ກອງປະຊຸມວິສາມັນຄົບຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IV ຈັດຂຶ້ນໃນວັນທີ 21 ເມສາ 2022 ໂດຍການເປັນປະທານຂອງ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ, ເຂົ້າຮ່ວມມີສະຫາຍຮອງເລຂາຄະນະບໍລິຫານງານພັກ, ຄະນະປະຈໍາພັກ ແລະ ຄະນະກຳມະການພັກ. ກອງປະຊຸມໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບທີ 90/ຄລສພ ລົງວັນທີ 11 ເມສາ 2022 ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IV; ຜ່ານຮ່າງມະຕິຕົກລົງວ່າດ້ວຍໜ້າທີ່, ສິດ ແລະ ລະບອບເຮັດວຽກຂອງຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IV; ຜ່ານຮ່າງແຜນດໍາເນີນງານຂອງຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IV ແລະ ປຶກສາຫາລືຄົ້ນຄວ້າການເຄື່ອນໄຫວຂອງໜ່ວຍພັກບໍານານ.
ກອງປະຊຸມວິສາມັນຄົບຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IV
- Details
- Written by LAO WOMEN'S UNION
- Category: News
- Hits: 349