ບົດພັດທະນາ

786

ສູນກາງສະຫະພັນແມ່ຍິງລາວ ຈັດຊຸດຝຶກອົບຮົມຄູຝຶກໃນວຽກງານພັດທະນາແມ່ຍິງ ລະຫວ່າງວັນທີ 12-23 ມີນາ 2018 ເພື່ອຍົກລະດັບຄວາມຮູ້ ຄວາມສາມາດຂອງພະນັກງານນຳພາຂອງສະຫະພັນແມ່ຍິງຂັ້ນແຂວງ, ນະຄອນຫຼວງ ແລະ ສສຍລ ຈຳນວນ

54 ຄົນ ໃຫ້ມີຄວາມຮັບຮູ້ ເຂົ້າໃຈກ່ຽວກັບລະບຽບຫຼັກການ, ວິທີການເປັນຄູຝຶກ ແລະ ຂະບວນການຝຶກອົບຮົມຢ່າງເປັນລະບົບຄົບຊຸດ, ເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນເນື້ອໃນການເຄື່ອນໄຫວວຽກງານພັດທະນາແມ່ຍິງຢ່າງ

ຮອບດ້ານ ພ້ອມທັງເປັນການສ້າງຄູຝຶກຫຼັກແຫຼ່ງຢູ່ສະຫະພັນແມ່ຍິງຂັ້ນແຂວງ, ນະຄອນຫຼວງ ແລະ ສູນກາງສະຫະພັນແມ່ຍິງລາວ.

      ທ່ານນາງ ແພງວັນ ເສີມຄຳຫຼ້າ ຮອງປະທານສະຫະພັນແມ່ຍິງແຂວງ ຫົວພັນ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເຮັດໃຫ້ຂ້າພະເຂົ້າໄດ້ຮັບຮູ້ທັດສະນະຂອງພັກຕໍ່ບົດບາດຂອງແມ່ຍິງ ບໍ່ວ່າເວລາໃດພັກ-ລັດເຫັນໄດ້ຄວາມສຳຄັນ ແລະ ຍົກສູງຖານະບົດບາດຂອງແມ່ຍິງລາວບັນດາເຜົ່າ ສະແດງອອກໃນມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ X ໄດ້ກຳນົດໃຫ້ມີຈຳນວນແມ່ຍິງບັນ ຈຸເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງຂັ້ນສູນກາງ ກວມ 20%, ຂັ້ນແຂວງ 25%, ຂັ້ນເມືອງ 15% ແລະ ຂັ້ນບ້ານ 10%, ນອກນີ້ ກໍໄດ້ຮຽນຮູ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງ, ການຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ,4 ຄາດໝາຍ ແລະ 4 ທິດນຳ ແລະ ວຽກງານປິ່ນອ້ອມອື່ນໆ‚ ພາຍຫຼັງສຳເລັດແລ້ວຂ້າພະເຈົ້າຈະນຳເອົາເນື້ອໃນຈິດໃຈຂອງຊຸດຝຶກອົບຮົມນີ້ ໄປສົມທົບກັບຄະນະປະທານ

ສະຫະພັນແມ່ຍິງແຂວງ ກໍຄືຄະນະນຳອົງການປົກຄອງແຂວງ ເພື່ອຂຶ້ນແຜນນຳເອົາບົດຮຽນລົງໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢູ່ຂັ້ນເມືອງ ແລະ ບ້ານໃຫ້ໄດ້ຕາມລະດັບຄາດໝາຍ.Ž

787

      ທ່ານນາງ ຄໍາປິວ ສີສົມບັດ ຮອງປະທານສະຫະພັນແມ່ຍິງ ແຂວງ ບໍລິຄໍາໄຊໃຫ້ສຳພາດວ່າ: ຊຸດຝຶກອົບຮົມນີ້ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍຕໍ່ເພດຍິງໃນທົ່ວປະເທດ, ພະນັກງານສະຫະພັນແມ່ຍິງ ແຂວງ, ນະຄອນຫຼວງ ແລະ ພະນັກງານຫຼັກ

ແຫຼ່ງທັງຂອງສູນກາງສະຫະພັນແມ່ຍິງລາວເປັນການຍົກລະດັບ ທາງດ້ານຄວາມຮູ້-ຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ພະນັກງານເພດຍິງທີ່ກາຍເປັນພະນັກງານນໍາພາ-ຄຸ້ມຄອງໃນອະນາຄົດ. ຜ່ານການຝຶກອົບຮົມ, ຂ້າພະເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈ

ຢ່າງຈະແຈ້ງ ໂດຍສະເພາະທັດສະນະ ແລະ ການຊີ້ນໍາຂອງພັກຕໍ່ວຽກງານແມ່ຍິງເຊິ່ງສະແດງອອກປະຫວັດມູນເຊື້ອຂອງແມ່ຍິງລາວ, ແຜນພັດທະນາແມ່ຍິງລາວ (2016-2020),ຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ,ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ

ແລະ ກົດລະບຽບຂອງ ສຍ ລາວ, ການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງເພດຍິງ, ວຽກງານກໍ່ສ້າງຮາກຖານການເມືອງ, ຝຶກອົບຮົມການເປັນຄູຝຶກ, ບົດບາດຂອງວິທະຍາກອນ ແລະ ວຽກງານອື່ນໆ ຊຶ່ງລ້ວນແລ້ວແຕ່ມີຄວາມໝາຍ ຄວາມສໍາຄັນຫຼາຍຕໍ່ການພັດ

ທະນາແມ່ຍິງໃນທຸກດ້ານ ເພື່ອໃຫ້ກາຍເປັນກໍາລັງແຮງທີ່ເຂັ້ມແຂງ ໃຫ້ແກ່ສະຫະພັນແມ່ຍິງຂັ້ນຕ່າງໆ ກາຍເປັນຄູຝຶກປະຈໍາຢູ່ບັນດາ ແຂວງໃນທົ່ວປະເທດ.

788

      ທ່ານນາງ ວັນ ຈອມວິສານ ຮອງປະທານສະຫະພັນແມ່ຍິງ ແຂວງຜົ້ງສາລີ ໄດ້ໃຫ້ສຳພາດວ່າ: ການເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ແມ່ນສຳຄັນ ແລະ ເປັນປະໂຫຍດຫຼາຍສຳລັບພະນັກງານເພດຍິງ, ເຮັດໃຫ້ຂ້າພະເຈົ້າກໍຄືຜູ້ເຂົ້າຮ່ວມທຸກຄົນໄດ້ຮັບຄວາມຮູ້ໃໝ່ໆ

ຫຼາຍດ້ານເປັນຕົ້ນ ການກໍ່ສ້າງຮາກຖານການເມືອງ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຕິດພັນກັບວຽກງານ 3 ສ້າງ, ການໂຄສະນາປາຖະກະຖາ, ວຽກງານທີ່ປິ່ນອ້ອມໃນການພັດທະນາແມ່ຍິງ ໂດຍສະເພາະການເປັນຄູຝຶກທີ່ດີ ແນໃສ່ສ້າງໃຫ້ສາມາດນຳເອົາຄວາມຮູ້ໄປປັບໃຊ້ໃນຂົງເຂດຂອງຕົນໄດ້ຢ່າງແທດເໝາະ ຊຶ່ງພາຍຫຼັງສຳເລັດຊຸດຝຶກອົບຮົມໃນ

ຄັ້ງນີ້ ກໍຈະນຳເອົາຄວາມຮູ້ດັ່ງກ່າວໄປເຜີຍແຜ່ໃຫ້ຄະນະ ສຍ ແຕ່ລະຂັ້ນຢູ່ແຂວງ ຜົ້ງສາລີຮັບຮູ້ເຂົ້າໃຈ ເພື່ອພ້ອມກັນພັດທະນາບຸກຄະລາ ກອນເພດຍິງ ກໍຄືວຽກງານແມ່ຍິງໃຫ້ກ້າວໜ້າຂຶ້ນເລື້ອຍໆŽ.

776777778

ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດອໍານາດແຫ່ງລັດ, ເປັນອົງການນິຕິບັນຍັດປະ

ຕິບັດພາລະບົດບາດ ຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາພື້ນຖານຂອງປະເທດຊາດ ຕິດຕາມກວດກາ ການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນ ດາອົງການລັດ.

      ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ປະຊາຊົນລາວພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໄດ້ພ້ອມກັນປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະແມ່ນດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການເພື່ອຂຸດຄົ້ນ ເສີມຂະຫຍາຍກໍາລັງແຮງຂອງຊາດ ແລະ ຍຸກສະ

ໄໝເຂົ້າໃນການສືບຕໍ່, ບູລະນະລະບອບປະຊາທິປະໄຕປະຊາຊົນ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ

ແລະ ສີວິໄລ ພ້ອມກັນສ້າງປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມ.

      ທ່ານນາງ ທັດສະດາພອນ ແສງສຸລິຍາ ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດ ຊຸດທີ VIII ໄດ້ໃຫ້ສໍາພາດວ່າ: ໃນຖານະເປັນປະທານ ຄະ

ນະສະມາຊິກສະພາແຫ່ງຊາດເພດຍິງ ແມ່ນກົງຈັກໜຶ່ງຂອງຄະນະປະຈໍາສະພາແຫ່ງຊາດ,ປະຕິບັດພາລະບົດບາດເປັນເສນາທິການໃຫ້ຄະນະປະຈໍາສະພາແຫ່ງຊາດ, ຕິດຕາມກວດກາ, ການປະຕິບັດກົດໝາຍ, ແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບການເຊື່ອມທັດສະນະບົດບາດຍິງ-ຊາຍ, ສິດສະເໝີພາບຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການ

ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ວຽກງານປົກປ້ອງພັດທະນາແມ່ ແລະ ເດັກ ແລະ ຊຸກຍູ້ການປະຕິບັດສັນຍາສາກົນ ແລະ ສົນທິສັນຍາກ່ຽວກັບແມ່ຍິງ. ຄະນະສະມາຊິກສະພາ

ແຫ່ງຊາດເພດຍິງ ໄດ້ເຄື່ອນໄຫວຕາມ 04 ພາລະບົດບາດຂອງສະພາແຫ່ງຊາດຄື: ເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ບົດບາດນິຕິບັນຍັດ, ຕົກລົງ

ບັນຫາພື້ນຖານສໍາຄັນຂອງຊາດ, ຕິດຕາມກວດກາ. ສະມາຊິກສະພາເພດຍິງ ໄດ້ປະກອບສ່ວນຢ່າງຕັ້ງໜ້າຄຽງບ່າຄຽງໄຫຼ່ ຮ່ວມກັບສະມາຊິກສະພາແຫ່ງຊາດເພດຊາຍ.

      ສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ແລະ ສະມາຊິກສະພາປະຊາຊົນ( ສສຂ) ເພດຍິງ ຂັ້ນແຂວງ ທີ່ປະຈໍາຢູ່ສູນກາງ ແລະ ເຂດເລືອກຕັ້ງໄດ້ປະກອບສ່ວນປະຕິບັດ

ພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ນິຕິກໍາລຸ່ມກົດໝາຍທີ່ນໍາເຂົ້າມາຜ່ານໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ສະພາປະຊາຊົນ

ຂັ້ນແຂວງ ໃນແຕ່ລະຄັ້ງ ປະຈຸບັນມີຈໍານວນ 125 ສະບັບ ແລະ ນິຕິກໍາລຸ່ມກົດໝາຍສະບັບທີ່ພົວພັນເຖິງການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.

      ໃນນັ້ນ ກົດໝາຍທີ່ພົວພັນໂດຍກົງຕໍ່ແມ່ຍິງ ແລະ ເດັກນ້ອຍປະກອບມີ: ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ,ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍສິດທິ

ເດັກ, ກົດໝາຍວ່າດ້ວຍການດໍາເນີນຄະດີເດັກ ແລະ ມີຫຼາຍກົດໝາຍທີ່ພົວພັນເຖິງການປົກປ້ອງ, ການສົ່ງເສີມ ແລະ ການພັດທະນາແມ່ຍິງ ແລະ ເດັກ. ນອກນີ້ ສສຊ ແລະ ສສຂ

ເພດຍິງຍັງໄດ້ປະກອບຄໍາຄິດເຫັນ, ພິຈາລະນາເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຂອງແມ່ຍິງ.

      ພາລະບົດບາດຕິດຕາມກວດກາ ແມ່ນມີຄວາມສໍາຄັນຫຼາຍ ນອກຈາກ ສສຊ  ເພດຍິງ ໄດ້ເຂົ້າຮ່ວມຟັງການລາຍງານຂອງລັດຖະບານ, ອົງການຕຸລາການ ແລະ ພາກ

ສ່ວນທີ່ກ່ຽວຂ້ອງ ທີ່ນໍາເຂົ້າມາຜ່ານໃນກອງປະຊຸມສະພາແຫ່ງຊາດແລ້ວ, ສສຊ ແລະ  ໜ່ວຍ ສສຂ ເພດຍິງ ໄດ້ປະຕິບັດບົດບາດຕິດຕາມກວດກາໂດຍຜ່ານການລົງພົບປະ

ຜູ້ມີສິດເລືອກຕັ້ງ, ຜ່ານການເຂົ້າພົບ ສສຊ ຍິງໂດຍກົງ ແລະ ຜ່ານການນໍາສະເໜີຄໍາຮ້ອງຂໍຄວາມເປັນທໍາຈາກແມ່ຍິງລາວບັນດາເຜົ່າ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ.

      ນອກນັ້ນ ຍັງເລັ່ງໃສ່ຕິດຕາມກວດກາເປົ້າໝາຍທີ 05 ທີ່ລະບຸໄວ້ໃນເປົ້າໝາຍການພັດທະນາແບບຍືນຍົງ ຄື: ລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ແລະ ເດັກຍິງຢູ່ທົ່ວ

ທຸກແຫ່ງ, ກໍາຈັດທຸກຮູບແບບຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນເຂດສາທາລະນະ ແລະ ເຂດສ່ວນບຸກຄົນ ລວມທັງການຄ້າມະນຸດ ແລະ ການຂູດຮີດທາງເພດ

ແລະ ຮູບແບບອື່ນໆ, ກໍາຈັດທຸກການກະທໍາທີ່ເປັນອັນຕະລາຍເຊັ່ນ: ການແຕ່ງງານຂອງເດັກ, ການແຕ່ງງານກ່ອນໄວ ແລະ ການບັງຄັບໃຫ້ແຕ່ງງານ, ຮັບຮູ້ ແລະ ໃຫ້ຄຸນຄ່າການ

ດູແລເອົາໃຈໃສ່ ແລະ ວຽກໃນຄອບຄົວທີ່ບໍ່ໄດ້ຮັບຄ່າຈ້າງໂດຍການຕອບສະໜອງການບໍລິການດ້ານສັງຄົມ, ພື້ນຖານໂຄງລ່າງ ແລະ ນະໂຍບາຍການປົກປ້ອງດ້ານສັງຄົມ ກໍຄືສົ່ງ

ເສີມໃຫ້ມີຄວາມຮັບຜິດຊອບຮ່ວມກັນພາຍໃນຄອບຄົວ, ຮັບປະກັນໃຫ້ແມ່ຍິງມີສ່ວນຮ່ວມຢ່າງເຕັມສ່ວນ ແລະ ມີປະສິດທິຜົນ ແລະ ໄດ້ຮັບໂອກາດເທົ່າທຽມກັນ ລະຫວ່າງຍິງ-ຊາຍ

ສໍາລັບການເປັນການນໍາລະດັບຕັດສິນໃຈທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ.

      ທ່ານນາງ ທັດສະດາພອນ ແສງສຸລິຍາ ຍັງເນັ້ນຕື່ມວ່າ: ຢາກບັນລຸຕາມຄາດໝາຍຄືແນວນັ້ນ ກ່ອນອື່ນໝົດຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ ສສຊ ແລະ ສສຂ

ເພດຍິງ, ໂດຍການຈັດສໍາມະນາໃນຫົວຂໍ້ຕ່າງໆ ໄດ້ມີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ. ສິ່ງສໍາຄັນ ແມ່ນການມີສ່ວນຮ່ວມຂອງທ່ານຊາຍ ເພື່ອຊ່ວຍໂຄສະນາ, ເຜີຍແຜ່ແນວ

ທາງ, ກົດໝາຍ, ນິຕິກໍາ, ບັນດາສົນທິສັນຍາທີ່ພົວພັນເຖິງການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ກໍຄືການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກ.

                                                                                                                                                                                                                                                        ໂດຍ: ນາງ ພັນທະພອນ

333334335

3 ເສົາຄຳ້ອາຊຽນ ໝາຍເຖິງການຮ່ວມມືຂອງກຸ່ມສະມາຊິກຂອງປະເທດອາຊຽນ ທີ່ຈະຊ່ວຍໃຫ້ປະເທດສະມາຊິກ ມີຄວາມເປັນເອກະພາບກັນ, ເປັນໜຶ່ງດຽວ ມີຄວາມ

ແຂງແກ່ນ ແລະ ເຂັ້ມແຂງໃນທຸກດ້ານ, ສາມາດແກ້ໄຂບັນຫາ ຫຼື ຂໍ້ຂັດແຍ່ງຕ່າງໆໄດ້ໂດຍສັນຕິວິທີ, ຊຶ່ງປະກອບມີ 3 ເສົາຄຳ້ຫຼັກ ດັ່ງນີ້:

       ‘ ເສົາຄຳ້ທາງດ້ານການເມືອງແລະ ຄວາມໝັ້ນຄົງອາຊຽນ

      ‘ເສົາຄຳ້ທາງດ້ານເສດຖະກິດອາຊຽນ

      ‘ ເສົາຄຳ້ທາງດ້ານສັງຄົມ ແລະ ວັດທະນະທຳອາຊຽນ

         1.ເສົາຄຳ້ທາງດ້ານການເມືອງ ແລະ ຄວາມໝັ້ນຄົງອາຊຽນ:           

     ມີຈຸດປະສົງສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມໝັ້ນຄົງໃຫ້ບັນດາປະເທດອາຊຽນ ແລະ ຢູ່ຮ່ວມກັນໂດຍສັນຕິ ສາມາດແກ້ໄຂບັນຫາຄວາມຂັດແຍ່ງທີ່ເກີດ

ຂຶ້ນດ້ວຍຄວາມສັນຕິ, ຊຶ່ງໄດ້ກຳນົດຫຼັກການ ແລະ ການຮ່ວມມື ແລະ ດຳເນີນຄວາມສຳພັນລະຫວ່າງປະເທດສະມາຊິກອາຊຽນ ທີ່ໄດ້ຍອມຮັບຫຼັກໃນການປະຕິບັດ ດັ່ງນີ້:

      - ເຄົາລົບໃນເອກະລາດ, ການມີອຳນາດອະທິປະໄຕ, ຄວາມເທົ່າທຽມກັນ, ຄວາມໝັ້ນຄົງທາງດິນແດນ ແລະ ເອກະລັກ ແຫ່ງຊາດຂອງທຸກປະເທດ.

      - ປາສະຈາກການແຊກແຊງພາຍນອກ, ການໂຄ່ນລົ້ມອະທິປະໄຕ ຫຼື ການບີບບັງຄັບຈາກພາຍນອກ.

      - ການບໍ່ແຊກແຊງກິດຈະການພາຍໃນຊຶ່ງກັນ ແລະ ກັນ.

      - ການແກ້ໄຂບັນຫາ ໂດຍສັນຕິວິທີ.

      - ການຍົກເລີກການໃຊ້ກອງກຳລັງຄຸກຄາມຊຶ່ງກັນ ແລະ ກັນ.

      - ການຮ່ວມມືທີ່ມີປະສິດທິພາບ ຊຶ່ງກັນ ແລະ ກັນ.

       2.ເສົາຄຳ້ທາງດ້ານເສດຖະກິດອາຊຽນ:

      ເພື່ອເຮັດໃຫ້ປະເທດອາຊຽນມີຕະຫຼາດ ແລະ ພື້ນຖານການຜະລິດອັນດຽວກັນ,ມີການເຄື່ອນຍ້າຍການບໍລິການ, ການລົງທຶນ ແລະ ແຮງງານທີ່ມີຄຸນນະພາບຢ່າງເສລີ. ເປັນ

ຕະຫຼາດ ແລະ ພື້ນຖານການຜະລິດດຽວກັນ ຊຶ່ງຈະມີການເຄື່ອນຍ້າຍສິນຄ້າ, ການບໍລິການ,ການລົງທຶນ ແລະ ບັນດາແຮງງານທີ່ມີສີມື ຢ່າງເສລີ ແລະ ມີການເຄື່ອນຍ້າຍເງິນລົງທຶນຢ່າງ

ເສລີຫຼາຍຂຶ້ນ; ການສ້າງຂີດຄວາມສາມາດໃນການແຂ່ງຂັນທາງເສດຖະກິດຂອງອາຊຽນໂດຍໃຫ້ຄວາມສຳຄັນກັບນະໂຍບາຍ ທີ່ຈະຊ່ວຍສົ່ງເສີມການຮ່ວມກຸ່ມທາງເສດຖະກິດ

ເຊັ່ນ: ນະໂຍບາຍການແຂ່ງຂັນ, ການຄຸ້ມຄອງຜູ້ບໍລິໂພກ ສິດໃນການປົກປ້ອງຊັບສິນທາງປັນຍາ, ນະໂຍບາຍພາສີ ແລະ ການພັດທະ ນາພື້ນຖານໂຄງລ່າງ; ຄວາມສະເໝີພາບໃນ

ການພັດທະນາເສດຖະກິດ ໂດຍສຸມໃສ່ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍການສົ່ງເສີມຄວາມສາມາດຜ່ານໂຄງການ ແລະ ກິດຈະກຳຕ່າງໆ.

      ການຮ່ວມມືທາງເສດຖະກິດອາຊຽນທີ່ສຳຄັນ ມີດັ່ງນີ້:

      -ເຂດລົງທຶນອາຊຽນ.

      -ການເລີ່ມຕົ້ນລວມໂຕກັນຂອງອາຊຽນ.

      -ການຮ່ວມມືດ້ານອຸດສາຫະກຳ.

      -ຂອບເຂດດ້ານການບໍລິການ.

      -ການຮ່ວມມືດ້ານເຕັກໂນໂລຊີ ແລະ ເອເລັກໂຕຣນິກ.

      -ການຮ່ວມມືດ້ານການເງິນ.

      -ການຮ່ວມມືດ້ານກະສິກຳ ແລະ ປ່າໄມ້ຂອງອາຊຽນ ແລະ ອາຊຽນ+3 .

      -ການຮ່ວມມືດ້ານການຂົນສົ່ງ.

      - ຄວາມຮ່ວມມືດ້ານພະລັງງານໃນອາຊຽນ.

      - ການຕົກລົງດ້ານການທ່ອງທ່ຽວອາຊຽນ.

  1. ເສົາຄຳ້ທາງດ້ານສັງຄົມ ແລະ ວັດທະນະທຳອາຊຽນ:

      ອາຊຽນໄດ້ຕັ້ງເປົ້າໝາຍໃຫ້ທຸກປະເທດອາຊຽນເປັນປະຊາຄົມສັງຄົມ ແລະ ວັດທະນະທຳອາຊຽນ ເລີ່ມແຕ່ປີ 2015 ໂດຍມຸ່ງຫວັງເປັນປະຊາຄົມທີ່ມີປະຊາຊົນເປັນ

ສູນກາງ, ມີສັງຄົມທີ່ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ພ້ອມທັງເຮັດໃຫ້ປະຊາຊົນໃນປະເທດອາຊຽນມີຊີວິດການເປັນຢູ່ທີ່ດີ ແລະ ມີການພັດທະນາໃນທຸກດ້ານ ເພື່ອຍົກລະດັບຄຸນນະ

ພາບຊີວິດຂອງປະຊາຊົນ ສົ່ງເສີມການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງໃຫ້ກວມອັດຕາສ່ວນຫຼາຍຂຶ້ນ, ຊຶ່ງຈະຕ້ອງໄດ້ຮ່ວມກັນພັດທະນາໃນດ້ານຕ່າງໆ ດັ່ງນີ້:

      - ການພັດທະນາຊັບພະຍາກອນມະນຸດ.

      - ການຄຸ້ມຄອງ ແລະ ສະຫວັດດີການສັງຄົມ.

      - ສິດທິ ແລະ ຄວາມຍຸຕິທຳທາງສັງຄົມ.

      - ຄວາມຍືນຍົງດ້ານສິ່ງແວດລ້ອມ.

      - ການສ້າງຄວາມເປັນໄປໄດ້ຂອງປະເທດອາຊຽນ.

     -ການຫຼຸດຊ່ອງວ່າງໃນການພັດທະນາ.

                                                                                                                                                                                                                                                                                      ໂດຍ: ສຸພັນ

173

ກອງປະຊຸມຈັດຂຶ້ນເພື່ອເຜີຍແຜ່ ຜົນການຄົ້ນຄວ້າວິໄຈພາຍໃຕ້ຫົວຂໍ້ ວຽກ ງານທີ່ບໍ່ໄດ້ຮັບຄ່າຈ້າງ ສຳ ລັບແມ່ຍິງໃນ ສປປ ລາວžž ພ້ອມທັງປຶກສາຫາລື ປະກອບ ຄໍາຄິດຄໍາເຫັນຕໍ່ຮ່າງບົດລາຍງານຄົ້ນຄວ້າ ເພື່ອນໍາໄປປັບປຸງ ໃຫ້ເປັນສະບັບສົມ ບູນຂຶ້ນຕື່ມ. ດັ່ງນັ້ນ ສູນຂໍ້ມູນຂ່າວສານ ແລະ ຫໍມູນເຊື້ອແມ່ຍິງລາວ ຮ່ວມກັບທະ ນາຄານພັດທະນາ ອາຊີ (ADB) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການ ດຳເນີນໂຄງການສຶກສາຄົ້ນຄວ້າພາຍໃຕ້ ຫົວຂໍ້ ວຽກງານທີ່ບໍ່ ໄດ້ຮັບ ຄ່າຈ້າງສຳລັບ ແມ່ຍິງໃນ ສປປ ລາວ ຂຶ້ນ ໃນຕົ້ນເດືອນ ມີນາ ໂດຍການເປັນປະທານ ຂອງທ່ານນາງ ດວງສະໝອນ ດາລາວົງ ຫົວໜ້າກົມແຜນ ການ ແລະ ການຮ່ວມມືກັບຕ່າງປະເທດ ສສຍລ, ເຂົ້າຮ່ວມມີທ່ານ ຄຳແກ້ວ ສານ ບູນ ຄູນໄຊ   ຮອງລັດຖະມົນຕີກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ແຖວນະເຂດ ຊາພັກດີ ຫົວໜ້າໜ່ວຍ ງານພັດ ທະນາສັງຄົມບົດບາດຍິງ-ຊາຍ ຫ້ອງການພັດທະນາອາຊີ ປະຈຳລາວ, ທ່ານ ສຈ. ດຣ ນາງ ກຽວໂກະ ຄູຊາກາເບ ຊ່ຽວຊານ ຈາກ ADB ພ້ອມດ້ວຍແຂກຖືກເຊີນ ຈໍານວນ 30 ທ່ານ.

      ກອງປະຊຸມໄດ້ຮັບຟັງການນຳສະ ເໜີຜົນຂອງການຄົ້ນຄວ້າວິໄຈ ຈາກທ່ານ ສຈ. ດຣ ກຽວໂກະ ຄູຊາກາເບ ຊຶ່ງຍົກໃຫ້ ເຫັນປັດໄຈຕ່າງໆທີ່ສົ່ງຜົນກະທົບຕໍ່ແມ່ຍິງ ເປັນຕົ້ນດ້ານການພັດທະນາພື້ນຖານ ໂຄງ ລ່າງຍັງບໍ່ທົ່ວເຖິງ ເຮັດໃຫ້ແມ່ຍິງບໍ່ສາ ມາດເຂົ້າເຖິງການສຶກສາ, ການບໍລິການດ້ານ ສຸຂະພາບ, ລວມເຖິງດ້ານຮີດຄອງປະເພ ນີ ກໍເປັນສິ່ງຈຳກັດສຳລັບແມ່ຍິງ ໃນເຂດ ຊົນນະບົດຢູ່, ຊຶ່ງເຫັນວ່າ ແມ່ຍິງຈຳນວນ 60.7% ແມ່ນເຮັດວຽກເປັນແຮງງານທີ່ບໍ່ ໄດ້ຮັບຄ່າຈ້າງຢູ່ໃນຄອບ ຄົວສ່ວນ ເພດຊາຍ ແມ່ນກວມພຽງ 26.7% ເທົ່ານັ້ນ, ວຽກທີ່ບໍ່ ໄດ້ຮັບຄ່າຈ້າງສ່ວນໃຫຍ່ແມ່ນແມ່ຍິງເປັນ ຜູ້ປະຕິບັດ ທັງເປັນວຽກທີ່ມັກ ຖືກ ເບິ່ງຂ້າມ ແລະ ບໍ່ຖືກຮັບຮູ້ ແມ່ຍິງສ່ວນໃຫຍ່ຍັງເຮັດ ວຽກປູກຝັງເພື່ອການດໍາລົງຊີວິດ, ເຮັດວຽກ ໃນຄົວເຮືອນ ຫຼື ເບິ່ງແຍງ ເດັກນ້ອຍເທົ່ານັ້ນ.

      ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບ ຄຳເຫັນໃສ່ຮ່າງບົດຄົ້ນຄວ້າວິໄຈ ເພື່ອໃຫ້ ບົດຄົ້ນຄວ້າດັ່ງກ່າວ ມີເນື້ອໃນຄົບຖ້ວນ ສົມບູນ ເພື່ອເປັນຂໍ້ມູນໃນການພັດທະນາແມ່ຍິງໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ເລື້ອຍໆ. ການລົງເກັບກຳຂໍ້ມູນດັ່ງກ່າວແມ່ນ ຈັດຕັ້ງປະຕິບັດຢູ່ 3 ແຂວງ ຄື: ຈຳປາສັກ, ວຽງຈັນ ແລະ ແຂວງຫຼວງນຳ້ທາ.

                                                                                                                                                                                                                                                                                    ໂດຍ: ວຽງພອນ

170

ແຂວງ ຈຳປາສັກ ເປັນອີກແຂວງໜຶ່ງທີ່ໄດ້ຕັ້ງໜ້າຂົນຂວາຍສະມາຊິກ ສຍ, ແມ່ຍິງບັນດາເຜົ່າ ແລະ ທົ່ວສັງຄົມ ປະກອບສ່ວນໃນການຈຳໜ່າຍຜະລິດຕະພັນໃນໂຄງການຈຳປາຄຳຮ່ວມນຳ້ໃຈພັດທະນາ ແມ່ຍິງŽ.

       ໂດຍເອົາໃຈໃສ່ເຜີຍແຜ່ຄວາມສຳຄັນຂອງການປະກອບສ່ວນທຶນຮອນ ເພື່ອໄປ ປັບປຸງ ພັດທະນາຖຳ້ແມ່ຍິງຢູ່ເມືອງ ວຽງໄຊ ແຂວງ ຫົວພັນ ແລະ ອີກຈຳນວນໜຶ່ງແມ່ນຈະນຳໄປພັດທະນາແມ່ຍິງ ຜູ້ດ້ອຍໂອກາດ ໃນທົ່ວປະເທດ ເວົ້າສະເພາະແມ່ຍິງທີ່ໄດ້ຮັບ ຜົນກະທົບຈາກໄພນຳ້ຖ້ວມຢູ່ພາຍໃນ ກໍຄື ເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ດ້ວຍຄວາມເອົາໃຈໃສ່ຂອງຄະນະພັກຄະນະນຳແຂວງ ບວກກັບຄວາມຮັບຜິດຊອບຂອງ ຄະນະນຳ ສຍ ທຸກຂັ້ນພາຍໃນແຂວງ ຈຶ່ງເຮັດ ໃຫ້ແຂວງ ຈຳປາສັກ ສາມາດຈຳໜ່າຍຜະລິດ ຕະພັນຈຳປາຄຳໄດ້ລື່ນຄາດໝາຍທີ່ວາງໄວ້.

       ທ່ານນາງ ວາດສະໜາ ສິລິມາ ກຳມະການພັກແຂວງ ປະທານ ສຍ ແຂວງ ຈຳປາສັກ ໃຫ້ສຳພາດວ່າ: ພາຍຫຼັງໄດ້ຮັບແຈ້ງ ການ ຂ້າພະເຈົ້າກໍໄດ້ຂໍທິດຊີ້ນຳຈາກການນຳແຂວງ ຊຶ່ງທ່ານເຫັນດີເປັນເອກະ ພາບ ແລະ ຍ້ອງຍໍຊົມເຊີຍຕໍ່ທິດຊີ້ນຳອັນສະຫຼາດສ່ອງ ໃສຂອງ ຄະນະນຳ ສສຍລ ທີ່ເຫັນຄວາມສຳຄັນຂອງການພັດທະນາແມ່ຍິງລາວບັນດາເຜົ່າ.

       ຈາກນັ້ນ, ຄະນະນຳແຂວງໄດ້ຈັດ ກອງປະຊຸມຮ່ວມກັບການນຳທຸກຂັ້ນ ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ສີທົນ ແກ້ວພູວົງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ຊຶ່ງທ່ານ ໄດ້ປຸກລະດົມໃຫ້ການນຳແຕ່ລະຂັ້ນຮັບຮູ້ ແລະ ເຂົ້າໃຈກ່ຽວກັບຈຸດປະສົງໃນການຈຳໜ່າຍຜະລິດຕະພັນໂຄງການດອກຈຳປາຄຳໃນຄັ້ງນີ້ ຈຶ່ງເຮັດໃຫ້ການປຸກລະດົມ ຂົນຂວາຍການມີ ສ່ວນຮ່ວມຂອງຄະນະສະຫະພັນແມ່ຍິງ 10 ເມືອງ ບວກກັບຄວາມເປັນເຈົ້າການຈາກທຸກພາກສ່ວນເຂົ້າຮ່ວມ ແລະ ຊື້ຜະລິດຕະພັນ ຈຳປາຄຳ ເຮັດໃຫ້ແຂວງ ຈຳປາສັກ ສາມາດຈຳໜ່າຍຜະລິດຕະພັນດັ່ງກ່າວໄດ້ລື່ນຄາດໝາຍ.

                                                                                                                                                                                                                                                                                    ໂດຍ: ເພັດທອງຄຳ