ພິມ
ໝວດ: ກົດໝາຍ
ກົດເບິ່ງ: 498

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແມ່ນພຶດຕິກຳທີ່ເຮັດໃຫ້ເກີດ ຫຼື ຈະເຮັດໃຫ້ເກີດອັນຕະລາຍ, ຄວາມເສຍ ຫາຍຕໍ່ແມ່ຍິງ ແລະ ເດັກ ທາງດ້ານຮ່າງ ກາຍ, ຈິດໃຈ, ທາງເພດ, ຊັບສິນ ຫຼື ເສດຖະ ກິດ. ດັ່ງນັ້ນ, ເພື່ອໃຫ້ເຂົ້າໃຈແຈ້ງຕໍ່ກັບ ຄວາມຮຸນແຮງໃນແຕ່ລະປະເພດ, ໜັງສື ພິມແມ່ຍິງລາວ ສະບັບນີ້ ຈະນຳສະເໜີ ບາງມາດຕາຂອງກົດໝາຍວ່າດ້ວຍການ

ຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກ ດັ່ງນີ້:

            ມາດຕາ 12 ປະເພດການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

            ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ມີ ສີ່ ປະເພດ ຄື:

  1. ຄວາມຮຸນແຮງຕໍ່ຮ່າງກາຍ
  2. ຄວາມຮຸນແຮງຕໍ່ຈິດໃຈ
  3. ຄວາມຮຸນແຮງທາງເພດ
  4. ຄວາມຮຸນແຮງຕໍ່ຊັບສິນ ຫຼື ເສດຖະກິດ

            ມາດຕາ 13 ຄວາມຮຸນແຮງຕໍ່ ຮ່າງກາຍ

            ຄວາມຮຸນແຮງຕໍ່ຮ່າງກາຍ ແມ່ນ ການກະທຳໂດຍເຈດຕະນາ ເປັນຕົ້ນ ການ ທາລຸນ, ການທໍລະມານ, ການຕົບຕີ, ການ ເຕະ, ການຊຸກ, ການຍູ້, ການໂຍນເດັກຖິ້ມ ແລະ ອື່ນໆ ຊຶ່ງພາໃຫ້ບາດເຈັບ, ມີຮອຍ ຊຳ້ ຫຼື ບາງກໍລະນີອາດຈະບໍ່ເຫັນຮ່ອງ ຮອຍຂອງການໃຊ້ຄວາມຮຸນແຮງ, ເປັນບ້າ ເສຍຈິດ, ເສຍອົງຄະ ຫຼື ເສຍຊີວິດ.    

            ມາດຕາ 14 ຄວາມຮຸນແຮງຕໍ່ ຈິດໃຈ

             ຄວາມຮຸນແຮງຕໍ່ຈິດໃຈ ແມ່ນ ການກະທຳ, ການເມີນເສີຍ ຫຼື ລະເລີຍ ທີ່ກໍ່ໃຫ້ເກີດຜົນກະທົບຕໍ່ຈິດໃຈຂອງແມ່ຍິງ ແລະ ເດັກ ເປັນຕົ້ນ ການມີເມຍຫຼາຍ ຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະ ຈານ, ການປ່ອຍປະ, ການລຳອຽງ, ການຈຳ ແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບ ຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອ ໝັ້ນ, ເສຍສຸຂະພາບຈິດ, ຊຶມເສົ້າ ຫຼື ຂ້າ ຕົວຕາຍ.

        ມາດຕາ 15 ຄວາມຮຸນແຮງທາງເພດ

            ຄວາມຮຸນແຮງທາງເພດ ແມ່ນການກະທຳ ຫຼື ຄວາມພະຍາຍາມກະທຳທີ່ກໍ່ຄວາມເສຍຫາຍຕໍ່ສິດທິທາງເພດຂອງແມ່ຍິງ ແລະ ເດັກ ເປັນຕົ້ນ ການຂົ່ມຂືນທຳຊຳເລົາ, ການບັງຄັບຮ່ວມເພດ, ການທຳລາມົກ, ການທຳອະນາຈານ, ການກະທຳທີ່ຫຍາບຊ້າທາງເພດ, ການເວົ້າຈາ ຫຼື ການສຳຜັດໃນລັກສະນະທາງເພດ ຊຶ່ງບໍ່ເປັນທີ່ຕ້ອງການຂອງຜູ້ຮັບຟັງ ຫຼື ຜູ້ຖືກສຳຜັດ ຫຼື ການສົ່ງແມ່ຍິງ ຫຼື ເດັກໃຫ້ບຸກຄົນອື່ນ ເພື່ອເປົ້າໝາຍທາງ ເພດ.

            ມາດຕາ 16    ຄວາມຮຸນແຮງຕໍ່ຊັບ ສິນ ຫຼື ເສດຖະກິດ

            ຄວາມຮຸນແຮງຕໍ່ຊັບສິນ ຫຼື ເສດຖະກິດ ແມ່ນການກະທຳ, ການເມີນເສີຍ ຫຼື ລະເລີຍ ທີ່ກໍ່ຄວາມເສຍຫາຍຕໍ່ຊັບສິນຂອງຄອບຄົວ,    ຊັບ ສິນທີ່ເປັນກຳມະສິດຮ່ວມກັນ, ຊັບສິນສ່ວນຕົວຂອງແມ່ຍິງ ແລະ ເດັກ  ຫຼື ເຮັດໃຫ້ສູນເສຍໂອກາດໃນການສ້າງລາຍໄດ້ ຫຼື ຜົນປະໂຫຍດອື່ນທາງ ເສດຖະກິດ ເປັນຕົ້ນ ການທຳລາຍ, ຈູດເຜົາ, ມ້າງເພເຮືອນຊານ, ວັດຖຸສິ່ງຂອງ, ການຊຸກເຊື່ອງ, ການຄອບຄອງ, ໂອນ,  ນຳໃຊ້ ຫຼື ແບ່ງປັນຊັບສິນ ໂດຍບໍ່ຖືກຕ້ອງ, ການໃຫ້ຄ່າແຮງງານ ຫຼື ປະຕິບັດນະໂຍບາຍບໍ່ເທົ່າທຽມກັບເພດຊາຍ, ການກີດກັ້ນບໍ່ໃຫ້ເຂົ້າຮ່ວມ ຫຼື ເຄື່ອນໄຫວວຽກ ງານໃດ ໜຶ່ງ ທັງໆທີ່ແມ່ຍິງ ແລະ ເດັກ ມີເງື່ອນໄຂ ແລະ ຄວາມສາມາດ.

            ຍົກຕົວຢ່າງ:

            ທ້າວ ກ ແລະ ນາງ ຂ ແຕ່ງດອງ ແລະ ມີລູກ 2 ຄົນ, ຍິງ 1 ຄົນ ອາຍຸ 7 ປີ ແລະ ຊາຍ 1 ຄົນ ອາຍຸ 4 ປີ. ຕອນແລງ ມື້ໜຶ່ງ ທ້າວ ກ ແລະ ນາງ ຂ ຜິດກັນ, ມີປາກສຽງກັນຢ່າງຮຸນແຮງ, ໃຊ້ຄຳເວົ້າບໍ່ສຸພາບດ່າທໍກັນຈົນເຖິງຂັ້ນໃຊ້ກຳລັງຕໍ່ກັນ. ເມື່ອລູກທັງສອງເຫັນເຫດການກໍຮູ້ສຶກ ຢ້ານກົວ ແລະ ພາກັນຮ້ອງໄຫ້, ທ້າວ ກ ເຫັນລູກໄຫ້ ກໍຍິ່ງເກີດຄວາມໂມໂຫຕື່ມອີກ ຈຶ່ງຮ້າຍດ່າລູກ ແລະ ເອົາໄມ້ມາຕີລູກທັງສອງ ເພື່ອໃຫ້ລູກ ເຊົາໄຫ້ ເພາະຄິດວ່າເມື່ອຕີລູກແລ້ວລູກຈະມິດງຽບ ແລະ ຟັງຄວາມຕົນ. ການກະທຳຂອງທ້າວ ກ ໃນຖານະຜູ້ເປັນຜົວ, ເປັນພໍ່, ເປັນຄົນໃນຄອບ ຄົວດຽວກັນກັບ ນາງ ຂ ແລະ ເດັກທັງສອງ ຖືວ່າເປັນການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍຕໍ່ແມ່ຍິງ ແລະ ເດັກ ໃຊ້ກຳລັງທຳຮ້າຍຮ່າງກາຍ ດ້ວຍການໃຊ້ກຳລັງຕົບຕີ. ພ້ອມນີ້ ກໍຍັງເປັນການໃຊ້ຄວາມຮຸນແຮງທາງດ້ານຈິດໃຈ ດ້ວຍການໃຊ້ຄຳເວົ້າຂົ່ມຂູ່ ແລະ ປ້ອຍດ່າທີ່ແຕະຕ້ອງ ເຖິງຈິດໃຈ ຂອງແມ່ຍິງ ແລະ ເດັກ. ການ ກະທຳຂອງ ທ້າວ ກ ຖືວ່າເປັນການກະ ທຳທີ່ຜິດກົດໝາຍ.

ໂດຍ: ບົວສອນ