ຊອກຫາມາຝາກ
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ຊອກຫາມາຝາກ
- ກົດເບິ່ງ: 150
ຈົດຈໍາໃນດວງໃຈວັນຄູແຫ່ງຊາດວັນທີ 7 ຕຸລາ
7 ຕຸລາສະຫງ່າແຈ້ງ ວັນແຫ່ງຄູຄໍາ
ເປັນວັນດີມີຄວາມໝາຍ ຄ່າຄູສູງລົ້ນ
ໝົດທຸກຄົນຄວນຮູ້ ການສຶກສາດີມີຄ່າ
ມີຄູມາຊ່ວຍສ້າງ ດີແທ້ແມ່ນຄູແທ້ໃດ!
ວັນຄູຄໍາຄວນຈື່ໄວ້ ວັນໜຶ່ງມີຄວາມໝາຍ
ນັກສຶກສາທັງຫຼາຍ ຈົ່ງຈື່ຈໍາວັນຄູນີ້
ເຍົາວະຊົນກຽມພ້ອມ ເປັນຕົວແທນສືບໜໍ່
ວິຊາໃດຮຽນບໍ່ໄດ້ ຄູຊວ້ານຊ່ວຍສະເໝີແທ້ໃດ!
ຄູເປັນຜູ້ເລີ່ມຕົ້ນສ້າງ ສຶກສາຊ່ວຍເອົາຄົນດີ
ມີປັນຍາສິດສອນ ແມ່ນດີຈິງແທ້
ຄູດີມີພະຄຸນລົ້ນ ຈົດຈໍາຄູອັນລໍ້າຄ່າ
ຫາອັນໃດປຽບບໍ່ໄດ້ ສົມແລ້ວທີ່ກ່າວມາແທ້ໃດ!
7 ຕຸລາລະນຶກໄວ້ ວັນແຫ່ງໃນດວງໃຈ
ຄູຄືແສງທຽນທອງ ຊ່ວຍທຸກຄົນເຫັນແຈ້ງ
ຄູດີມີນິຍາມໄວ້ ສອນດີຮຽນເກັ່ງ
ຄູສອນດີຮຽນໃຫ້ໄດ້ ຄູຈະຍ້ອງຕະຫຼອດໄປແທ້ເນີ!
ໂດຍ: ບຸນລຽບໄຊຍະແສງ
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ຊອກຫາມາຝາກ
- ກົດເບິ່ງ: 331
ຕາມຫຼັງດີກ່ອນ
ຖ້າເຮົາຈ້າງໂຕ ເຈົ້າຂອງຮ້ານເວົ້າກັບຊາຍໜຸ່ມ ໂຕຊິໄດ້ຫ້າແສນກີບຕໍ່ເດືອນ, ແຕ່ຫຼັງຈາກສິບເດືອນຕໍ່ໄປ ໂຕຊິໄດ້ເຈັດແສນກີບຕໍ່ເດືອນ
ເອີ! ດີ ຄັນຊັ້ນຫຼັງຈາກສິບເດືອນແລ້ວ ຂ້ານ້ອຍຈຶ່ງຊິກັບມາເຮັດວຽກໃຫ້.
Later better
If I hire you, said the shopkeeper to the youth, you will get 500.000 kips a month to start with, and 700.000 kips in ten months
Well, I will come back after ten months.