loader image

ກອງປະຊຸມຄົບຄະນະກາງສະໄໝຂອງໜ່ວຍພັກຮາກຖານຫ້ອງການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ

May 26, 2023 | ຂ່າວສານ ແລະ ກິດຈະກຳ

ເພື່ອກະກຽມໃຫ້ການດຳເນີນກອງປະຊຸມຄົບຄະນະກາງສະໄໝຂອງອົງຄະນະພັກ ສສຍລ, ດັ່ງນັ້ນ ໃນຕອນເຊົ້າວັນທີ 22 ພຶດສະພາ 2023 ໜ່ວຍພັກຮາກຖານຫ້ອງການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຈັດກອງປະຊຸມຄົບຄະນະກາງສະໄໝຂອງໜ່ວຍພັກຕົນເອງຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະປະຈຳພັກ, ຄະນະຕິດຕາມ-ຊຸກຍູ້ກອງປະຊຸມ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກຫ້ອງການ ຄຊກມດ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ນາງ ມະນີວອນ ຫຼວງສົມບັດ ເລຂາໜ່ວຍພັກຫ້ອງການ ຄຊກມດ ໄດ້ຜ່ານຮ່າງບົດສະຫຼຸບຕີລາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຄັ້ງທີ IV ຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ; ຖືສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກທາງດ້ານທິດສະດີການເມືອງ, ວິຊາສະເພາະ, ວິຊາການຕ່າງໆ ດ້ວຍການນຳພາເຂົ້າຮ່ວມເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ-ຄຳສັ່ງຂອງພັກ, ກົດໝາຍ, ກົດລະບຽບຕ່າງໆ ຂອງລັດ, ມູນເຊື້ອຂອງພັກ, ຂອງຊາດ; ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ. ຈາກນັ້ນ ສະຫາຍ ນາງ ວິໄລວັນ ບຸບຜານຸວົງ ຮອງເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມຂອງໜ່ວຍພັກຮາກຖານຫ້ອງການ ຄຊກມດ. ຫຼັງຈາກນັ້ນ ໄດ້ດຳເນີນການທາບທາມ ແລະ ປະເມີນພະນັກງານນໍາພາ-ຄຸ້ມຄອງຕື່ມອີກ.
ໂອກາດນີ້ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ໄດ້ມີຄຳເຫັນໂອ້ລົມ ໂດຍສະຫາຍໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ-ສະມາຊິກພັກທຸກສະຫາຍ ພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ເຫັນວ່າຍັງຄົງຄ້າງ, ເສີມຂະຫຍາຍດ້ານດີ, ສືບຕໍ່ປັບປຸງດ້ານອ່ອນຂໍ້ຄົງຄ້າງໃຫ້ສຳເລັດເປັນກ້າວໆ, ສືບຕໍ່ເອົາໃຈໃສ່ແກ້ໄຂວຽກງານທີ່ຍັງຄົງຄ້າງ, ເພື່ອເປັນບ່ອນອິງໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານທ້າຍສະໄໝໃຫ້ໄດ້ຮັບຜົນດີເທື່ອລະກ້າວ.