ຍິງລາວໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ເປັນບ່ອນເຕົ້າໂຮມຄວາມສາມັກຄີຂອງແມ່ຍິງລາວບັນດາເຜົ່າ ຕ້ອງກຳໃຫ້ໄດ້ສະພາບໃນປັດຈຸບັນ ເພື່ອເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບທີ່ພັກ-ລັດມອບໝາຍ, ຫັນມະຕິກອງປະຊຸມໃຫຍ່ຂອງພັກມາເປັນແຜນການເຄື່ອນໄຫວລະອຽດ ພ້ອມທັງເສີມຂະຫຍາຍຈຸດດີ ແລະ ແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ພ້ອມທັງວາງມາດຕະການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ສອດຄ່ອງ ແລະ ມີປະສິດທິພາບ ເພື່ອຊຸກຍູ້ຂະບວນການພັດທະນາແມ່ຍິງ ໃຫ້ດີຂຶ້ນເທື່ອລະກ້າວ ພ້ອມທັງຕ້ອງເອົາໃຈໃສ່ບາງຈຸດ ຄື:

  1. ຄະນະບໍລິຫານງານແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກສາກຽດສັກສີຂອງແມ່ຍິງລາວ ແລະ ສືບຕໍ່ກໍ່ສ້າງແມ່ຍິງລາວບັນດາເຜົ່າໃຫ້ກາຍເປັນ “ລູກສາວຜູ້ປະເສີດຂອງພັກ ແລະ ຂອງປະເທດຊາດ”; ມີລະບຽບວິໄນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ; ສູ້ຊົນຝຶກຝົນຫຼໍ່ຫຼອມຕົນເອງ ມີຄວາມບຸກບືນພັດທະນາຕົນເອງ ໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ທິດສະດີການເມືອງ ແລະ ພາສາຕ່າງປະເທດ, ມີຄວາມສະດຸ້ງໄວ, ກ້າຄິດ, ກ້າຕັດສິນໃຈ ແລະ ກ້າຮັບຜິດຊອບ ແລະ ປະລະບັນດາຄວາມເຊື່ອທີ່ເປັນການກົດໜ່ວງການພັດທະນາຊີວິດການເປັນຢູ່ທີ່ດີກວ່າ, ກ້າວໜ້າກວ່າຂອງເອື້ອຍນ້ອງແມ່ຍິງລາວ;
  2. ເອົາໃຈໃສ່ປັບປຸງການຈັດຕັ້ງ, ແບບແຜນການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ແທດເໝາະຕົວຈິງ, ຕິດແທດກັບຮາກຖານ, ການເຮັດວຽກຕ້ອງມີແຜນການ, ແຜນງານ, ມີໂຄງການລະອຽດ, ມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫຼຸບຖອນຖອນບົດຮຽນໃນແຕ່ລະໄລຍະຢ່າງພາວະວິໄສ, ໄປຄຽງຄູ່ກັບການປັບປຸງ ແລະ ຂະຫຍາຍການຈັດຕັ້ງສະມາຊິກສະຫະພັນແມ່ຍິງໃຫ້ກວ້າງຂວາງ, ກວມເອົາແມ່ຍິງຢູ່ທັງໃນຕົວເມືອງ ແລະ ເຂດຊົນນະບົດ, ສະຖາບັນການສຶກສາ, ໂຮງຈັກ, ໂຮງງານ, ວິສະຫະກິດ, ຫົວໜ່ວຍທຸລະກິດ ລວມທັງເອກະຊົນ ເພື່ອເຮັດໃຫ້ແມ່ຍິງຢູ່ໃນທຸກສາຂາອາຊີບ ໃນເກນອາຍຸໄດ້ເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃຫ້ມີຈຳນວນເພີ່ມຂຶ້ນ;
  3. ຄະນະບໍລິຫານງານ ແລະ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີຍົກສູງຄວາມຮູ້ຄວາມສາມາດຂອງຕົນເອງ ໃຫ້ທຽມທັນກັບໜ້າທີ່ການເມືອງໃນໄລຍະໃໝ່ ກໍຄືໃນສະພາບການປະຈຸບັນ ເປັນຕົ້ນ ພາສາຕ່າງປະເທດ, ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ການພົວພັນຮ່ວມມື ຍາດແຍ່ງການຊ່ວຍເຫຼືອ ເພື່ອມາປະຕິບັດແຜນພັດທະນາແມ່ຍິງແຫ່ງຊາດ ໃຫ້ເກີດດອກອອກຜົນ. ໄປພ້ອມກັນນັ້ນ ຕ້ອງເອົາໃຈໃສ່ຢ່າງແຂງແຮງ ຕໍ່ການຮັກສາ, ສືບທອດ, ສົ່ງເສີມວັດທະນະທໍາອັນດີງາມຂອງຊາດຂອງແມ່ຍິງ;
  4. ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວກໍຄືການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ເຂົ້າສູ່ລວງເລິກ, ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ ໃຫ້ບັນລຸຕາມແຜນການທີ່ວາງໄວ້, ໂດຍສົມທົບກັບຄະນະພັກ-ອົງການປົກຄອງ, ອົງການພາຄີ ເພື່ອໃຫ້ຂະບວນການຕິດແທດກັບຮາກຖານ, ມີປະສິດທິພາບຢ່າງແທ້ຈິງ ແລະ ໃຫ້ຂະບວນການລວມໄປລວງດຽວກັນ;
  5. ເອົາໃຈໃສ່ໃນການປຸກລະດົມໃຫ້ແມ່ຍິງສ້າງເງື່ອນໄຂ, ສົ່ງເສີມໃຫ້ລູກຫຼານທັງຍິງ-ຊາຍ ໂດຍສະເພາະເພດຍິງຊົນເຜົ່າຢູ່ເຂດຊົນນະບົດຫ່າງໄກ ໃນເກນອາຍຸໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງ ແລະ ຮຽນຕໍ່ໃນລະດັບທີ່ສູງຂຶ້ນ, ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ​ໃນ​ການ​ຊຸກຍູ້​ວຽກ​ງານໂຄສະນາ​ສຸຂະ​ສຶກສາ ​ແລະ ການ​ຮັກສາ​ສຸຂະພາບ​ຂອງ​ແມ່ ​ແລະ ​ເດັກ ​ໄປ​ຄຽງ​ຄູ່​ກັບສ້າງເງື່ອນໄຂໃຫ້ແມ່ຍິງໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ມີໂພຊະນາການທີ່ດີ ເພື່ອເຮັດໃຫ້ອັດຕາສ່ວນການຕາຍຂອງແມ່ ແລະ ເດັກຫຼຸດລົງຮັບປະກັນ​ໃຫ້​ປະຊາຊົນ​ກໍ​ຄື​​ແມ່ຍິງ​ບັນດາ​ເຜົ່າ​ ແລະ ເດັກ ມີສຸຂະພາບແຂງແຮງ, ສົມບູນ ແລະ ມີອາຍຸຍືນ; ສ້າງສະຖາບັນຄອບຄົວໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ມີຄວາມຜາສຸກ ຕ້ານປະກົດການຫຍໍ້ທໍ້ໃນຄອບຄົວ ແລະ ສັງຄົມ;
  6. ປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19 ແລະ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ ພ້ອມທັງຊຸກຍູ້ສົ່ງເສີມໃຫ້ແມ່ຍິງລາວບັນດາເຜົ່າໄດ້ທຳມາຫາກິນ ແລະ ດຳລົງຊິວິດປົກກະຕິໃນເງື່ອນໄຂໃໝ່ (ດໍາລົງຊິວິດປົກກະຕິແບບໃໝ່) ພ້ອມທັງໂຄສະນາປຸກລະດົມຂົນຂວາຍຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າເຂົ້າຮ່ວມໃນການສ້າງເສດຖະກິດຄອບຄົວ ຊອກຫາແຫຼ່ງລາຍຮັບດ້ວຍການຜະລິດເປັນສິນຄ້າ ແລະ ການບໍລິການ ເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມໂດຍເລີ່ມຈາກການນຳໃຊ້ທ່າແຮງບົ່ມຊ້ອນທີ່ເປັນສີໄມ້ລາຍມີອັນປານີດຂອງແມ່ຍິງລາວບັນດາເຜົ່າ ເປັນຕົ້ນ ຫັດຖະກຳຕ່ຳແຜ່ນ, ຕໍ່າຫູກທໍໄໝ, ຫັດຖະກຳຜ້າຝ້າຍ ແລະ ອື່ນໆທີ່ເປັນມູນເຊື້ອ ເພື່ອແນໃສ່ສົ່ງເສີມການຜະລິດເປັນສິນຄ້າ, ສ້າງລາຍຮັບໃຫ້ແມ່ຍິງ ແລະ ຄອບຄົວ ເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກ ບົນພື້ນຖານເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
  7. ສືບຕໍ່ພົວພັນຮ່ວມມື ກັບແມ່ຍິງປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດ, ແລະ ອົງການຈັດຕັ້ງສາກົນ ຢ່າງມີການເລືອກເຟັ້ນ ຕາມແນວທາງນະໂຍບາຍຂອງພັກ ບົນຫຼັກການພື້ນຖານ ເຄົາລົບເຊິ່ງກັນ ແລະ ກັນຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອແລກປ່ຽນບົດຮຽນ, ປະສົບການ, ຂໍການສະໜັບສະໜູນດ້ານທຶນຮອນ, ງົບປະມານ ເຂົ້າໃນການເຄື່ອນໄຫວວຽກງານ ການພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ.

ພ້ອມກັນນໍາອົາເນື້ອໃນ ແລະ ມະຕິກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບແຕ່ລະຂົງເຂດວຽກງານຂອງຕົນ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.