ສະຫະພັນແມ່ຍິງແຂວງບໍ່ແກ້ວ ຈັດຕັ້ງການເຜີຍແຜ່ເອກະສານ ແມ່ຍິງກັບການອະນຸລັກວັດທະນະທໍາອັນດີງາມຂອງຊາດ, ໂດຍການເປັນປະທານຂອງທ່ານ ນ. ສົມແປງ ໃຈຍະສັກ, ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີບັນດາຄະນະບໍລິຫານງານ ສຍ ແຂວງ, ຄະນະຮາກຖານ/ຄະນະໜ່ວຍ ສຍ, ສະມາຊິກ ສຍ ພະແນກການອ້ອມຂ້າງແຂວງ ແລະ ຄອບຄົວການນໍາຂອງແຂວງເຂົ້າຮ່ວມ. ທີ່ຫໍວັດທະນະທໍາແຂວງ, ວັນທີ 10 ສິງຫາ 2018.
ພາບ-ຂ່າວ: ດອນ ຜົນປະດິດ.



