ສູ້ຊົນພົ້ນທຸກ

330331332

ການສ້າງວິຊາຊີບ ແລະ ວຽກເຮັດງານທຳ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນ ເພື່ອໃຫ້ແມ່ຍິງໄດ້ຮັບການຍົກລະດັບ ແລະ ພັດທະນາຕົນເອງທາງດ້ານວິຊາຊີບ ແລະ

ສີມືແຮງງານ ນຳໄປປະກອບອາຊີບສ້າງລາຍຮັບມາສູ່ຄອບຄົວ ໂດຍສະເພາະໃນເວລາມີງານຕ່າງໆເຊັ່ນ: ງານແຕ່ງດອງ, ງານມັດຂໍ່ຕໍ່ແຂນ, ງານສັງສັນ, ງານບຸນສິນກິນທານ‚

ເຫັນວ່າແມ່ຍິງເຮົາ ແມ່ນໃຫ້ຄວາມສຳຄັນກັບເຄື່ອງນຸ່ງໃນຮູບແບບຕ່າງໆ ຈຶ່ງເຮັດໃຫ້ຜູ້ທີ່ປະກອບອາຊີບຕັດຫຍິບ ມີລາຍຮັບທີ່ດີ ໂດຍສະເພາະແມ່ນຜູ້ທີ່ມີສີມືດີ, ມີຄວາມປານີດ,

ອອກແບບໄດ້ຈົບງາມສົມສ່ວນ ແຕ່ການຈະມີສີມືດີ ແລະ ມີຄວາມປານີດນັ້ນ ຕ້ອງໄດ້ຜ່ານການຮຽນຈາກຜູ້ມີຄວາມຊຳນານ ແລະ ມີປະສົບການມາກ່ອນ. ຮູ້ແບບນີ້ແລ້ວເຊື່ອວ່າ ຫຼາຍ

ຄົນທີ່ຍັງບໍ່ມີວຽກເຮັດງານທຳ ຄົງຈະສົນໃຈວິຊາຊີບດັ່ງກ່າວວ່າ ຕ້ອງເຮັດແນວໃດຈຶ່ງຈະໄດ້ເປັນຊ່າງຕັດຫຍິບທີ່ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າ.

      ນ້ອງ ຕຸ່ນຄຳ ໃບພູເງິນ ອາຍຸ 20 ປີຢູ່ບ້ານໂນນໜອງຫວ້າ ເມືອງລະມາມ ແຂວງເຊກອງ ຊຶ່ງເຄີຍຜ່ານເວທີການປະກວດນາງສາວເຊກອງໃນປີ 2017, ປັດຈຸບັນກຳລັງຮຽນ

ວິຊາຊີບຕັດຫຍິບ ຢູ່ສູນພັດທະນາແມ່ຍິງ ແຂວງເຊກອງ ໄດ້ໃຫ້ສຳພາດວ່າ:

      ນັກຂ່າວ: ເປັນຫຍັງນ້ອງຈຶ່ງຕັດສິນໃຈເລືອກຮຽນຕັດຫຍິບ?

     ນ້ອງຕຸ່ນ: ຍ້ອນທາງຄອບຄົວທຸກຍາກບໍ່ມີເງິນທີ່ຈະໄປຮຽນຕໍ່ປະລິນຍາຕີ ຈຶ່ງໄດ້ຕັດສິນໃຈມາຮຽນຕັດຫຍິບຢູ່ສູນພັດທະນາແມ່ຍິງແຫ່ງນີ້ ເພື່ອນຳເອົາຄວາມຮູ້ທີ່ໄດ້

ຮຽນມາໄປປະກອບອາຊີບ ແລະ ພັດທະນາຊີວິດການເປັນຢູ່ໃນຄອບຄົວ ບວກກັບຄວາມຮັກມັກສ່ວນຕົວຂອງນ້ອງ ຈຶ່ງຕັດສິນໃຈເຂົ້າມາຮຽນ. ອີກເຫດຜົນໜຶ່ງແມ່ນຍ້ອນຄົນລາວ

ເຮົານິຍົມຕັດເຄື່ອງນຸ່ງ ໃຫ້ທັນຍຸກທັນສະໄໝ, ມັກຄວາມຈົບງາມຂອງຜ້າຝ້າຍ, ໄໝ ແລະ ແຜ່ນແພຊະນິດຕ່າງໆ ຈຶ່ງຄິດວ່າ ການຕັດຫຍິບເຄື່ອງເປັນວິຊາທີ່ຮຽນບໍ່ຍາກ, ບໍ່ໄດ້ໃຊ້

ເວລາຮຽນດົນ ຊຶ່ງຈະເປັນທ່າແຮງໜຶ່ງໃຫ້ນ້ອງສາມາດສ້າງລາຍຮັບມາສູ່ຄອບຄົວໄດ້.

      ນັກຂ່າວ: ຮູບແບບການສິດສອນຂອງຄູອາຈານຢູ່ສູນແຫ່ງນີ້ເປັນແນວໃດ?

      ນ້ອງຕຸ່ນ: ການສິດສອນຂອງຄູອາຈານແມ່ນດີຫຼາຍ ເພິ່ນເລີ່ມສອນຄວາມຮູ້ພື້ນຖານຂອງການນຳໃຊ້ຈັກຫຍິບ, ເນັ້ນການນຳໃຊ້ອຸປະກອນຕັດຫຍິບຕ່າງໆ ໃນການປະຕິ

ບັດຕົວຈິງ ແລະ ສອນເລີ່ມຕົ້ນການອອກແບບ, ການສ້າງແບບ, ການຕັດ ແລະ ການຫຍິບເຄື່ອງຕົວຈິງ.

      ນັກຂ່າວ: ຕັ້ງແຕ່ນ້ອງເລີ່ມເຂົ້າມາຮຽນຮອດປັດຈຸບັນ ນ້ອງສາມາດຕັດເຄື່ອງນຸ່ງໄດ້ສ່ຳໃດແລ້ວ?

      ນ້ອງຕຸ່ນ: ນັບຕັ້ງແຕ່ຮຽນມາ ກໍຮອດ 2 ເດືອນພໍດີ ນ້ອງສາມາດອອກແບບ, ສາມາດຕັດ ແລະ ຫຍິບເປັນຫຼາຍແລ້ວ ໂດຍສະເພາະເຄື່ອງນຸ່ງຂອງແມ່ຍິງ ບໍ່ວ່າຈະເປັນ ເສື້ອ,

ສິ້ນ, ກະໂປ່ງ ແລະ ແບບອື່ນໆ ອີກຫຼາຍຢ່າງ.

      ນັກຂ່າວ: ຫຼັງຈາກຮຽນຈົບຢູ່ສູນແຫ່ງນີ້ແລ້ວ ນ້ອງໄດ້ວາງແຜນໄວ້ຄືແນວໃດ?

      ນ້ອງຕຸ່ນ: ນ້ອງຄິດວ່າ ພາຍຫຼັງທີ່ຮຽນຈົບແລ້ວ ຈະນຳເອົາບົດຮຽນນີ້ໄປປະກອບອາຊີບໃນຫົວໜ່ວຍທຸລະກິດ ເພື່ອສ້າງລາຍໄດ້ໃຫ້ຕົນເອງ ແລະ ຄອບຄົວ ເພື່ອໃຫ້ຄອບ

ຄົວຫຼຸດພົ້ນອອກຈາກຄວາມທຸກຍາກ. ນອກຈາກນັ້ນ ຈະພະຍາຍາມພັດທະນາຕົນເອງຂຶ້ນເລື້ອຍໆ ໃຫ້ກາຍເປັນນັກອອກແບບ ແລະ ນັກຫຍິບເຄື່ອງນຸ່ງທີ່ມີສີມືດີ, ມີຄວາມປານີດ

ແລະ ຄິດໄວ້ວ່າ ຈະທ້ອນເງິນໄວ້ເປີດຮ້ານຕັດຫຍິບເຄື່ອງນຸ່ງເປັນຂອງຕົນເອງໃນອະນາຄົດ.

      ໃນຍຸກປັດຈຸບັນ ເຖິງແມ່ນວ່າໄວໜຸ່ມຮຸ້ນຄົນສືບທອດຂອງພວກເຮົາຈະສົນໃຈ ແລະ ເລືອກຮຽນໃນສາຍວິຊາສະເພາະເປັນສ່ວນຫຼາຍ ແຕ່ໃນດ້ານການປະກອບອາຊີບ

ເຫັນວ່າ: ການຮຽນໃນສາຍວິຊາຊີບ ແລະ ສີມືແຮງງານ ກໍເປັນອີກທາງເລືອກໜຶ່ງໃຫ້ຜູ້ຮຽນຈົບສາຍສາມັນໄດ້ພິຈາລະນາ ດັ່ງທີ່ນ້ອງ ຕຸ່ນຄຳ ບອກວ່າ: ໃຊ້ເວລາຮຽນບໍ່ດົນ, ບໍ່ຍາກ

ຫຼາຍ, ຄ່າຮຽນບໍ່ແພງŽ ແຕ່ກໍ່ສາມາດນຳເອົາຄວາມຮູ້ດັ່ງກ່າວ ມາປະກອບອາຊີບສ້າງລາຍຮັບໃຫ້ຕົນເອງ ແລະ ຄອບຄົວ.

      ນີ້ກໍ່ແມ່ນແຜນງານໂຄງການໜຶ່ງຂອງສະຫະພັນແມ່ຍິງແຂວງເຊກອງ ໃນການສ້າງວຽກເຮັດງານທຳໃຫ້ແມ່ຍິງມີວິຊາຊີບທີ່ຖາວອນ ເຮັດໃຫ້ຄອບຄົວມີລາຍໄດ້ ກ້າວໄປເຖິງຫຼຸດພົ້ນອອກຈາກ ຄວາມທຸກຍາກ, ທັງເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ເພີ່ມຂຶ້ນ.

                                                                                                                                                                                                                                                                                ໂດຍ: ເພັດທອງຄຳ

324325326328327329

ຄອບຄົວທ່ານ ເມດຕາ ປະພັດສະລາ ແລະ ທ່ານນາງ ນາລີ ນະຄອນສັກ ເປັນຄອບຄົວຕົວແບບດີເດັ່ນຂອງບ້ານດ້ວຍການຜະລິດເສັ້ນໝີ່ເປັນສິນຄ້າສ້າງລາຍຮັບເຂົ້າສູ່ຄອບ

ຄົວ, ຈາກສະພາບເສດຖະກິດທີ່ມີຄວາມຫຍຸ້ງຍາກຂາດເຂີນ ມາປັດຈຸບັນຄອບຄົວມີເສດຖະກິດທີ່ດີຈົນກາຍເປັນຕົວແບບຂອງບ້ານ.

     ເມື່ອຖາມເຖິງເບື້ອງຫຼັງຄວາມສຳເລັດດັ່ງກ່າວ ທ່ານ ເມດຕາ ໄດ້ເລົ່າໃຫ້ຟັງວ່າ: ຂ້າພະເຈົ້າ ໄດ້ສ້າງຄອບຄົວກັບ ນາງ ນາລີ ໃນປີ 2000 ແລະ ມີລູກຮ່ວມກັນ 2 ຄົນ ເມື່ອກ່ອນຄອບຄົວແມ່ນຍຶດຖື ການຂາຍເຂົ້າປຽກເປັນອາຊີບ ກໍຖືວ່າສາມາດຫາເງິນ ຈຸນເຈືອຄອບຄົວໄດ້ພໍສົມຄວນ, ມາຮອດປີ 2001 ຍ້ອນຄວາມຈຳເປັນຂອງຄອບຄົວ ແລະ ຕ້ອງ

ການຢາກສານຕໍ່ອາຊີບຂອງພໍ່-ແມ່ ທີ່ເຄີຍເຮັດເສັ້ນໝີ່ຂາຍ ຂ້າພະເຈົ້າຈຶ່ງຕັດສິນໃຈຢຸດຂາຍເຂົ້າປຽກ ມາສືບທອດທຸລະກິດຂອງຄອບຄົວຄື ຜະລິດເສັ້ນໝີ່ຂາຍ ໂດຍໃສ່ຊື່ວ່າ

ເສັ້ນໝີ່ກາມັງກອນຄູ່Ž. ເຖິງແມ່ນວ່າຈະສືບທອດມາຈາກທຸລະກິດຂອງຄອບຄົວກໍຕາມແຕ່ເພື່ອຂະຫຍາຍການຜະລິດອອກຕື່ມ ຈຳເປັນຕ້ອງໄດ້ລົງທຶນ ສຳລັບການດຳເນີນທຸລະ

ກິດ ເພື່ອຊື້ເຄື່ອງຈັກມາເພີ່ມ ແລະ ວັດຖຸດິບໃນການຜະລິດ ເຊັ່ນ: ແປ້ງ, ໄຂ່‚ ເບື້ອງຕົ້ນໃຊ້ທຶນໃນການຜະລິດປະມານ 25.000.000 ກີບ, ແຮງງານຜະລິດມີ 2 ຄົນ, ຜະລິດເສັ້ນ

ໝີ່ ໄດ້ມື້ລະ 50 ກິໂລ. ມາຮອດປັດຈຸບັນ ໃຊ້ຕົ້ນທຶນໃນການຜະລິດ, ສະເພາະວັດຖຸດິບທີ່ຜະລິດ 7.000.000-8.000.000 ກີບ/ເດືອນ ແລະ ເພີ່ມແຮງງານໃນການຜະລິດຈາກ 2

ມາເປັນ 5 ຄົນ, ໂດຍມີການແບ່ງວຽກກັນລະອຽດ ຊຶ່ງຈະໃຫ້ເມຍ ເປັນຜູ້ຕ້ອນຮັບລູກຄ້າ, ພົວພັນໃນການສົ່ງເສັ້ນໝີ່, ສ່ວນຂ້າພະເຈົ້າແມ່ນຈະລົງເລິກດ້ານການຜະລິດຮ່ວມ

ກັບພະນັກງານ. ພວກເຮົາຜະລິດເສັ້ນໝີ່ຫຼາຍສຸດ ມື້ລະ 100 ກິໂລ ເພື່ອຂາຍພາຍໃນຮ້ານແລະ ສົ່ງໃຫ້ລູກຄ້າທີ່ສັ່ງຈອງ ແຕ່ຖ້າມື້ໃດເປັນໄລຍະເທດສະການງານບຸນ, ງານດອງ ກໍ

ຈະໄດ້ຜະລິດເພີ່ມຂຶ້ນ ເພື່ອຮອງຮັບກັບຄວາມຕ້ອງການຂອງລູກຄ້າŽ.

      ທ່ານນາງ ນາລີ ໄດ້ເວົ້າໃຫ້ຟັງຕື່ມວ່າ: ເສັ້ນໝີ່ກາມັງກອນຄູ່ ມີຫຼາກຫຼາຍປະເພດເຊັ່ນ: ໝີ່ເຫຼືອງ ເສັ້ນໃຫຍ່, ໝີ່ເຫຼືອງເສັ້ນກາງ, ໝີ່ເຫຼືອງເສັ້ນນ້ອຍ, ໝີ່ກອບ, ແຜ່ນກ້ຽວ‚

ເສັ້ນໝີ່ຂາຍລາຄາ 20.000 ກີບ/ກິໂລ ລູກຄ້າສາມາດເອົາເປັນເສັ້ນດິບ ຫຼື ສຸກກໍໄດ້ແລ້ວແຕ່ຄວາມຕ້ອງການ. ໄລຍະປົກກະຕິທີ່ບໍ່ມີງານເທດສະການຕ່າງໆ ສາມາດຂາຍໄດ້

500.000 ກີບ/ມື້; ເສັ້ນໝີ່ກາມັງກອນຄູ່ ເປັນເສັ້ນໝີ່ທີ່ໃໝ່ໆ, ສະອາດ ຜະລິດມື້ຕໍ່ມື້ ມີເສັ້ນທີ່ໜຽວນຸ້ມ, ຈຶ່ງເຮັດໃຫ້ລູກຄ້າຕິດໃຈ ແລະ ສັ່ງຊື້ຈຳນວນຫຼາຍ. ມາຮອດປັດຈຸບັນ ລູກຄ້າ

ຕ່າງແຂວງກໍເລີ່ມໃຫ້ຄວາມສົນໃຈ ແລະ ສັ່ງຊື້ເສັ້ນໝີ່ນຳຮ້ານຂອງພວກເຮົາຫຼາຍຂຶ້ນ ໂດຍສະເພາະແຂວງ ຫຼວງພະບາງ ແລະ ແຂວງອື່ນໆຈຳນວນໜຶ່ງ, ຜ່ານການດຳເນີນທຸລະກິດ

ຜະລິດເສັ້ນໝີ່ມາໄດ້ 10 ກວ່າປີ ເຫັນວ່າຊີວິດການເປັນຢູ່ຂອງຄອບຄົວຄ່ອຍໆ ດີຂຶ້ນເທື່ອລະກ້າວ ປັດຈຸບັນຄອບຄົວເຮົາສາມາດຊື້ລົດໃຫຍ່ ເພື່ອສົ່ງເຄື່ອງໄດ້ 2 ຄັນ, ປຸກເຮືອນ

ຢູ່ອາໄສທີ່ໝັ້ນຄົງຖາວອນ ແລະ ສາມາດຂະຫຍາຍກິດຈະການ ແລະ ສ້າງເປັນໂຮງງານຫຼັງໃໝ່ໄດ້ 1 ຫຼັງຢູ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

      ທ່ານ ເມດຕາ ກ່າວຕື່ມອີກວ່າ: ລູກຄ້າເປັນແຮງຈູງໃຈອັນດັບໜຶ່ງ ທີ່ເຮັດໃຫ້ພວກເຮົາສາມາດດຳເນີນທຸລະກິດ ແລະ ຜ່ານຜ່າທຸກອຸປະສັກທີ່ເຂົ້າມາໄດ້ເຖິງທຸກມື້ນີ້, ແຕ່ສິ່ງ

ສຳຄັນທີ່ສຸດກໍຄືສະມາຊິກທຸກຄົນໃນຄອບຄົວທີ່ຍາມໃດກໍໄດ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ ໃຫ້ກຳລັງໃຈໃນເວລາພົບຄວາມຫຍຸ້ງຍາກ. ໃນອະນາຄົດ ພວກເຮົາຈະພະຍາຍາມ

ຄົ້ນຄິດວິທີການຜະລິດເສັ້ນໝີ່ແບບໃໝ່ ແລະ ເຮັດແນວໃດໃຫ້ເສັ້ນໝີ່ສາມາດເກັບຮັກສາໄວ້ກິນດົນ, ບໍ່ບູດງ່າຍ ເພື່ອສົ່ງໃຫ້ລູກຄ້າຢູ່ຕ່າງແຂວງໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະ

ພາບດີທີ່ສຸດ.

      ທ່ານນາງ ສຸກສະດາ ສີຫາວົງ ປະທານ ສຍ ເມືອງຈັນທະບູລີ ໄດ້ໃຫ້ສຳພາດວ່າ: ຄະນະ ສຍ ເມືອງ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ແຕ່ລະຄອບຄົວສ້າງເສດຖະກິດ ໂດຍຜະ

ລິດໃຫ້ກາຍເປັນສິນຄ້າ, ພ້ອມທັງຊອກຫາຊ່ອງທາງໃຫ້ບັນດາຄອບຄົວຕົວແບບ ໄດ້ນຳເອົາຜະລິດຕະພັນຂອງຕົນ ໄປວາງສະແດງໃນງານເທດສະການຕ່າງໆ ແລະ ເມື່ອມີການຈັດຝຶກ

ອົບຮົມວິຊາຊີບ ກໍໄດ້ໃຫ້ບູລິມະສິດແກ່ຄອບຄົວຕົວແບບເປັນອັນດັບໜຶ່ງ ເພື່ອໃຫ້ເຂົາເຈົ້າໄດ້ຮັບຄວາມຮູ້ບົດຮຽນໃນການຜະລິດທີ່ຫຼາກຫຼາຍກວ່າເກົ່າ ແລະ ກາຍເປັນແບບຢ່າງ

ທີ່ດີ ໃຫ້ແກ່ຄອບຄົວອື່ນໆ ພາຍໃນເມືອງ ຈັນທະບູລີ, ດັ່ງຄອບຄົວຂອງ ທ່ານ ເມດຕາ ແລະ ທ່ານນາງ ນາລີ ກໍເຫັນວ່າເປັນຄອບຄົວທີ່ມີຄວາມໂດດເດັ່ນ, ທຸກຄົນໃນຄອບຄົວມີ

ຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ ເປັນແບບຢ່າງທີ່ດີໃນການຜະລິດເປັນສິນຄ້າສ້າງລາຍຮັບແກ່ຄອບຄົວ ໃຫ້ມີຄວາມຮັ່ງມີຜາສຸກຂຶ້ນເລື້ອຍໆ.

      ຖ້າທ່ານໃດມີຄວາມສົນໃຈຢາກຈະຊື້ເສັ້ນໝີ່ເຫຼືອງກາມັງກອນຄູ່ທີ່ອ່ອນນຸ້ມ ແຊບຖືກໃຈ ກໍສາມາດໂທໄປຫາເພິ່ນໄດ້ທີ່ ເບີ 020 22209135, 020 55506132 ຫຼື ເຂົ້າໄປຊື້ໄດ້ທີ່ຮ້ານຂອງເພິ່ນ ຕັ້ງຢູ່ບ້ານ ຫາຍໂສກ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

                                                                                                                                                                                                                                                                             ໂດຍ: ວຽງພອນ

167

ຄົນເຮົາມີຫຼາກຫຼາຍອາຊີບທີ່ແຕກຕ່າງກັນໄປ ອີງຕາມເງື່ອນໄຂດ້ານຄວາມຮູ້ ຄວາມສາມາດ ແລະ ພອນສະຫວັນຂອງແຕ່ລະຄົນ, ສິ່ງສຳຄັນແມ່ນ ຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ ແລະ ອົດທົນສູ້ຊົນຜ່ານຜ່າອຸປະສັກ ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນດັ່ງຄອບຄົວ ພໍ່ ນວນສີ ແລະ ແມ່ ແຍງ ແກ້ວແສງຈ້ອຍ, ປະຊາຊົນ ບ້ານນໍ້າແກ້ວນ້ອຍ ເມືອງສິງ ແຂວງ ຫຼວງນໍ້າທາທີ່ຍຶດຖືການເຮັດຖົ່ວເນົ່າຂາຍເປັນສິນຄ້າ ສ້າງລາຍຮັບໄດ້ເປັນ ກອບເປັນກຳ.

      ແມ່ ແຍງ ໃຫ້ຮູ້ວ່າ: ຄອບຄົວພວກເຮົາມີສະມາຊິກທັງໝົດ 6 ຄົນ, ຍິງ 2ຄົນ. ເມື່ອກ່ອນແມ່ນປູກຝັງ-ລ້ຽງສັດ ແລະ ຄ້າຂາຍແບບປະສົມປະ ສານ, ມາຮອດປີ 1991 ເຫັນວ່າຄອບຄົວມີຄວາມຫຍຸ້ງຍາກ ຈຶ່ງຫັນມາເຮັດໝາກຖົ່ວເນົ່າຂາຍ ເຊິ່ງເປັນອາຊີບທີ່ສືບທອດມາຈາກພໍ່ແມ່ ອີກຢ່າງໜຶ່ງ ໝາກຖົ່ວເນົ່າເປັນອາຫານພື້ນເມືອງທີ່ນິຍົມຊົມຊອບຂອງຊາວ ເມືອງສິງມາແຕ່ດົນນານ ຊຶ່ງໃຊ້ເປັນສ່ວນປະກອບເຂົ້າໃນການປຸງແຕ່ງອາຫານໄດ້ຫຼາຍ ຢ່າງເປັນຕົ້ນ: ນໍ້າໜ້າເຂົ້າຊອຍ, ແຈ່ວ ແລະ ອື່ນໆ. ນອກນັ້ນ ກໍຍັງກິນສົດໄດ້. ດັ່ງນັ້ນ, ຈຶ່ງເຮັດໝາກຖົ່ວເນົ່າຂາຍເປັນສິນຄ້າ ເພື່ອໃຫ້ຫຼາຍໆຄົນ ໄດ້ບໍລິໂພກໝາກ ຖົ່ວເນົ່າທີ່ແຊບ ແລະ ມີລົດຊາດທີ່ເປັນເອກະລັກແບບດັ່ງເດີມ.

      ໃນເບື້ອງຕົ້ນຂອງການດຳເນີນກິດຈະກຳ, ວັດຖຸດິບ (ໝາກຖົ່ວເຫຼືອງ) ແມ່ນປູກເອົາເອງ ແຕ່ໃນປັດຈຸບັນແມ່ນ ຊື້ນຳປະຊາຊົນພາຍໃນເມືອງ, ແຂວງ ແລະ ຈາກຕ່າງປະເທດຈຳນວນໜຶ່ງ. ສຳລັບການຜະລິດແມ່ນ 2 ຄັ້ງ/ປີ, ຜະລິດໄດ້ 4 ໂຕນ/1 ຄັ້ງ, ລວມແລ້ວ ໃນ 1 ປີ ສາມາດຜະລິດໝາກຖົ່ວ ເນົ່າໄດ້ 8 ໂຕນ, ລາຄາຂາຍແມ່ນ 7.000 ກີບ/1 ກິໂລ, ສາມາດສ້າງລາຍຮັບໄດ້ 56.000.000 ກີບ/ ປີ, ສຳລັບທຶນຮອນໃນການຜະລິດແມ່ນເງິນຂອງຄອບ

ຄົວທີ່ໄດ້ຊ່ວຍກັນທ້ອນ ແລະ ສະສົມໄວ້.168

ມາຮອດປັດຈຸບັນ ນອກຈາກເຮັດ ໝາກຖົ່ວເນົ່າແລ້ວ ຍັງໄດ້ລ້ຽງໝູ 80ໂຕ, ລ້ຽງສັດປີກ 130 ໂຕ, ມີເນື້ອທີ່ນາ 3,2 ເຮັກຕາ ສຳລັບປູກເຂົ້າ ແລະ ພືດຜັກຕ່າງໆ, ສວນຢາງພາລາ 1,3 ເຮັກຕາ,ພາຫະນະຮັບໃຊ້ມີ: ລົດຂົນສົ່ງ 1 ຄັນ,ລົດກະບະ 1 ຄັນ, ລົດຈັກ 2 ຄັນ, ລົດໄຖນາ 2 ຄັນ ແລະ ມີໂຮງນໍ້າກ້ອນ1 ໂຮງ, ຊຶ່ງແຕ່ລະກິດຈະກຳ ສາມາດສ້າງລາຍຮັບໃນ 1 ປີ ໄດ້ຄື: ຂາຍໝູ65.000.000 ກີບ, ຂາຍຜົນຜະລິດ (ຜັກຕາມລະດູການ, ສາລີ...) 10.000.000 ກີບ,ຂາຍເຂົ້າ 16.000.000 ກີບ, ຄ້າຂາຍຜະລິດຕະພັນ ຕ່າງໆ (ນ້ຳໜ້າເຂົ້າຊອຍ, ນ້ຳປູ, ຖົ່ວເນົ່າແຜ່ນ...) 15.000.000 ກີບ, ຂາຍນໍ້າກ້ອນ 6.000.000 ກີບ ແລະ ຂາຍ ຢາງພາລາ 30.000.000 ກີບ. ລວມລາຍຮັບທັງໝົດໃນ 1 ປີ ປະມານ 198 ລ້ານກີບ ຖືວ່າເປັນລາຍຮັບ

ຄົງທີ່ ສາມາດພາໃຫ້ຄອບຄົວຫຼຸດພົ້ນຈາກຄວາມທຸກຍາກ.

     ເມື່ອຖາມເຖິງແຜນການຂະຫຍາຍກິດຈະກຳຂອງຄອບຄົວໃນອະນາຄົດ, ພໍ່ ນວນສີ ກ່າວວ່າ: ໃນຕໍ່ໜ້າຈະເພີ່ມການຜະລິດໝາກຖົ່ວເນົ່າໃຫ້ ຫຼາຍຂຶ້ນ ເພື່ອສ້າງໃຫ້ກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ຂອງເມືອງສິງ ເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງ ການຂອງຜູ້ບໍລິໂພກທີ່ນັບມື້ເພີ່ມຂຶ້ນ ພ້ອມທັງຊອກຫາຕະຫຼາດ ຮອງຮັບທັງພາຍໃນ ແລະ ຕ່າງແຂວງໃນການຈຳໜ່າຍສິນຄ້າ.

      ທ່ານນາງ ໄມມະນີວັນ ຈັນທະວົງ ກຳມະການພັກເມືອງ, ປະທານ ສຍເມືອງສິງ ກ່າວວ່າ: ຂ້າພະເຈົ້າ ໄດ້ຕິດຕາມ ແລະ ສັງເກດເຫັນວ່າ ຄອບ ຄົວ ແກ້ວແສງຈ້ອຍ ມີຄວາມບຸກບືນ ອົດທົນ ສູ້ຊີວິດແລະ ດຸໝັ່ນດຳເນີນທຸລະກິດ, ໂດຍສະເພາະແມ່ນໄດ້ສືບທອດກິດຈະກຳຂອງ ພໍ່ແມ່-ບັນພະບູ ລຸດໃນການຜະລິດຖົ່ວເນົ່າ ຊຶ່ງເລີ່ມຈາກຂາຍຢູ່ພາຍໃນບ້ານ, ຕາມຕົວເມືອງ ສິງ ແລະ ເລີ່ມຂະຫຍາຍການຜະລິດໄປຫາເມືອງອື່ນໆ. ນອກຈາກນີ້ ທ່ານນາງ ແຍງ ກໍຍັງໄດ້ປະກອບສ່ວນ ເປັນຄະນະ ສຍ ບ້ານ, ພ້ອມທັງເປັນຄະນະບໍລິຫານງານ ສຍ ເມືອງ 2 ສະໄໝ.

                                                                                                                                                                                                                                                                   ໂດຍ: ນາງ ຕິກ ເຈື້ອຫຼວງຄຳມີ

                                                                                                                                                                                                                                                                          ສຍ ແຂວງຫຼວງນ້ຳທາ

 

134135136

ການໄປຫາວຽກເຮັດງານທໍາຢູ່ຕ່າງປະເທດກໍເປັນອີກທາງເລືອກໜຶ່ງໃນການຊອກຮູ້ຮໍ່າຮຽນເອົາບົດຮຽນທີ່ດີຈາກຜູ້ມີຄວາມຮູ້ປະສົບການ ເພື່ອນໍາມາພັດທະນາຊີວິດການເປັນຢູ່ຂອງຄອບຄົວ ກໍຄືພັດທະນາປະເທດຊາດ ດັ່ງຄອບຄົວຂອງທ່ານ ຖະໜອມ ສໍາພັນ ແລະນາງ ແສງເພັດ ດວງສະຫວັນ ເຈົ້າຂອງຮ້ານຈືນຂາໄກ່ຄູວຽງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຊຶ່ງເພິ່ນໄດ້ໄປເຮັດວຽກຢູ່ຕ່າງປະເທດ ແລະ ໄດ້ນໍາເອົາບົດຮຽນດັ່ງກ່າວ ມາໝູນໃຊ້ໃນປະເທດເຮົາໃຫ້ເກີດປະໂຫຍດແກ່ຊີວິດການເປັນຢູ່ຂອງຄອບຄົວໄດ້.ດັ່ງການໃຫ້ສໍາພາດ ຂອງທ່ານ ຖະໜອມ ສໍາພັນ ວ່າ: ເບື້ອງຕົ້ນຕົນເອງໄດ້ເຮັດທຸລະກິດຄອບຄົວ (ໂຮງຊອຍໄມ້ຂະໜາດນ້ອຍ)ໄດ້ 2 ປີ ແຕ່ເຫັນວ່າຍັງບໍ່ກຸ້ມກິນ, ຈາກນັ້ນ ຈຶ່ງໄດ້ໄປຢາມພີ່ນ້ອງຢູ່ຕ່າງປະເທດ ເລີຍຖືໂອກາດນັ້ນຊອກຫາວຽກ ເຮັດງານທໍາ ເພື່ອຫາລາຍໄດ້ເພີ່ມ ພ້ອມທັງສຶກສາເອົາບົດຮຽນ, ປະສົບການໃນການສ້າງລາຍຮັບເຂົ້າສູ່ຄອບຄົວ ຊຶ່ງໄດ້ເຂົ້າໄປເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງ ແຕ່ປີ 1990-1996 ຈຶ່ງໄດ້ອາໄສເວລາເຮັດວຽກນັ້ນເປັນການຮຽນຮູ້ສູດການປຸງແຕ່ງອາຫານ ໂດຍສະເພາະຈືນຂາໄກ່ ກໍເລີຍເຮັດໃຫ້ຕົນເອງຮູ້ຈັກຂັ້ນຕອນ, ວິທີເອືອບ, ລົດຊາດທີ່ເໝາະກັບຄົນລາວ ພ້ອມທັງວິທີການຈືນ ໃຫ້ມີຄວາມກອບນອກນຸ້ມໃນຖືກໃຈຜູ້ບໍລິໂພກ. ພາຍຫຼັງກັບມາບ້ານ ກໍມີແນວຄິດລິເລີ່ມຢາກເອົາບົດຮຽນດັ່ງກ່າວ ເພື່ອມາເປັນການສ້າງລາຍຮັບເຂົ້າສູ່ຄອບຄົວ, ມາຮອດຕົ້ນປີ 2000 ຈຶ່ງໄດ້ເປີດຮ້ານຂາຍຈືນຂາໄກ່ ຢູ່ບ້ານບຶງຂະຫຍອງ ຖະໜົນຄູວຽງ ຊຶ່ງປະຈຸບັນເອີ້ນວ່າ ຮ້ານຈືນຂາໄກ່ຄູວຽງŽໄລຍະເປີດຮ້ານທໍາອິດແມ່ນຈືນມື້ລະ 20 ກວ່າກິໂລ ຂາຍໃນລາຄາ 2.500-3.000ກີບ/ຂາ ສາມາດສ້າງລາຍຮັບ 600.000 ກີບ/ມື້ ເມື່ອເຫັນວ່າໄດ້ຮັບການຕອບຮັບ, ຈາກລູກຄ້າເພີ່ມຂຶ້ນເລື້ອຍໆ ໂດຍສະເພາະນັກຮຽນ, ນັກສຶກສາ ຈຶ່ງໄດ້ເພີ່ມປະລິມານຂຶ້ນຕາມຄວາມຕ້ອງ

ການຂອງລູກຄ້າຊຶ່ງປະຈຸບັນ ສາມາດຂາຍໄດ້ເຖິງ 100 ກວ່າກິໂລ/ມື້, 1 ກິໂລ ມີ 8 ຂາ ແລະ ຂາຍໃນລາຄາຂາລະ 9.000 ກີບ,ສະເລ່ຍລາຍຮັບມື້ໜຶ່ງ ເມື່ອຫັກຕົ້ນທຶນແລ້ວສາມາດສ້າງລາຍຮັບ ເຂົ້າສູ່ຄອບຄົວປະມານ 3 ເຖິງ 4 ລ້ານກີບ/ມື້ ຖືວ່າເປັນທຸລະກິດຄອບຄົວຂະໜາດນ້ອຍ ທີ່ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປະຈໍາ. ສະນັ້ນ, ໃນຕໍ່ໜ້າພວກເຮົາຍັງມີແຜນຂະຫຍາຍສາຂາເພີ່ມ

ຂຶ້ນອີກໃນນະຄອນຫຼວງວຽງຈັນŽຮ້ານຈືນຂາໄກ່ຄູວຽງນອກຈາກຈະສ້າງລາຍຮັບໃຫ້ແກ່ຄອບຄົວແລ້ວ ຍັງເປັນສ່ວນໜຶ່ງ ໃນການສ້າງລາຍຮັບໃຫ້ແກ່ເອື້ອຍນ້ອງແມ່ຍິງຈໍານວນໜຶ່ງທີ່ມາຈາກຕ່າງແຂວງ ເນື່ອງຈາກວ່າ ແຮງງານໃນຄອບຄົວມີພຽງ 5 ຄົນເທົ່ານັ້ນ ຈຶ່ງໄດ້ຮັບພະນັກງານຊ່ວຍວຽກເພີ່ມ 12 ຄົນ ເປັນຍິງທັງໝົດ ໂດຍໄດ້ຈ່າຍຄ່າຈ້າງເປັນເງິນເດືອນ ເດືອນລະ 1.200.000 ກີບ/ຄົນ ພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍອື່ນໆ ລວມເຖິງຄ່າກິນ, ສະຖານທີ່ພັກອາໄສໃຫ້ພ້ອມ.

       ທ່ານ ຖະໜອມ ສໍາພັນ ໄດ້ໃຫ້ຂໍ້ຄິດວ່າ: ເມື່ອຕັດສິນໃຈເຮັດສິ່ງໃດແລ້ວ ຕ້ອງກ້າເຮັດ ກ້າຮັບຜິດຊອບ, ປະຕິບັດດ້ວຍຄວາມຕັ້ງໃຈ, ອົດທົນພະຍາຍາມ, ບໍ່ທໍ້ຖອຍຕໍ່ອຸ ປະສັກທີ່ພົບພໍ້ ມີບັນຫາຕ້ອງຊອກຫາທາງອອກ, ມີຄວາມມຸ່ງໝັ້ນ, ເຊື່ອໝັ້ນຕໍ່ຕົນເອງ ທຸກສິ່ງທຸກຢ່າງຖ້າເຮົາມີຄວາມພະຍາຍາມຕັ້ງໃຈແລ້ວຍ່ອມມີຜົນສໍາເລັດŽ.

       ພາຍຫຼັງທີ່ໄດ້ເປີດຮ້ານຈືນຂາໄກ່ມາ ເຮັດໃຫ້ເສດຖະກິດຄອບຄົວຂອງເພິ່ນໄດ້ພັດທະນາຂຶ້ນ ເປັນຕົ້ນ: ປຸກເຮືອນຢູ່ທີ່ແໜ້ນໜາຖາວອນໄດ້ 1 ຫຼັງ, ສົ່ງລູກຮຽນວິຊາຊີບຢູ່ຕ່າງປະເທດ, ຊື້ດິນສວນໄດ້ 2 ຕອນ ແລະ ລົດໃຫຍ່ 2 ຄັນ.

                                                                                                  

                                                                                                                                                                                                                                                                                   ໂດຍ: ອິນດາວອນ

120

ຊາຍ ແຂວງບໍ່ແກ້ວ ເປັນເມືອງໜຶ່ງທີ່ປະກອບມີຫຼາຍຊົນເຜົ່າ ມີວິຖີການດໍາລົງຊີວິດທີ່ຫຼາກຫຼາຍສີສັນ, ວັດທະນະທໍາ

ຮີດຄອງປະເພນີກໍ່ເປັນເອກະລັກ ໂດຍສະເພາະແມ່ນປະເພນີການຢູ່ການກິນ ອາຫານທາງພາກເໝືອນເປັນທີ່ຂຶ້ນຊື່ລືຊາຮູ້ຈັກດີມາຈົນເຖິງ

ປັດຈຸບັນ ຈົນກາຍເປັນອາຊີບທີ່ສ້າງລາຍຮັບໃຫ້ຫຼາຍຄອບຄົວ. ໃນນີ້ ຄອບຄົວຂອງອ້າຍ ສົມລິດ ແລະ ເອື້ອຍ ວອນແກ້ວ ວັນນະເດດ

ຢູ່ບ້ານພິບຸນທອງ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເປັນຄອບຄົວໜຶ່ງທີ່ສືບທອດຄວາມຮູ້ໃນການເຮັດເຂົ້າປຸ້ນຫົວໂຫຼ້ງມາຈາກປູ່ຍ່າ

ຕາຍາຍ ແລ້ວນໍາເອົາຄວາມຮູ້ດັ່ງກ່າວ ຫັນມາສ້າງເປັນເສດຖະກິດຄອບຄົວ ເຊິ່ງໃນເບື້ອງຕົ້ນແມ່ນເຮັດຂາຍຕາມຕະຫຼາດ ຕໍ່ມາປີ 2007

ໄດ້ຕັ້ງຮ້ານຂາຍເລີ່ມຈາກ 3 ໂຕະ ໃນໄລຍະນັ້ນບໍ່ຄ່ອຍໄດ້ຮັບຄວາມນິຍົມຈາກລູກຄ້າພໍປານໃດ, ບາງມື້ຂາຍໝົດບາງມື້ກໍ່ບໍ່ໝົດ. ແຕ່

ເພິ່ນກໍ່ໄດ້ສູ້ຊົນອົດທົນ ທັງເຮັດທັງຖອດຖອນບົດຮຽນໄປນໍາ ເປັນຕົ້ນແມ່ນສ່ວນປະກອບຂອງເຂົ້າປຸ້ນ, ຜັກກິນກັບ ແລະ ແຈ່ວ ຈຶ່ງເຮັດ

ໃຫ້ໄດ້ຮັບຄວາມສົນໃຈຈາກລູກຄ້າເປັນຢ່າງດີ. ມື້ໜຶ່ງຂາຍໄດ້ປະມານ 10 ກິໂລ

121

ຈຸດພິເສດຂອງຮ້ານແມ່ນເຮັດໄປນໍາ ຂາຍໄປພ້ອມໃໝ່ໆສົດໆ ເຮັດໃຫ້ເສັ້ນເຂົ້າປຸ້ນຍັງຮັກສາລົດຊາດໄວ້ໄດ້ດີ ບວກໃສ່

ກັບແຈ່ວທີ່ເພິ່ນຄິດຄົ້ນ ແລະ ປຸງແຕ່ງເອງ ມີລົດຊາດທີ່ເປັນເອກະລັກສະເພາະຂອງຮ້ານເພິ່ນ, ສ່ວນປະກອບທີ່ສໍາຄັນແມ່ນໝາກ

ຖົ່ວເນົ່າທີ່ຜ່ານການຄັດເລືອກໝາກຖົ່ວ, ຂັ້ນຕອນການປຸງແຕ່ງທີ່ພິຖີພິຖັນ ຈຶ່ງໄດ້ຮັບຄວາມສົນໃຈຈາກລູກຄ້ານັບມື້ນັບຫຼາຍຂຶ້ນ ເມື່ອກິດ

ຈະກຳມີການຂະຫຍາຍຕົວທາງຄອບຄົວຈຶ່ງໄດ້ຢືມເງິນຈາກກອງທຶນສະຫະພັນແມ່ຍິງບ້ານຈໍານວນ 20 ລ້ານກີບ ເພື່ອມາຕໍ່ຍອດ

ໃນການປັບປຸງຮ້ານ ແລະ ຂະຫຍາຍທຸລະກິດ. ປັດຈຸບັນ ຂະຫຍາຍມາເປັນ 13 ໂຕະ ມີລູກຄ້າເພີ່ມຂຶ້ນທັງພາຍໃນ ແລະ ຕ່າງແຂວງ,

ມີການສັ່ງຈອງເພື່ອເຮັດງານລ້ຽງ ແລະ ງານສັງສັນຕ່າງໆເພີ່ມຂຶ້ນ ສະເລ່ຍແລ້ວສາມາດຂາຍໄດ້ມື້ລະ 60-100 ກິໂລ, ສ່ວນການຂາຍ

ແມ່ນຂາຍເປັນຊຸດ ຊຶ່ງປະກອບມີ ນໍ້າຮ້ອນ, ຜັກລວກ, ແຈ່ວ ແລະ ເຂົ້າປຸ້ນ, ສ້າງລາຍຮັບປະມານ 50 ລ້ານກີບ/ເດືອນ

122

ຈາກຈຸດພິເສດຂອງບ້ານພິບຸນທອງ ທີ່ມີພົນລະເມືອງທັງໝົດ 832 ຄົນ, ຍິງ 415 ຄົນ, ມີ 178 ຫຼັງຄາເຮືອນ ອາຊີບຫຼັກຂອງ

ປະຊາຊົນແມ່ນເຮັດນາ ແລະ ຜະລິດຫັດຖະກໍາປຸງແຕ່ງອາຫານເປັນອາຊີບສໍາຮອງ ໃນການສ້າງລາຍຮັບເຂົ້າສູ່ຄອບຄົວ. ອາຫານພື້ນ

ເມືອງບາງຊະນິດແມ່ນໄດ້ສືບທອດກັນມາແຕ່ປູ່ຍ່າຕາຍາຍ ແລະ ຍັງເປັນທີ່ນິຍົມຂອງຄົນໃນປັດຈຸບັນ ຈົນກາຍເປັນສັນຍາລັກຂອງເມືອງ

ຂອງບ້ານ. ບາງຄອບຄົວໄດ້ຫັນມາສ້າງເປັນເສດຖະກິດຄອບຄົວ ຈົນສາມາດສ້າງລາຍຮັບເຂົ້າຄອບຄົວ ເພື່ອພັດທະນາຊີວິດການເປັນ

ຢູ່ທີ່ດີຂຶ້ນ ດ້ວຍຄວາມເອົາໃຈໃສ່ຂອງອົງການປົກຄອງບ້ານທີ່ໄດ້ໃກ້ຊິດຕິດແທດ ແລະ ປຸກລະດົມປະຊາຊົນສ້າງຢູ່ທໍາກິນຕາມທ່າແຮງ

ແລະ ເງື່ອນໄຂຕົວຈິງ ເຮັດໃຫ້ເສດຖະກິດ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານດີຂຶ້ນ ແລະ ເປັນທີ່ຮູ້ຈັກຂອງຫຼາຍບ້ານ

ຫຼາຍເມືອງ. ສະເພາະອົງການຈັດຕັ້ງສະຫະພັນແມ່ຍິງ ນອກຈາກປະກອບສ່ວນໃນການສ້າງເງື່ອນໄຂໃຫ້ສະມາຊິກຢືມເງິນມາສົມທົບ

ທຶນໃນການສ້າງເສດຖະກິດແລ້ວ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ໃນການສ້າງວຽກເຮັດງານທໍາໃຫ້ແກ່ເອື້ອຍນ້ອງແມ່ຍິງ ເພື່ອສ້າງລາຍ

ຮັບໃຫ້ຕົນເອງ ແລະ ຄອບຄົວ ໃຫ້ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ ຈົນກາຍເປັນຕົວແບບຂອງບ້ານ ແລະ ເມືອງຫ້ວຍຊາຍ.

                                                                                                                                                                                                              

                                                                                                                                                                                                                                      ໂດຍ: ແຕ໋ວ ວິໄລພອນ