ໂດຍການເປັນປະທານຂອງ ທ່ານ ສຈ.ປອ.ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະກຳມະທິການແຫ່ງຊາດດ້ານໂພສະນາການ, ຕາງໜ້າ ສສຍລ ເຂົ້າຮ່ວມໂດຍ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ, ມີກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງສຶກສາທິການ ແລະ ກິລາ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມແມ່ນເພື່ອສະຫຼຸບຄືນວຽກງານໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການທ້າຍປີ 2022 ແລະ ທົບທວນຄືນແຜນງົບປະມານແຫ່ງຊາດດ້ານການຈັດຕັ້ງປະຕິບັດວຽກງານໂພຊະນາການ.
ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການ ປະຈໍາ 6 ເດືອນຕົ້ນປີ ແລະ ແຜນການທ້າຍປີ 2022
