ເລື້ອງສັ້ນ

322323

ດັ່ງທີ່ຮູ້ກັນແລ້ວວ່າໃນປະຫວັດຄວາມເປັນມາຂອງປະເພນີປີໃໝ່ລາວ ຫຼື ກຸດສົງການ ເຫັນໄດ້ວ່າແມ່ຍິງມີຄວາມສຳຄັນ ແລະ ຕິດພັນກັບປະເພນີດັ່ງກ່າວມາແຕ່ບູຮານ ໂດຍ

ສະເພາະນາງສັງຂານ ທີ່ມີໜ້າທີ່ໃນການນຳເອົາຄວາມເປັນເອກະລັກນີ້ໄປເຜີຍແຜ່ໃຫ້ຄົນຮຸ່ນໜຸ່ມໄດ້ຮຽນຮູ້ ຄຽງຄູ່ກັບການອະນຸລັກການແຕ່ງກາຍ, ເກົ້າຜົມບ່ຽງແພ ທີ່ເປັນເອກະ

ລັກ ສະເພາະຂອງແມ່ຍິງລາວໄວ້ໃຫ້ແຂກທີ່ມາທ່ຽວຊົມໄດ້ເຫັນ ແລະ ຮັກສາໄວ້ໃຫ້ລູກຫຼານໃນອະນາຄົດ.

      ປະເພນີແຫ່ນາງສັງຂານ ຈຶ່ງມີຕຳນານເລົ່າສືບກັນມາວ່າ: ໃນສະໄໝພຸດທະການມີລູກຊາຍເສດຖີຄົນໜຶ່ງຊື່ວ່າ ທຳມະບານກຸມມານ ເປັນຄົນທີ່ມີຄວາມຮູ້ເໜືອມະນຸດ

ທັງປວງ ຮູ້ຮອດພາສາສັດຕ່າງໆ, ຄວາມເກັ່ງກ້າສາມາດຂອງລາວ ໄດ້ຊ່າລືໄປເຖິງສະຫວັນພະຍາກາບິນລະພົມຄິດຢາກລອງຄວາມຮູ້ຂອງທຳມະບານກຸມມານຈຶ່ງໄດ້ລົງມາ ແລະ

ຕັ້ງຄຳຖາມ ວ່າ: 3 ຂໍ້ສີລິີຂອງຄົນໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງຢູ່ໃສ? ຫຼັງຈາກນັ້ນກໍບອກວ່າ ອີກ 7 ວັນ ຈະລົງມາເອົາຄໍາຕອບ, ຖ້າຕອບບໍ່ໄດ້ຈະຖືກຕັດຄໍ ແຕ່ຖ້າ

ຕອບຖືກພະຍາກາບິນລະພົມຈະຍອມໃຫ້ຕັດຄໍຂອງຕົນ. ຫຼັງຈາກນັ້ນ ທຳມະບານກຸມມານ ກໍຄິດຫາຄຳຕອບຕາມທີ່ພະຍາກາບິນລະພົມຕັ້ງບັນຫາໄວ້ ລາວຄົ້ນຄິດທັງເວັນ ແລະ

ຄືນ ຈົນບໍ່ໄດ້ຢູ່ໄດ້ກິນ ຕົນໂຕຈ່ອຍຜອມລົງ ກໍບໍ່ສາມາດຊອກເຫັນຄຳຕອບເລີຍ ເມື່ອຮູ້ໂຕວ່າຈະຖືກຕັດຄໍຢ່າງແນ່ນອນແລ້ວ ຈິ່ງຕັດສິນໃຈເປັນຄັ້ງສຸດທ້າຍວ່າ: ຕົນເປັນລະດັບນັກ

ປາດມີຊື່ສຽງຈະຍອມໃຫ້ຕັດຄໍໃຫ້ເສຍຊື່ເຮັດຫຍັງ. ພໍຕາເວັນຈະຕົກດິນ ຈຶ່ງພາຮ່າງກາຍອັນຈ່ອຍຜອມມຸ່ງຫນ້າເຂົ້າປ່າ ເມື່ອຮູ້ສຶກວ່າຈະຍ່າງບໍ່ໄຫວ ຈິ່ງໂຍບນັ່ງລົງທີ່ຕົ້ນຕານຕົ້ນ

ໜຶ່ງ ເພື່ອລໍຖ້າເວລາການສິ້ນລົມຫາຍໃຈຢູ່ທີ່ນັ້ນ, ແຕ່ສະຫວັນເປັນໃຈ ຢູ່ເທິງຕານຕົ້ນນັ້ນມີນົກອິນຊີສອງຜົວເມຍອາໄສຢູ່ ແລະ ລົມກັນເລື່ອງການໄປຫາກິນໃນມື້ອື່ນ, ນົກໂຕເມຍ

ໄດ້ຖາມວ່າ: ມື້ອື່ນຈະໄປຫາກິນທາງໃດ?

      ຜົວກໍ່ຕອບວ່າ: ມື້ອື່ນບໍ່ຕ້ອງໄປໃສດອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ລະ, ພະຍາກາບິນລະພົມ ຈະລົງມາຕັດຄໍ ທຳມະບານກຸມມານ ແລ້ວພວກເຮົາຊິໄດ້ກິນຊີ້ນເຂົາ ຍ້ອນ

ຕອບບັນຫາເພິ່ນບໍ່ໄດ້.

     ເມຍຖາມ: ບັນຫາມີແນວໃດ? ຍາກແທ້ຫວະ?

     ຜົວຕອບ: ມັນຊິຍາກຫຍັງ! ເພິ່ນຖາມວ່າສີລິ ຄົນຢູ່ໃສໃນຍາມເຊົ້າຍາມສວາຍ ແລະ ຍາມແລງ? ຊຶ່ງ ຕອນເຊົ້າສີລິຂອງຄົນຢູ່ທີ່ໜ້າ ຄົນຈຶ່ງມັກສວ່າຍຫນ້າລ້າງຕາ, ຕອນ

ສວາຍຢູ່ໜ້າເອິກຄົນເຮົາ ຈຶ່ງມັກເອົານ້ຳລູບໜ້າເອິກ ຫຼື ລ້າງຕົນໂຕເລົາຄີງ, ສ່ວນຕອນແລງ ສີລິຢູ່ທີ່ຕີນຄົນ ຈຶ່ງມັກລ້າງຕີນກ່ອນເຂົ້ານອນ.

      ພໍຮອດມື້ທີ 7 ພະຍາກາບິນລະພົມ ກໍລົງມາເອົາຄໍາຕອບຕາມການນັດໝາຍເມື່ອໄດ້ຟັງຄຳຕອບຂອງ ທຳມະບານກຸມມານ ກໍເຮັດໃຫ້ພະຍາກາບິນລະພົມ ຕົກສະທ້ານຢ່າງ

ໃຫຍ່ ແຕ່ຊິເຮັດແນວໃດ ໃນເມື່ອຕົນໄດ້ເອີ່ຍປາກ ໃຫ້ຄຳໝັ້ນສັນຍາແລ້ວ ຈິ່ງຍອມໃຫ້ຕັດຄໍຂອງຕົນ ເພື່ອບໍ່ໃຫ້ເສຍສັດຈະທີ່ໄດ້ໃຫ້ໄວ້ກັບມະນຸດຜູ້ໜຸ່ມນ້ອຍຄົນນີ້.

      ພະຍາກາບິນລະພົມ ມີລິດເດດເກັ່ງກ້າຖ້າຫົວ ແລະ ເລືອດຕົກລົງດິນກໍຈະເກີດໄຟມະໄລກັນໄໝ້ໂລກທັງໂລກ ຖ້າໂຍນຫົວຂຶ້ນສູ່ເວຫາກໍຈະໄໝ້ອາກາດ ເຮັດໃຫ້ມວນມະ

ນຸດ ແລະ ສັດສາວາສິ່ງ ໝົດອາກາດຫາຍໃຈ ຖ້າໂຍນຫົວລົງນ້ຳ ກໍຈະເຮັດໃຫ້ແມ່ນ້ຳຄົງຄາເຫືອດແຫ້ງ ເກີດເປັນໄພແລ້ງສົ່ງຜົນກະທົບຕໍ່ມວນມະນຸດທົ່ວໂລກ. ດັ່ງນັ້ນ ເພື່ອຊ່ວຍ

ໃຫ້ມວນມະນຸດພົ້ນຈາກໄພພິບັດ ກ່ອນຈະຖືກຕັດຄໍພະຍາກາບິນລະພົມ ຈຶ່ງເອີ້ນເອົາລູກສາວທັງ 7 ຄົນ ມາພົບເປັນການດ່ວນ (ລູກສາວ 7 ຄົນແມ່ນແທນໃຫ້ 7 ວັນ ໃນອາທິດ

ໜຶ່ງ) ຄື: ນາງ ສະເທວີ (ວັນອາທິດຂີ່ຄຸດ), ນາງ ໂຄລະຄະເທວີ (ວັນຈັນຂີ່ເສືອ), ນາງຮາກສະເທວີ (ວັນອັງຄານຂີ່ໝູ), ນາງ ມົນທາເວທີ (ວັນພຸດຂີ່ມ້າລໍ), ນາງ ກິລິນີ ເທວີ

(ວັນພະຫັດຂີ່ຊ້າງ), ນາງ ກິມີທາເທວີ (ວັນສຸກຂີ່ຄວາຍ), ນາງ ມະໂຫທອນ ເທວີ (ວັນເສົາ ຂີ່ນົກຍູງ) ຈາກນັ້ນ, ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາຖາດຄໍາ

ມາຮອງຮັບບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ ຕົກລົງດິນ ແລ້ວໃຫ້ຫອບເອົາໄປໄວ້ຢູ່ໃນຖ້ຳ ເມື່ອເຖິງເດືອນຫ້າຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖືກມື້ໃດ ໃຫ້ລູກສາວປະຈຳ

ວັນນັ້ນຂີ່ສັດພາຫະນະຂອງຕົນໄປແຫ່ເອົາຫົວພໍ່ອອກຈາກຖ້ຳ ເພື່ອຫົດສົງສວ່າຍລ້າງດ້ວຍນ້ຳອົບນ້ຳຫອມໃຫ້ສະອາດ ແລ້ວນຳໄປໄວ້ບ່ອນເກົ່າ.

      ຍ້ອນແນວນັ້ນ ເມື່ອຮອດກຸດສົງການປີໃໝ່ແຕ່ລະປີ ປະຊາຊົນລາວພວກເຮົາຈຶ່ງເອົານ້ຳອົບນ້ຳຫອມ ໄປຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າແກ່ຄູບາອາຈານ ແລະ ຍາດ

ຕິພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນສີລິມຸງຄຸນ ສືບຕໍ່ກັນມາຈົນເຖິງປັດຈຸບັນ.

                                                                                                                                                                                                                                                                ສັງລວມໂດຍ: ສີຄູນ

ບົດຮຽນແສບ

(ລາງວັນຮອງຊະນະເລີດປີ 2.000)

      ການຫຼົບລ່າວຕ່າວຄືນສູ່ຄອບຄົວເຮືອນຊານຂອງນິກອນໃນຄັ້ງນີ້ບໍ່ເໝືອນກັບທຸກຄັ້ງທີ່ຜ່ານມາ…

      ຕາມປົກກະຕິແລ້ວ, ທຸກເທື່ອທີ່ ນິກອນຖືກແຕ່ງຕັ້ງໄປເຮັດວຽກຢູ່ຕ່າງຖິ່ນພາຍຫຼັງສໍາເລັດເສັດສິ້ນໜ້າທີ່ການງານແລ້ວ,ເວລາທີ່ນັ່ງຢູ່ເທິງລົດຫຼືເຮືອບິນອວ່າຍໜ້າກັບມາຫາລູກຫາເມຍຢູ່ນະຄອນ ຫຼວງວຽງຈັນ, ຫົວໃຈຂອງເຂົາເຕັມປຽມດ້ວຍຄວາມສຸກ, ກໍເປັນຂອງທໍາມະດາຫັ້ນແຫຼະ! ການພັດພາກຈາກຄອບຄົວລູກເມຍໄປສູ່ຖິ່ນອື່ນແດນໄກແມ່ນວ່າຈະເປັນເວລາສັ້ນຫຼືຍາວກໍຍ່ອມມີຄວາມຄິດ ຮອດຄິດເຖິງເຊິ່ງກັນແລະກັນບໍ່ຫຼາຍກໍໜ້ອຍ, ສິ່ງເຫຼົ່ານີ້ບໍ່ມີໃຜປະຕິເສດໄດ້.

      ແຕ່ກໍເປັນໜ້າແປກໃຈເອົາແທ້ໆ…ແທນທີ່ວ່ານິກອນຈະມີຄວາມຕື່ນເຕັ້ນລະທຶກໃຈເໝືອນກັບທຸກຄັ້ງທີ່ຜ່ານມາ,ກົງກັນຂ້າມການເດີນທາງກັບສູ່ຢ້າວເຮືອນຂອງເຂົາໃນຄັ້ງນີ້ມັນພັດແສນທໍລະມານ ບໍ່ຕ່າງຫຍັງກັບນັກໂທດທີ່ພວມເດີນທາງໄປສູ່ແດນປະຫານ.

     ມັນຄ້າຍກັບວ່າເຂົາພວມຫອບລູກລະເບີດອັນຊົງປະສິດທິພາບໄປທໍາລາຍລ້າງຄົນທີ່ເຂົາຮັກ… ມ້າງເພສະຖາບັນຄອບຄົວໃຫ້ຈິບຫາຍພິນາດໄປຈັງຊັ້ນລະ!

      ລົດໂດຍສານກົ່ງຫຼັງບັນທຸກເອົານິກອນພ້ອມດ້ວຍຄົນໂດຍສານກວ່າ50 ຊີວິດແລ່ນໄປຕາມຖະໜົນຮາບພຽງມຸ່ງໜ້າສູ່ນະຄອນຫຼວງວຽງຈັນໃກ້ເຂົ້າຊັກໄຊ້. ເມັດຝົນທີ່ໂຮຍຮໍາລົງມາຈາກຟາກຟ້າກະທົບໃສ່ແວ່ນລົດແລ້ວແຕກກະຈາຍເປັນເມັດນ້ອຍໆກ່ອນທີ່ຈະມະຫັບມະຫາຍໄປກັບສາຍລົມ.

      ນິກອນນັ່ງແປະກັບປ່ອງຢ້ຽມລົດ, ສາຍຕາຊຶມເສົ້າຂອງເຂົາທອດມອງໄປຂ້າງໜ້າຄືດັ່ງຄົນໄຮ້ວິນຍານ.ພາບທໍາມະຊາດ, ທົ່ງນາປ່າໄມ້ຕາມສອງຟາກຖະໜົນທີ່ເຂົາເຄີຍຊື່ນຊົມສະອອນໃຈໃນເວລາ ເດີນທາງໄປມາເມື່ອຫຼາຍຄັ້ງຜ່ານມານັ້ນ, ມື້ນີ້ ມັນຊ່າງຄ້າຍຄືກັນກັບມີເຜດຜີປີສາດພວມອ້າປາກຕາກແຂ້ວຫົວເຢາະເຢີ້ຍເຂົາຕະຫຼອດເວລາຈັ່ງຊັ້ນລະ!

      ນິກອນຫຼັບຕາເຄີ້ມເພື່ອລຶບພາບຫຼອກຫຼອນນັ້ນອອກຈາກດວງຕາ… ເຂົາເອນຫຼັງລົງໃສ່ເບາະລົດແລະແລ້ວພາບທຸກສິ່ງທີ່ເກີດຂຶ້ນກັບເຂົາກໍຄ່ອຍໆກັບຄືນມາປະທັບໃນຫ້ວງນຶກຂອງເຂົາອີກ…

      ເດີນທາງໄປເຮັດວຽກຢູ່ແຂວງທີ່ຜູ້ຄົນຊ່າກັນວ່າເປັນແດນເຂົ້າຂາວສາວງາມໃນຄັ້ງນີ້, ນິກອນໄດ້ມີໂອກາດພົບກັບສາວວຽງວາລີນັກຮ້ອງສັງກັດຢູ່ວົງດົນຕີໜຶ່ງ…

      ວຽງວາລີເປັນຄົນຮ່າງຄີງບອບບາງ, ສູງສະຫງ່າ, ໃບໜ້າມົນຄືດວງເດືອນວັນເພັງ…ພົບກັນເປັນຄັ້ງທໍາອິດຢູ່ໃນງານລາຕີຄືນນັ້ນ, ຈາກສາຍຕາທີ່ຫຼອນປະທະກັນໂດຍບັງເອີນຂອງໜຸ່ມພໍ່ເມຍແລະສາວນັກຮ້ອງຄົນນັ້ນ, ນິກອນກໍພໍເດົາໆໄດ້ວ່າ: ວຽງວາລີກໍມີສິ່ງໃດໜຶ່ງທີ່ນາງຕ້ອງການເຂ່ຍຄົ້ນຫາຄໍາຕອບຢູ່ໃນຕົວຂອງເຂົາເຊັ່ນດຽວກັນກັບເຂົາທີ່ເຫັນປັບກໍຫຼົງໃນສະເໜ່ຂອງນາງທັນທີ, ສະນັ້ນນິກອນຈຶ່ງເລີ່ມຕົ້ນຕາມຕື້ນາງແລະກໍບໍ່ເປັນເລື່ອງຍາພໍທໍ່ໃດໃນເມື່ອເຂົາມີຄວາມຊໍານານແລະປະສົບການດ້ານນີ້ເຫຼືອຫຼາຍຢູ່ແລ້ວ.

      ບໍ່ພໍທໍ່ໃດວັນຄືນວຽງວາລີນັກຮ້ອງສາວກໍຕິດກັບດັກຄາລົມແລະສະເໜ່ຫຸ່ນເຈົ້າຊູ້ຄືພະເອກສະແດງຮູບເງົາຂອງນິກອນຈົນໄດ້.ອາທິດໜຶ່ງຕໍ່ມາ, ນິກອນກໍມີໂອກາດໄດ້ເອົາລົດຈັກເທນາທີ່ເພື່ອນຂອງເຂົາມອບໃຫ້ຂີ່ນັ້ນຊ້ອນສາວນັກຮ້ອງຄົນງາມໄປທ່ຽວໃນຍາມລາຕີ.ເຂົາພານາງໄປນັ່ງດື່ມເບຍ, ຟັງເພງແລະເຕັ້ນລໍາຢູ່ຮ້ານບັນເທີງແຫ່ງໜຶ່ງຈົນເດິກດື່ນແລະໃນທີ່ສຸດພິດເຫຼົ້າແລະອາຍເບຍກໍເປັນສິ່ງເກ່ຍກ່ອມໃຫ້ເຂົາທັງສອງຕົກເປັນຂອງກັນແລະກັນໃນຄືນນັ້ນເອງ.

ວັນເວລາຜ່ານໄປການປະຕິບັດໜ້າທີ່ວຽກງານຂອງນິກອນຢູ່ແຂວງນີ້ກໍມໍ່ຈະເສັດສິ້ນແລ້ວ.ຄ້າຍແລງມື້ໜຶ່ງ, ຂະນະທີ່ນິກອນພວມນັ່ງເບິ່ງໂທລະພາບຢູ່ຫ້ອງພັກລໍາພັງພຽງຄົນດຽວຢູ່ນັ້ນວຽງວາລີ ກໍໂຜ່ໜ້າເຂົ້າມາຫາດ້ວຍທ່າທາງຟ້າວຟັງ, ໃບໜ້າເຕັມໄປດ້ວຍຄວາມບູດບຶ້ງ.

“ອ້າຍນິກອນ! ໃສວ່າອ້າຍບໍ່ທັນມີເມຍ… ອ້າຍຕົວະນ້ອງ… ອ້າຍທໍາລາຍນ້ອງ… ອ້າຍມັນຄົນໃຈດໍາ” ນາງຂຶ້ນສຽງໃສ່ເຂົາພາຍຫຼັງເຂົ້າມາໃນຫ້ອງ.“ໃຈເຢັນໆຕິວຽງ! ມີຫຍັງເວົ້າກັນຄ່ອຍກະໄດ້ນີ້ນ່າ”

“ຍັງຊິຫາທາງແກ້ຕົວອີກຊັ້ນຫວະ? ຊິຫາວ່ານ້ອງບໍ່ຮູ້ຊັ້ນບໍ, ເພື່ອນຂອງນ້ອງເລົ່າສູ່ຟັງໝົດແລ້ວລະ! ເຂົາຮູ້ຈັກກັບອ້າຍດີ… ຮູ້ຮອດເມຍຂອງອ້າຍຢູ່ບ້ານໃດ, ເມືອງໃດພຸ້ນລະ! ຄົນອີຫຍັງຫຼອກລວງຜູ້ຍິງເກັ່ງເອົາແທ້ໆ” ວຽງວາລີທັງເວົ້າທັງປ່ອຍສຽງສະອຶກສະອື້ນອອກມາ. ນິກອນບໍ່ຊ່າງຊິເຮັດແນວໃດໃນສະຖານະການເຊັ່ນນີ້ ເພາະຄວາມຈິງທຸກຢ່າງມັນໄດ້ຖືກເປີດເຜີຍ ແລະ ມັນກໍແມ່ນຄວາມຈິງທີ່ເຂົາບໍ່ອາດຈະປະຕິເສດໄດ້…“ວຽງ! ອ້າຍຕ້ອງຂໍໂທດ… ອ້າຍເຮັດແນວນັ້ນລົງໄປກໍເພາະວ່າອ້າຍຮັກນ້ອງ…”

“ຮຶ! ຮັກຊັ້ນຫວາ… ຄົນມີເມຍຫັ້ນຫວະຊິມາຮັກນ້ອງ… ຮັກນ້ອງແລ້ວຊິເອົາກັນໄດ້ ຫຼືບໍ?ກົດໝາຍກະດຽວວ່າໃຫ້ເອົາຜົວໜຶ່ງເມຍດຽວ, ບໍ່ເຫັນມີມາດຕາໃດລະບຸວ່າໃຫ້ຜູ້ຊາຍເອົາເມຍສອງຄົນ, ອ້າຍຕັ້ງແກ້ງທໍາລາຍນ້ອງ… ອ້າຍເຮັດໃຫ້ນ້ອງເສຍຫາຍ, ນ້ອງຈະຕ້ອງທວງແຄ້ນຄືນໃຫ້ໄດ້ ອ້າຍຖ້າເບິ່ງໂລດ”  “ວຽງ! ນ້ອງກະຢ່າໃຈດໍາເກີນໄປຕິ! ອະໄພໃຫ້ແກ່ອ້າຍແດ່ເທາະ!”

“ອະໄພໃຫ້ແກ່ອ້າຍແລ້ວ, ນ້ອງຈະກອບກູ້ເອົາສິ່ງທີ່ສູນເສຍໄປແລ້ວນັ້ນຄືນມາໄດ້ຫຼືບໍ່? ນ້ອງຈະບໍ່ຍອມເປັນອັນຂາດ, ເລື່ອງນີ້ຈະຕ້ອງເວົ້າໃຫ້ເຫັນດໍາເຫັນແດງກັນ”

ວຽງວາລີເວົ້າຖິ້ມທ້າຍໄວ້ຄືແນວນັ້ນແລ້ວກໍຫັນຫຼັງໄປຈາກເຂົາຢ່າງບໍ່ອາໄລໃຍດີ, ປ່ອຍໃຫ້ ນິກອນຕ້ອງບີບຂະໝັບແລະຕັ້ງຄໍາຖາມກັບຕົນເອງວ່າເລື່ອງນີ້ຈະຈົບລົງຄືແນວໃດກັນນໍ…

ມື້ຕໍ່ມານິກອນກໍຖືກຮຽກເອີ້ນມານັ່ງຊ້ອງໜ້າກັບຜູ້ເປັນພໍ່ແມ່, ຍາດຕິພີ້ນ້ອງຂອງວຽງວາລີເພື່ອໄກ່ເກ່ຍແກ້ໄຂບັນຫາທີ່ເກີດຂຶ້ນໂດຍມີສ່ຽວດວງດີມາເປັນເພື່ອນ.

ພໍ່ຂອງວຽງວາລີເປັນຄົນຫົວລ້ານແງ່, ເນື້ອໜັງເປັນສີກາເຟ, ດວງຕາຂຽວຄືປີກແມງຜູ່ນັ່ງເຈີ້ນເທີ້ນຢູ່ເທິງຕັ່ງລາວເປັນຜູ້ເປີດສາກເວົ້າຂຶ້ນກ່ອນວ່າ:

“ດຽວນີ້, ຂ້ອຍຈະບໍ່ເວົ້າຫຍັງຫຼາຍ, ເລື່ອງລາວທັງໝົດໃຜໆກໍຮູ້ໝົດແລ້ວຂ້ອງຕ້ອງການຢາກຮູ້ພຽງແຕ່ວ່າ: ທັງຝ່າຍພວກເຈົ້າຈະແກ້ໄຂບັນຫາດັ່ງກ່າວນີ້ຄືແນວໃດເທົ່ານັ້ນ”

ເພິ່ນທັງເວົ້າທັງຍິງສາຍຕາທີ່ດຸຮ້າຍມາປະທັບໃສ່ໃບໜ້າຂອງນິກອນຈົນເຂົາຕ້ອງລົບສາຍຕາລົງຕໍ່າໆ

“ລູກກະບໍ່ຊ່າງຊິວ່າແນວໃດ, ເລື່ອງມັນກໍຜິດໄປແລ້ວ, ມີແຕ່ຂໍອ່ອນຂໍຍອມຕໍ່ພໍ່ແມ່ເທົ່ານັ້ນລະ!”

“ຮຶ! ຮູ້ວ່າຜິດກໍຕ້ອງຮັບຜິດຊອບຊັ້ນລະບໍ! ຫຼືວ່າຈະໃຫ້ພວກຂ້ອຍຟ້ອງຂຶ້ນສານໃນສະຖານະທໍາມິດສະຈານ”

ເມື່ອເຫັນນິກອນຕົກຢູ່ໃນທ່າຮັບ, ກືນບໍ່ເຂົ້າຄາຍບໍ່ອອກດວງດີເພື່ອນຂອງເຂົາເວົ້າສອດຂຶ້ນວ່າ:

“ລູກຂໍມີຄວາມເຫັນແນວນີ້ສາເນາະ! ອັນເລື່ອງຜິດເລື່ອງແມ່ນມັນກໍເປັນໄປຄືແນວນັ້ນແລ້ວ, ທັງພວກລູກກະຂໍຍອມຜິດຍອມພາດ, ເພື່ອເຮັດແນວໃດບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ, ເປັນການຮັກສາກຽດສັກສີ, ໃບໜ້າໃບຕາຂອງທັງສອງຝ່າຍໄວ້, ພວກລູກຂໍແປງຮີດແປງຄອງທໍາອູ່ສູ່ຂວັນໃຫ້ຕາມປະເພນີ, ແນວໃດກໍໃຫ້ພໍ່ແມ່ເຮັດໃຈຍາວໆກວ້າງໆຮັກແພງເອົາພວກລູກໄວ້ແດ່ຫັ້ນແລ້ວ”

ບັນຍາກາດໃນເຮືອນງຽບສະຫງັດລົງຄາວໜຶ່ງ, ສາຍຕາທຸກຄູ່ຈ້ອງມອງໄປທີ່ພໍ່ຂອງວຽງວາລີ.ເພິ່ນນັ່ງຊຶງໃຊ້ສະໝອງຢູ່ຄາວໜຶ່ງແລ້ວຕອດເງົາງຶກໆ ເບິ່ງຊົງຄືຊິເຫັນດີເຫັນພ້ອມກັບຂໍ້ສະເໜີຂອງດວງດີດົນເຕີບເພິ່ນຈຶ່ງເວົ້າຂຶ້ນວ່າ:

“ເອີ! ດີແລ້ວທີ່ພວກເຈົ້າຮູ້ຈັກຮັບຜິດຊອບຄືແນວນີ້, ກໍລະນີທີ່ພວກຂ້ອຍຟ້ອງຂຶ້ນສານແນ່ນອນພວກເຈົ້າຕ້ອງໄດ້ຮັບໂທດຕາມກົດໝາຍແລະອີກຢ່າງໜຶ່ງກໍຈະມີຜົນສະທ້ອນເຖິງໜ້າທີ່ຕໍາແໜ່ງອີກ.ເພື່ອເຫັນແກ່ພວກເຈົ້າ, ຂ້ອຍຂໍຮຽກຮ້ອງຄ່າປົວແປງຈິດໃຈໃຫ້ແກ່ລູກສາວຂອງຂ້ອຍເປັນເງິນຈໍານວນ 10 ລ້ານກີບ”

“10 ລ້ານກີບ” ນິກອນທວນຄືນຄໍາເວົ້າຂອງພໍ່ ວຽງວາລີພ້ອມກັບໝາກໜາວແຕກເຍືອກໄປທັງຕົວ

“ໂທເອີຍ! ເງິນ 1 ລ້ານກີບກໍຍັງບໍ່ເຄີຍເຫັນບໍ່ເຄີຍບາຍ, ອັນເງິນ 10 ລ້ານພຸ້ນໃຫ້ຕາຍເສຍດີກວ່າ” ນິກອນຄິດຢູ່ໃນໃຈໃນຂະນະນັ້ນດວງດີກໍເວົ້າຂຶ້ນວ່າ

“ທີ່ພໍ່ເວົ້າແລະສະເໜີມານັ້ນກໍມີເຫດຜົນຢູ່ດອກ, ແຕ່ເຖິງແນວໃດກໍດີຂໍໃຫ້ພໍ່ຈົ່ງເຫັນອົກເຫັນໃຈຫຼຸດຜ່ອນຢ່ອນຍານໃຫ້ພວກລູກແດ່…”

ທັງດວງດີແລະນິກອນຕ່າງກໍພາກັນອ້ອນວອນຂໍຄວາມເຫັນໃຈຈາກພໍ່ຂອງວຽງວາລີ.ໃນທີ່ສຸດເພິ່ນກໍຍິນຍອມຫຼຸດຄ່າປົວແປງຈິດໃຈລົງໃຫ້ 5 ລ້ານ 5 ແສນກີບແລະຕ້ອງນໍາເງິນມາມອບໃຫ້ໃນກໍານົດເວລາ 1 ເດືອນ.

ທັງໝົດເລື່ອງລາວມັນເປັນມາຄືແນວນັ້ນລະ!...

ລົດໂດຍສານແລ່ນກາຍຂົວບ້ານໄຮ່ປາກງື່ມມຸ້ງໜ້າເຂົ້າສູ່ນະຄອນຫຼວງວຽງຈັນໃກ້ເຂົາທຸກຂະນະຫົວໃຈຂອງນິກອນຖືກບີບຄັ້ນໃຫ້ເຕັ້ນບໍ່ເປັນຈັງຫວະແລະເຕັ້ນແຮງຂຶ້ນໆ

“ເລື່ອງຂອງລາວມັນເກີດຂຶ້ນແລ້ວ… ຈະເປັນແນວໃດກໍຕາມເທາະ! ກ່ອນອື່ນເຮົາຈະຕ້ອງຂໍໂທດຂໍໂພຍນໍາລູກເມຍ, ຄິດວ່າເມຍຄົງຈະຍົກໂທດໃຫ້… ແລະຈາກນັ້ນ, ເຮົາຈະປະຕິຍານຕໍ່ໜ້າເມຍວ່າ: ນັບແຕ່ວັນນີ້ເປັນຕົ້ນໄປຈະຂໍເລີກເປັນຄົນເຈົ້າຊູ້… ເລີກນອກຈິດນອກໃຈລູກເມຍ… ຈະຂໍປະຕິບັດຕົນເປັນຜົວທີ່ດີຂອງເມຍ, ເປັນພໍ່ທີ່ດີຂອງລູກ, ເດັດຂາດຈະບໍ່ໃຫ້ມີເລື່ອງທໍານອງແນວນີ້ເກີດຂຶ້ນອີກຊໍ້າສອງ…”

ນິກອນຄິດແລະໃຫ້ກໍາລັງໃຈແກ່ຕົນເອງຄືແນວນັ້ນ, ແຕ່ບົດສະຫຼຸບສຸດທ້າຍຈະລົງເອີຍຄືແນວໃດນັ້ນ, ມີພຽງຟ້າເທົ່ານັ້ນຈະເປັນຜູ້ໃຫ້ຄໍາຕອບ.

                                                                                                                                                                                                                                                                              ໂດຍ: ສ ພວງດອກຊ້ອນ

     

41

ມື້ໜຶ່ງ ກາງເດືອນ ມິຖຸຸນາ 2012

       ພໍຍິນຄະນະນັກຂ່າວຂອງສູນກາງສະຫະພັນແມ່ຍິງພວກຂ້າພະເຈົ້າ ແຈ້ງຈຸດປະສົງຢາກໄດ້ຂໍ້ມູນກ່ຽວກັບແມ່ຍິງທີ່ເຄື່ອນໄຫວຮ່ວມມືກັບພະນັກງານ, ທະຫານຫວຽດນາມໃນສະໄໝຕໍ່ສູ້ກູ້ຊາດ, ສະຫະພັນແມ່ຍິງແຂວງເຊກອງກໍຈັດພະນັກງານພາພວກຂ້າພະເຈົ້າໄປພົບແມ່ເຖົ້າ ບຸນລາ ອາຍຸ 88 ປີ ຢູ່ບ້ານໜອງເຫຼົ່າ ເມືອງທ່າແຕງ ແຂວງເຊກອງ.

       ເມື່ອຂຶ້ນຫວິດຫົວຂັ້ນໄດເຮືອນຮ້ານໄມ້ຫຼັງໜຶ່ງຢູ່ແຄມທາງຫຼວງກາງບ້ານ ໜອງເຫຼົ່າ ຂ້າພະເຈົ້າກໍເຫັນແມ່ເຖົ້າຜູ້ໜຶ່ງຫຼັງກ່ອມ, ຜົມຂາວ ພວມປູສາດຕ້ອນຮັບແຂກຢູ່ລະບຽງເຮືອນ. ເດົາໄດ້ວ່າເພິ່ນແມ່ນເປົ້າໝາຍສໍາພາດ, ຂ້າພະເຈົ້າກໍຫຼູບເຂົ້າໄປຫາ ແລະ ຍາດປູສາດແທນເພິ່ນ ພ້ອມທັງທັກທາຍ ແລະ ຖາມຄໍາຖາມສໍາພາດໄປໂລດ.

       ພາຍຫຼັງໄດ້ຂໍ້ມູນກ່ຽວກັບການເຄື່ອນໄຫວປະຕິວັດຂອງ ແມ່ເຖົ້າ ບຸນລາ ທີ່ເຄີຍເປັນຍຸວັນນາລີ, ເປັນກອງຫຼອນບ້ານເປັນເວລາຫຼາຍປີ ເພິ່ນໄດ້ປິດລັບຕິດຕໍ່ສົ່ງຂ່າວ, ຊຸກເຊື່ອງ ແລະ ສົ່ງເຂົ້າປາ ລ້ຽງດູທະຫານລາວ ແລະ ຫວຽດນາມຫຼາຍຄັ້ງ. ຂ້າພະເຈົ້າຄິດວ່າໄດ້ຂໍ້ມູນພຽງພໍຂຽນບົດບັນທຶກຄັ້ງນີ້, ແຕ່ຮອດທ້າຍຄໍາໃຫ້ສໍາພາດແມ່ເຖົ້າບອກວ່າມີນັກຂ່າວຫຼາຍຄະນະເຄີຍ ໄດ້ມາສໍາພາດ ເພິ່ນໃນເລື່ອງນີ້ແລ້ວ, ຂ້າພະເຈົ້າຈຶ່ງຖາມເພີ່ມຕື່ມວ່າ: ແມ່ຍັງຮູ້ແມ່ຍິງຜູ້ໃດໃນແຂວງເຊກອງເຄີຍໄດ້ຊ່ວຍເຫຼືອອ້າຍນ້ອງທະຫານຫວຽດນາມໃນສະໄໝການຕໍ່ສູ້ດຸເດືອດທີ່ສຸດຢູ່ເຂດພູຫຼວງ ໃນຊຸມປີໃກ້ຈະປົດປ່ອຍທົ່ວປະເທດເຮົາບໍ?. ແມ່ເຖົ້າບຸນລາຄິດໜ້ອຍໜຶ່ງແລ້ວຕອບວ່າ: ກໍມີຫຼາຍຄົນຢູ່, ແຕ່ແມ່ຮູ້ດີທີ່ສຸດແມ່ນ ນາງ ກັນເຈຍ, ດຽວນີ້ ຄົນມັກເອີ້ນວ່າ ແມ່ແຮັມ ມັນແມ່ນ ຄົນລຶ້ງເຄີຍ ແລະ ຮ່ວມເຄື່ອນໄຫວວຽກງານນໍາພວກແມ່ນີ້ເອງŽ. ຈາກນັ້ນ ແມ່ເຖົ້າບຸນລາກໍເລົ່າລາຍລະອຽດເລື່ອງ ນາງກັນເຈຍ ວ່າ: ແມ່ແຮັມ ແມ່ນຊື່ທີ່ເອີ້ນນໍາລູກສາວກົກຂອງ ນາງ ກັນເຈຍ,

ຊົນເຜົ່າ ອາລັກ, ເກີດຢູ່ບ້ານໂມ ເມືອງວຽງທອງ ແຂວງ ຕາເວັນອອກ ຊຶ່ງແມ່ນແຂວງເຊກອງໃນປັດຈຸບັນ. ບ້ານໂມຕັ້ງຢູ່ເຈີ້ຍພູຫຼວງເບື້ອງລາວ ຫຼື ເບື້ອງຕາເວັນຕົກ, ເປັນເຂດທີ່ມີເສັ້ນທາງໂຮ່ຈິມິນ ຂອງຫວຽດນາມມາຜ່ານໃນປາງສົງຄາມ. ຜົວຂອງນາງ ກັນເຈຍ ເປັນທະຫານສັງກັດຢູ່ກອງໜຶ່ງ ຂອງກອງທັບປົດປ່ອຍປະຊາຊົນລາວ, ປະຈໍາຢູ່ເຂດສາຍພູຫຼວງ ເຮັດໜ້າທີ່ຊ່ວຍເຫຼືອກອງທະຫານ ພາກເໜືອຫວຽດນາມປ້ອງກັນເສັ້ນທາງລົງໄປພາກໃຕ້ຫວຽດນາມ. ຍ້ອນຫວຽດນາມ ຍັງເປັນເຂດຄວບຄຸມຂອງຝ່າຍສັດຕູ, ທາງການຂອງຝ່າຍປະຕິວັດລາວຈຶ່ງໄດ້ໃຫ້ຫວຽດນາມຢືມດິນລາວ ເບື້ອງຕາເວັນຕົກຂອງສັນພູຫຼວງທີ່ຍາວຢຽດແຕ່ເໜືອຮອດໃຕ້ເປັນເສັ້ນທາງເຄື່ອນທັບຂອງທະຫານພາກເໜືອຫວຽດນາມໄປຕໍ່ສູ້ ແລະ ກຽມປົດປ່ອຍພາກໃຕ້ຫວຽດນາມ. ຍ້ອນແນວນັ້ນ, ທະຫານຫຼວງ, ທະຫານທ້ອງຖິ່ນ, ກອງຫຼອນຂອງລາວເຮົາ ແລະ ປະຊາຊົນບ້ານໂມ ແລະ ບ້ານອື່ນໆຢູ່ພາກໃຕ້ລາວ ຈຶ່ງໄດ້ຊ່ວຍທະຫານຫວຽດນາມຕີຕ້ານສັດຕູ ແລະ ປ້ອງກັນເສັ້ນທາງໂຮ່ຈິມິນ ແລະ ສ້ອມແປງເສັ້ນທາງ, ຂົວຕ່າງໆທີ່ຖືກເຮືອບິນອາເມລິກາຍິງທໍາລາຍຕະຫຼອດເວລາຫຼາຍປີ. ນາງກັນເຈຍ ກໍແມ່ນຜູ້ໜຶ່ງໃນຈໍານວນຍິງໜຸ່ມຊາຍສະກັນຂອງບ້ານແຖບນັ້ນ ເຮັດໜ້າທີ່ເຫຼົ່ານັ້ນŽ.ເຮົາເອີ້ນວ່າບ້ານນັ້ນບ້ານນີ້ ແຕ່ຕົວຈິງເວລານັ້ນບໍ່ມີບ້ານມີເຮືອນ, ບ້ານທັງໝົດຢູ່ລຸ້ງ ຢູ່ປ່າຕາມຫ້ວຍຮ່ອງພູຜາ ເພື່ອລີ້ເຮືອບິນສັດຕູຍິງທໍາລາຍ.

       ມາເຖິງຕົ້ນປີ 1970 ນາງ ກັນເຈຍ ມີອາຍຸປະມານ 25 ປີ ນາງຖືພາ ແລະ ເກີດລູກຜູ້ທໍາອິດ ຈຶ່ງໄດ້ພັກວຽກມາຢູ່ນໍາພໍ່ແມ່ຄອບຄົວຢູ່ລຸ້ງແຫ່ງໜຶ່ງຊຶ່ງຕັ້ງຢູ່ບໍ່ຫ່າງໄກປານໃດຈາກຄ້າຍຂອງ ກອງທະຫານຫວຽດນາມກອງໜຶ່ງ. ໄທບ້ານ ແລະ ທະຫານຫວຽດນາມໝັ່ນໄປມາຫາສູ່ກັນ ແລະ ລຶ້ງເຄີຍກັນ, ແຕ່ມາດຽວນີ້ນາງ ກັນເຈຍ ບໍ່ຈື່ຊື່ເຂົາເຈົ້າ, ລາວຈື່ແຕ່ຊື່ ອົງຄັຽດ ຜູ້ເປັນຫົວໜ້າ ກອງທະຫານຫວຽດນາມ.

       ມື້ໜຶ່ງ ໃນຂະນະທີ່ ນາງ ກັນເຈຍ ຍັງໂສກເສົ້າຫງ່ວມເຫງົາ ຍ້ອນໄດ້ຂ່າວວ່າຜົວຂອງລາວຫາກໍເສຍສະຫຼະຊີວິດຢູ່ສະໜາມຮົບ, ນາງນັ່ງອູ້ມລູກຢູ່ໃຕ້ຕູບ ກໍເຫັນທະຫານຫວຽດນາມ 2 ຄົນ ຍ່າງມາຫາ ຜູ້ໜຶ່ງໃນນັ້ນ ແມ່ນອົງຄັຽດ. ຍໍມືນົບ ແລະ ທັກທາຍເອື້ອຍນຶກ ແລະ ນາງ ກັນເຈຍ ຈາກນັ້ນ, ອົງຄັຽດ ເວົ້າວ່າ: ດຽວນີ້ມີອ້າຍນ້ອງຜູ້ໜຶ່ງໃນກອງຂອງພວກເຮົາເປັນໄຂ້ ແລະ ປ່ວຍໂຊໜັກມາຫຼາຍ ມື້ແລ້ວ, ພວກເຮົາຢາກມາຂໍຄວາມຊ່ວຍເຫຼືອຈາກພໍ່ແມ່ເອື້ອຍນ້ອງໃນຄອບຄົວນີ້Ž

    ກັນເຈຍ ແລະ ທຸກຄົນໃນຄອບຄົວໄດ້ຍິນແນວນັ້ນ ຕ່າງກໍມີສີໜ້າຕື່ນຕົກໃຈ ແລະ ພ້ອມກັນເວົ້າວ່າ: ອ້າຍນ້ອງເວົ້າມາໂລດຈະໃຫ້ພວກເຮົາຊ່ວຍເຫຼືອແນວໃດ ພວກເຮົາກໍຍິນດີທີ່ຈະຊ່ວຍŽຄົນເຈັບ ອ່ອນເພຍຫຼາຍແລ້ວ ຍ້ອນບໍ່ໄດ້ກິນອາຫານທີ່ມີທາດບໍາລຸງດີ, ອ້າຍນ້ອງໝົດກອງພວກເຮົາຂາດເຂົ້າກິນ ແລະ ຂາດນໍ້ານົມ, ນໍ້າຕານ ຍ້ອນເຮືອບິນຍິງສາງສະບຽງອາຫານຂອງກອງພັນ, ພວກ ເຮົາຈໍາຕ້ອງກິນຜັກ, ກິນມັນໃນປ່າມາຫຼາຍມື້ແລ້ວŽ ອົງຄັຽດເວົ້າ.ຄັນຊັ້ນພວກເຮົາຈະແບ່ງເອົາເຂົ້າຂອງພວກເຮົາໃຫ້ອ້າຍນ້ອງໄປຕົ້ມໃຫ້ຄົນເຈັບກິນ ແມ່ຂອງກັນເຈຍເວົ້າບໍ່ແມ່ນຈັ່ງຊັ້ນ, ຄົນເຈັບກໍຄົງຈະເສຍຊີວິດໃນໄວໆນີ້ ຫາກບໍ່ໄດ້ກິນອາຫານທີ່ບໍາລຸງດີ ຄືນໍ້ານົມຂອງແມ່ທີ່ເກີດລູກໃໝ່Žອົງຄັຽດເວົ້າທັງແນມເບິ່ງກັນເຈຍ ທີ່ພວມນັ່ງອູ້ມລູກກິນນົມຢູ່.

       ກັນເຈຍ ເວົ້າວ່າ: ໂອຍ, ຄັນນໍ້ານົມນ້ອງຊ່ວຍໃຫ້ເຂົາແຂງແຮງຂຶ້ນນ້ອງກໍດີໃຈເອົາໃຫ້ກິນŽເອົານໍ້ານົມນ້ອງໄປໃຫ້ຄົນເຈັບກິນແລ້ວ, ນ້ອງຈະມີນໍ້ານົມພໍໃຫ້ລູກຂອງນ້ອງກິນບໍ?Ž ບໍ່ເປັນຫຍັງ, ນໍ້ານົມຂອງນ້ອງຫຼາຍຢູ່ ຖ້າເອົາໃຫ້ຄົນເຈັບກິນແລ້ວ ຊາມຊານໍ້ານົມມາອີກ ນ້ອງຈະຫຍໍ້າເຂົ້າປ້ອນລູກກ່ອນກໍໄດ້Ž  ພໍອົງຄັຽດ ແລະ ໝູ່ຫັນຫຼັງກັບເມືອ, ກັນເຈຍ ຮີບກິນນໍ້າຮ້ອນ ເພື່ອໃຫ້ມີນໍ້ານົມ ຫຼາຍກວ່າເກົ່າ ແລ້ວລາວກໍຍື່ນລູກໃຫ້ເອື້ອຍນຶກອູ້ມ, ຈາກນັ້ນ ກໍລອງບີບນໍ້ານົມໃສ່ຈອກທີ່ເຮັດດ້ວຍບັ້ງໄມ້ໄຜ່. ຄາວໜຶ່ງ ກັນເຈຍກໍເຫັນອົງຄັຽດກັບມາ, ຕາມຫຼັງເຂົາມີທະຫານ 2 ຄົນ ຫາມຄົນເຈັບມາ.

       ໃນຂະນະທີ່ທະຫານວາງຫາມຄົນເຈັບລົງຟາກພື້ນຕູບ ອົງຄັຽດ ເວົ້າວ່າ: ພວກເຮົາເອົາຄົນເຈັບມານີ້ ຍ້ອນຢາກໃຫ້ເຂົາໄດ້ກິນນໍ້ານົມທີ່ຍັງອຸ່ນໆຢູ່Ž  ກັນເຈຍ ແນມເຫັນໜ້າຄົນເຈັບທີ່ເຫຼືອງຫຼ່າ ແລະ ຈ່ອຍໂວກ, ຕາຫຼັບ, ບໍ່ຕີງ ເມື່ອໝູ່ເຂົາເອົານໍ້ານົມຖອກໃສ່ປາກ ແລະ ເອີ້ນບອກເຂົາກິນ, ເຂົາຄືຈັ່ງພະຍາຍາມມືນຕາ ແຕ່ກໍ່ມືນບໍ່ຂຶ້ນ. ເມື່ອໃຫ້ກິນນໍ້ານົມໝົດຈອກແລ້ວ ອ້າຍນ້ອງທະຫານກໍຫາມຄົນ ເຈັບກັບເມືອ.  ສ່ວນກັນເຈຍ ກໍດີໃຈທີ່ເຫັນນໍ້ານົມຂອງຕົນມີຄ່າສໍາລັບອ້າຍນ້ອງເພື່ອນ, ລາວຮີບເລັ່ງກິນນໍ້າຮ້ອນທີ່ຕົ້ມຮາກໄມ້ສໍາລັບແມ່ກໍາໃຫ້ມີນໍ້ານົມຫຼາຍ, ເພື່ອໃຫ້ນົມຕື່ງຄືນໄວກ່ອນທີ່ລູກ

ນ້ອຍຂອງລາວຈະໄຫ້ກິນນົມອີກ. ຕໍ່ນັ້ນມາ ອ້າຍນ້ອງເພື່ອນ ກໍຫາມຄົນເຈັບມາກິນນໍ້ານົມຢູ່ຕູບ ກັນເຈຍ ມື້ລະສອງຄາບເຊົ້າ ແລະ ແລງ ຕໍ່ເນື່ອງກັນເຖິງສາມມື້,ມື້ທີສາມຄົນເຈັບນັ່ງເທີ້ງແຫງ້ນ ຈອກນໍ້ານົມເອງໄດ້.

       ຮອດມື້ທີສີ່ ກັນເຈຍ ບໍ່ເຫັນອ້າຍນ້ອງເພື່ອນພາຄົນເຈັບມາກິນນົມອີກ, ນາງຮູ້ວ່າເຂົາເຈົ້າປະຕິບັດຕາມຄໍາຄອບຂອງເຂົາເຈົ້າແຕ່ມື້ວານນີ້.

       ສິບປາຍມື້ຕໍ່ມາ, ກັນເຈຍ ເຫັນຄົນເຈັບຍ່າງມາຫາຕູບຂອງນາງດ້ວຍຕົນເອງ, ດ້ວຍທ່າທາງທີ່ແຂງແຮງ ເຂົາມາຂອບໃຈ ກັນເຈຍ ແລະ ຄອບນາງໄປສະໜາມຮົບແນວໜ້າ.ຕໍ່ຈາກນັ້ນມາພູຜາປ່າ ດົງຫ້ວຍຮ່ອງແຖບເຊກອງ ແລະ ແຂວງອື່ນໆຢູ່ພາກໃຕ້ລາວເຮົາຖືກເຮືອບິນທຸກຊະນິດລວມທັງເຮືອບິນເບ 52 ຂອງສັດຕູຍິງທໍາລາຍ, ເຜົາຜານດ້ວຍລະເບີດ ແລະ ຢາພິດເຄມີຢ່າງຮ້າຍແຮງຕະຫຼອດ ທັງເວັນທັງຄືນເປັນເວລາສາມສີ່ປີອີກເຮັດໃຫ້ທະຫານທັງລາວ ແລະ ຫວຽດນາມ ພ້ອມດ້ວຍປະຊາຊົນຊາວບ້ານລົ້ມຕາຍທຸກມື້ຢ່າງນັບບໍ່ຖ້ວນ; ສັດປ່າ, ສັດລ້ຽງກໍຖືກດັບສູນ, ຕົ້ນໄມ້ໃບຫຍ້າຖືກລວກ ລົນຈົນເປີດແປນເປັນຍ່ານໆ, ເຮັດໃຫ້ຄອບຄົວ ກັນເຈຍ ແລະ ໄທບ້ານໃນລຸ້ງ ແຕ່ລະແຫ່ງທີ່ລອດຕາຍກໍຕ້ອງຍົກຍ້າຍໄປມາເພື່ອລີ້ໄພ. ດັ່ງນັ້ນ, ກັນເຈຍ ແລະ ຄອບຄົວກໍບໍ່ມີໂອກາດ ໄດ້ພົບທະຫານ ທີ່ເຈັບປ່ວຍຜູ້ນັ້ນ ແລະ ອ້າຍນ້ອງໃນກອງຂອງອົງຄັຽດອີກ.

       ໃນໄລຍະເວລາສົງຄາມຮຸນແຮງນັ້ນ ກັນເຈຍ ກໍໄດ້ສ້າງຄອບຄົວໃໝ່  ແລະ ມີລູກອີກ 12 ຄົນ ລວມເປັນ 13 ກັບລູກຜົວເກົ່າ,ແຕ່ 10 ຄົນ ທະຍອຍກັນເສຍຊີວິດຍ້ອນອຶດຢາກຂາດເຂີນ ແລະ ອາຍພິດເຄມີຂອງສັດຕູ. ຫຼັງຈາກປະເທດລາວ ແລະ ຫວຽດນາມ ໄດ້ຮັບການປົດປ່ອຍໃນປີ 1975 ທະຫານຫວຽດນາມກັບຄືນປະເທດໝົດແລ້ວ, ກັນເຈຍ ແລະ ຄອບຄົວໄດ້ໄປຕັ້ງພື້ນຖານຢູ່ບ້ານເກົ່າ ບ້ານໂມŽມື້ໜຶ່ງກັນເຈຍໄດ້ຮັບຈົດໝາຍມາຈາກຫວຽດນາມ, ທ້າຍຈົດໝາຍລົງນາມທະຫານຫວຽດນາມທີ່ເຄີຍໄດ້ກິນນໍ້ານົມຂອງຕົນ ເມື່ອຟັງຄົນອ່ານ ແລະ ແປເນື້ອໃນຈົດໝາຍນີ້ ທີ່ກ່າວເຖິງຄວາມ ຄິດຮອດຄິດເຖິງ, ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຍິ່ງທີ່ ກັນເຈຍ ໄດ້ໃຫ້ນໍ້ານົມຊ່ວຍຊີວິດເຂົາໄວ້ຄັ້ງນັ້ນ ນໍ້າຕາກັນເຈຍຊຶມອອກດ້ວຍຄວາມຄິດເຖິງ ແຕ່ນັ້ນມາເຖິງປັດຈຸບັນ  ກັນເຈຍ ບໍ່ໄດ້ຮັບຂ່າວ ທະຫານຜູ້ນັ້ນອີກເລີຍ.

                                                                                                                                                                                                                                                    ບັນທຶກໂດຍ: ຜິວລາວັນ ຫຼວງວັນນາ