ທ່ານນາງ ຈັນສະຫມອນ ແສງຫາລາດ ຫົວຫນ້າພະແນກອົບຮົມວຽກງານແມ່ຍິງ ຕາງຫນ້າ ສສຍລ ນຳທີມຄູຝຶກຈາກສູນອົບຮົມແມ່ຍິງລາວ, ກົມພັດທະນາແມ່ຍິງລາວ ສົມທົບກັບ ຄູຝຶກ ແລະ ອາສາສະຫມັກ ສຍ ແຂວງເຊກອງທີ່ມາຈາກ ສູນພັດທະນາແມ່ຍິງບັນດາເຜົ່າແຂວງເຊກອງ ລົງເຄື່ອນໄຫວເຮັດກິດຈະກຳຊ່ວຍຜູ້ປະສົບໄພນໍ້າຖ້ວມ ທີ່ເມືອງສະຫນາມໄຊ ແຂວງອັດຕະປື ເຊິ່ງປະກອບມີກິດຈະກຳຕັດຜົມຍິງ-ຊາຍ, ໃຫ້ຄວາມຮູ້ກ່ຽວກັບສຸຂະອານາໄມ ນຳພາເດັກນ້ອຍຫລິ້ນກິດຈະກຳຖາມ-ຕອບຄຳຖາມ











