ວັນທີ 8 ສິງຫາ 2018 ທີ່ສູນຝຶກອົບຮົມແມ່ຍິງລາວ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານການຕະຫລາດ ສຳລັບຜູ້ປະກອບການຍິງ,
ຜູ້ຜະລິດເຄື່ອງຫັດຖະກຳ ແລະ ຜູ້ດຳເນີນທຸລະກິດເຄື່ອງຫັດຖະກຳ, ກ່າວເປີດຊຸດຝຶກອົບຮົມໂດຍ ທ່ານ ນ ສິຮິກິດ ບຸບຜາ
ຮອງປະທານຄະນະບ່ລິຫານງານ ສສຍລ, ທ່ານ ນ ຈີນ ຄ້ອງ ຫວ່າງ ຜູ້ຄຸ້ມຄອງໂຄງການປະຈຳສູນອົບຮົມແມ່ຍິງລາວ, ທ່ານ ນ ລາວັນສຸດ
ທິສານ ຫົວຫນ້າສູນຝຶກອົບຮົມແມ່ຍິງລາວ, ພ້ອມດ້ວຍນັກສຳມາກອນທີ່ມາຈາກ 10 ແຂວງ ແລະ ມາຈາກສະມາຄົມຫັດຖະກຳລາວ,
ສູນພັດທະນາແມ່ຍິງພິການລາວ ເຂົ້າຮ່ວມ, ຊຸດຝຶກອົບຮົມຄັ້ງນີ້ດຳເນີນເປັນເວລາ 3 ວັນ, ວັນທີ 8-10 ສິງຫາ, ໂດຍໄດ້ຮັບການສະຫນັບຫນູນ
ຈາກກະຊວງສະເຫນີພາບບົດບາດຍິງ-ຊາຍ ແລະ ຄອບຄົວ ສ ເກົາຫລີ







