ວັນທີ 1 ສິງຫາ 2018, ສສຍລ ນໍາໂດຍ ທ່ານ ດຣ ນາງອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ເດີນທາງໄປທີ່ແຂວງອັດຕະປື ເພື່ອໄປຢ້ຽມຢາມຖາມຂ່າວ, ໃຫ້ກຳລັງໃຈ ແລະ ນໍາເອົາເຄື່ອງໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ລວມມູນຄ່າທັງຫມົດ 310,000,000ກີບ ປະກອບມີ:
➡️ຊຸດເຄື່ອງຄອບຄົວ ຈຳນວນ 600ຊຸດ
➡️ຊຸດເຄື່ອງກູ້ໄພ ຈຳນວນ 200ຊຸດ
➡️ຊຸດເຄື່ອງອາສາສະຫມັກ ຈຳນວນ 200ຊຸດ
➡️ຊຸດຄົວກິນ ຈຳນວນ 10ຊຸດ









