ຄວາມສຸກຂອງຄອບຄົວ

781782783

ຄວາມຮັກ ຄວາມເຂົ້າໃຈ ຄືສາຍໃຍຜູກພັນຂອງຄອບຄົວŽ ຊຶ່ງສະແດງໃຫ້ເຫັນວ່າການປູພື້ນຖານທີ່ແຂງແກ່ນໃນຄອບຄົວແມ່ນເລີ່ມຈາກຄວາມຮັກ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນຂອງສະມາຊິກທຸກຄົນ. ວາລະສານສາວລາວ ສະບັບນີ້ ຈຶ່ງມີວິທີການລ້ຽງລູກ ເພື່ອສ້າງໃຫ້ລູກກາຍເປັນຄົນທີ່ມີຄວາມຮັກ ຄວາມໝັ້ນໃຈຕັ້ງແຕ່ຍັງນ້ອຍ ທີ່ຕ້ອງການການມີສ່ວນຮ່ວມຂອງພໍ່ແມ່ເປັນຫຼັກ ມາແລກປ່ຽນກັບທ່ານຜູ້ອ່ານ ດັ່ງນີ້:

      1.ຍອມຮັບໃນສິ່ງທີ່ລູກເປັນ:

   ການຍອມຮັບໃນສິ່ງທີ່ລູກເປັນ ລວມເຖິງການສະໜັບສະໜູນໃນສິ່ງທີ່ເຂົາມັກຖືເປັນການສ້າງຄວາມໝັ້ນໃຈໃຫ້ກັບລູກໄດ້ອີກວິທີໜຶ່ງ ໂດຍເລີ່ມຈາກໃຫ້ເຂົາໄດ້ຕັດສິນໃຈເຮັດກິດຈະວັດປະຈໍາວັນທີ່ກ່ຽວຂ້ອງກັບຕົນເອງເຊັ່ນ: ການເລືອກເຄື່ອງນຸ່ງ ແລະ ກິດຈະກຳທີ່ເຂົາຢາກເຮັດ. ເມື່ອເຂົາໄດ້ເຮັດໃນສິ່ງທີ່ມັກກໍ່ຈະຊ່ວຍໃຫ້ເຂົາໄດ້ໃຊ້ຄວາມຄິດສ້າງສັນໄດ້ຮຽນຮູ້ການແກ້ໄຂບັນຫາ ແລະ ການເຈລະຈາຕໍ່ລອງກັບໝູ່ເພື່ອນ ທັງຍັງຊ່ວຍໃຫ້ເຂົາຮູ້ຈັກຮັບຜິດຊອບໃນສິ່ງທີ່ໄດ້ເລືອກເຮັດອີກດ້ວຍ.

      2.ເຂົ້າໃຈຄວາມຮູ້ສຶກຂອງລູກ

  ການຮັບຮູ້ ແລະ ເຂົ້າໃຈຄວາມຮູ້ສຶກຂອງລູກ ບໍ່ວ່າຈະເປັນຄວາມຮູ້ສຶກໃດກໍ່ຕາມເຊັ່ນ: ເມື່ອລູກດີໃຈທີ່ຂີ່ລົດຖີບໄດ້ເປັນຄັ້ງທຳອິດຖ້າພໍ່ແມ່ສະ ແດງຄວາມຊື່ນຊົມຍິນດີໄປກັບລູກ, ລູກກໍ່ຈະເກີດຄວາມພາກພູມໃຈໃນສິ່ງທີ່ເຮັດໄດ້. ແຕ່ຖ້າລູກມີບັນຫາອັນໃດໃນໃຈກໍ່ຄວນຮັບຟັງ ແລະ ຮ່ວມແບ່ງປັນຄວາມຮູ້ສຶກນັ້ນກັບລູກນໍາ ເຊັ່ນ: ບາງຄັ້ງທີ່ລູກໄຫ້ງໍແງ, ຮ້ອງໄຫ້ຍ້ອນບໍ່ໄດ້ດັ່ງໃຈ ຜູ້ເປັນພໍ່ແມ່ຕ້ອງໃຈເຢັນໆກ່ອນ, ຢ່າຟ້າວຮ້າຍດ່າລູກແຮງແຕ່ຄວນເວົ້າລົມ ແລະ ຖາມກັນດ້ວຍເຫດຜົນເຮັດໃຫ້ເຂົາຮູ້ວ່າ ເຮົາເຂົ້າໃຈຄວາມຮູ້ສຶກຫງຸດຫງິດຂອງເຂົາຄືກັນ, ພ້ອມກັບສອນໃຫ້ເຂົາຮູ້ຈັກຮັບມື ແລະ ການສະແດງອາລົມທີ່ເໝາະສົມຈະຊ່ວຍໃຫ້ເຂົາເຂົ້າໃຈຕົນເອງ ແລະ ເກີດຄວາມເຊື່ອໝັ້ນຕົນເອງຂຶ້ນມາ.

      3.ສະແດງຄວາມຮັກໃຫ້ລູກເຫັນຢູ່ສະເໝີ

  ຄວາມຮັກຄືສິ່ງພື້ນຖານທີ່ຊ່ວຍເຮັດໃຫ້ຊີວິດກ້າວເດີນຕໍ່ໄປໄດ້ຢ່າງມີຄວາມສຸກທັງຍັງຊ່ວຍສົ່ງເສີມໃຫ້ເກີດຄວາມໝັ້ນໃຈໃນຕົນເອງໄດ້ ພຽງມອບຄວາມຮັກໃຫ້ແກ່ກັນ ແລະ ກັນ, ພຽງພໍ່ແມ່ ໃຫ້ຄວາມອົບອຸ່ນແກ່ລູກ ກໍ່ຈະເຮັດໃຫ້ເຂົາຮູ້ສຶກວ່າ ພໍ່ແມ່ຮັກເຂົາໃນແບບທີ່ເຂົາເປັນ ຮັກໂດຍບໍ່ມີຂໍ້ກຳນົດໃດໆ ບໍ່ວ່າລູກຈະຢູ່ໃນເວລາທີ່ດີ ຫຼື ບໍ່ດີ ຫຼື ອາດເຮັດເລື່ອງຜິດພາດ ພະຍາຍາມເຮັດໃຫ້ລູກຮູ້ສຶກວ່າ ຍັງມີພໍ່ແມ່ຢູ່ຄຽງຂ້າງສະເໝີ ເຊິ່ງຈະສົ່ງຜົນໃຫ້ເດັກຮູ້ສຶກວ່າ ເປັນທີ່ຕ້ອງການ ເປັນທີ່ຍອມຮັບ ແລະ ຮູ້ສຶກມີຄ່າສໍາລັບພໍ່ແມ່ເກີດເປັນຄວາມຮູ້ສຶກດີຕໍ່ຕົນເອງ ຮູ້ສຶກໝັ້ນໃຈ ແລະ ພໍໃຈໃນແບບທີ່ເປັນ.

      4.ສອນລູກໃຫ້ຄິດບວກ:

   ຄວາມໝັ້ນໃຈໃນຕົນເອງເລີ່ມຕົ້ນໄດ້ຈາກຄວາມຄິດຖ້າຄິດໃນແງ່ບວກເບິ່ງໂລກໃນແງ່ດີ ຄິດວ່າເຮົາຕ້ອງເຮັດໄດ້ກໍ່ຈະເກີດຄວາມເຊື່ອໝັ້ນ ຕົນເອງຂຶ້ນມາໂດຍອັດຕະໂນມັດໂດຍພໍ່ແມ່ພະຍາຍາມສົ່ງເສີມໃຫ້ລູກເຊື່ອໃນຕົນເອງ ພ້ອມທັງໃຫ້ກໍາລັງໃຈດ້ວຍການສະແດງຄວາມເຊື່ອ ໝັ້ນໃນຄວາມສາມາດຂອງເຂົາ, ສ້າງຄວາມຄິດແງ່ບວກ ແລະ ຄວາມໝັ້ນໃຈໃຫ້ກັບເຂົາວ່າ: ລູກເຮັດໄດ້ ຫຼື ລູກເຮັດໃນສິ່ງທີ່ຖືກຕ້ອງແລ້ວ. ສິ່ງສໍາຄັນຄວນຫຼີກເວັ້ນການວິຈານ ຫຼື ປຽບທຽບກັບເດັກ ຄົນອື່ນໆ ເພາະຈະເຮັດໃຫ້ລູກໝົດກໍາລັງໃຈ ແລະ ເສຍຄວາມເຊື່ອໝັ້ນໃນຕົນເອງໄດ້.

      5.ໃຫ້ລູກຮຽນເຮັດດ້ວຍຕົນເອງ:

  ພໍ່ແມ່ອາດຫາກິດຈະກໍາໃຫ້ລູກລອງເຮັດສິ່ງຕ່າງໆດ້ວຍຕົນເອງ ໂດຍສັງເກດຈາກຄວາມມັກ ແລະ ຄວາມຖະໜັດຂອງລູກ ເປັນກິດຈະກໍາງ່າຍໆທີ່ບໍ່ຍາກເກີນຄວາມສາມາດໃນໄວຂອງເຂົາ ບໍ່ວ່າຈະເປັນການຕິດກະດຸມເສື້ອ, ການມັດສາຍເກີບ ຫຼື ການກິນເຂົ້າເອງ

ເມື່ອເຂົາເຮັດສິ່ງນັ້ນໄດ້ສໍາເລັດກໍ່ຈະຊ່ວຍສ້າງຄວາມໝັ້ນໃຈ ແລະ ເກີດຄວາມພາກພູມໃຈໄດ້ງ່າຍໆ ເຖິງແມ່ນວ່າການຝຶກຫັດໃນຕອນ ທຳອິດອາດໃຊ້ເວລາຫຼາຍແດ່ ແຕ່ຜົນທີ່ອອກມາຮັບຮອງວ່າ ຄຸ້ມຄ່າກັບ ການລໍຄອຍແນ່ນອນ.

      6.ໃຫ້ລູກຊ່ວຍເຮັດວຽກເຮືອນ:

   ຄວາມໝັ້ນໃຈຂອງລູກ ຈະຖືກກະຕຸ້ນ ແລະ ພັດທະນາຂຶ້ນຢ່າງໄວວາເມື່ອເຂົາຮູ້ວ່າ ມີຄົນໃຫ້ຄວາມເຊື່ອໝັ້ນໃນໂຕເຂົາ ໂດຍພໍ່ແມ່ອາດມອບໝາຍວຽກເຮືອນເລັກໆນ້ອຍໆໃຫ້ເຮັດ ເຊິ່ງນັບເປັນຄວາມຮັບຜິດຊອບອັນຍິ່ງໃຫຍ່ທີ່ເຂົາຕ້ອງເຮັດໃຫ້ໄດ້ທັງຍັງຖືເປັນ

ການພິສູດຄວາມສາມາດຂອງເດັກເອງ ເຮັດໃຫ້ເຂົາຮູ້ສຶກພູມໃຈ ແລະ ຢາກຮຽນຮູ້ສິ່ງໃໝ່ໆຢູ່ສະເໝີເມື່ອລູກເຮັດສໍາເລັດກໍ່ຄວນຊື່ນ ຊົມລູກຕາມເໝາະສົມ ຈະເຮັດໃຫ້ເດັກຮູ້ສຶກວ່າເຂົາເປັນຄົນດີມີຄຸນຄ່າ, ຮູ້ສຶກພູມໃຈໃນຕົນເອງ ແລະ ຢາກເຮັດດີອີກຕໍ່ໄປ ແຕ່ຖ້າລູກເຮັດ

ວຽກຜິດພາດ ພໍ່ແມ່ກໍ່ຄວນແນະນໍາໃຫ້ເຂົາຮູ້ຈັກຫາທາງແກ້ໄຂດ້ວຍຕົນເອງດີກວ່າການຮ້າຍດ່າ ເຊິ່ງວິທີນີ້ຈະຊ່ວຍເສີມສ້າງຄວາມໝັ້ນໃຈ ແລະ ພັດທະນາທັກສະທາງຄວາມຄິດຂອງລູກໄດ້ດີ.

      7.ໃຫ້ລູກຮຽນຮູ້ຈາກຂໍ້ຜິດພາດ:

  ເມື່ອລູກເຮັດຜິດ ຫຼື ເຮັດອັນໃດທີ່ບໍ່ເໝາະສົມ ພໍ່ແມ່ຄວນເວົ້າກັບເຂົາດ້ວຍເຫດຜົນ ແລະ ຖາມສາເຫດວ່າເປັນຫຍັງຈຶ່ງເຮັດແບບນັ້ນ ພ້ອມແນະນໍາໃຫ້ເຂົາຮູ້ຈັກແກ້ໄຂຂໍ້ຜິດພາດ ເຊິ່ງຈະຊ່ວຍໃຫ້ເຂົາໄດ້ຮັບບົດຮຽນຈາກການກະທໍາໃນຄັ້ງນີ້. ສິ່ງສໍາຄັນພໍ່ແມ່ບໍ່ຄວນຕໍາໜິລູກດ້ວຍ ຖ້ອຍຄໍາຮຸນແຮງ ແລະ ຫຼາຍຄັ້ງ ເພາະຈະເຮັດໃຫ້ເດັກເກີດຄວາມຮູ້ສຶກທີ່ບໍ່ດີກັບຕົນເອງ ກາຍເປັນຄົນບໍ່ໝັ້ນໃຈ, ຂາດຄວາມພາກພູມໃຈ ແລະ ຮູ້ສຶກວ່າ ຕົນເອງດ້ອຍຄ່າ.

      8.ເປັນແບບຢ່າງທີ່ດີໃຫ້ລູກ:

   ການເປັນຕົວຢ່າງທີ່ດີ ມີຄ່າກວ່າຄໍາສອນສະເໝີ ບໍ່ວ່າພໍ່ແມ່ຈະສັ່ງສອນລູກຫຼາຍປານໃດກໍ່ບໍ່ເທົ່າກັບການທີ່ເຮົາປະຕິບັດໃຫ້ລູກເຫັນເປັນແບບຢ່າງ ເພາະເມື່ອລູກເຫັນໃນສິ່ງທີ່ເຮົາເຮັດ ເຂົາກໍ່ຈະຮຽນແບບ ແລະ ຢາກເຮັດຕາມ. ດັ່ງນັ້ນ ຖ້າຢາກໃຫ້ລູກມີຄວາມໝັ້ນໃຈໃນຕົນເອງ ກໍ່ຄວນເປັນຕົວຢ່າງ ແລະ ເປັນແນວທາງທີ່ດີໃນການສ້າງຄວາມເຊື່ອໝັ້ນໃນຕົນເອງໃຫ້ກັບລູກດ້ວຍເຊັ່ນກັນ.

                                                                                  ຮຽບຮຽງໂດຍ: ເຮືອງລິດທິເດດ

                                                                               ຂໍ້ມູນຈາກ: www.l3lack-jim.com

ຄວາມຮັກ ຄວາມເຂົ້າໃຈ ຄືສາຍໃຍຜູກພັນຂອງຄອບຄົວŽ ຊຶ່ງສະແດງໃຫ້ເຫັນ

ວ່າ ການປູພື້ນຖານທີ່ແຂງແກ່ນໃນຄອບຄົວ ແມ່ນເລີ່ມຈາກຄວາມຮັກ ຄວາມເຂົ້າໃຈຊຶ່ງ

ກັນ ແລະ ກັນຂອງສະມາຊິກທຸກຄົນ. ວາລະສານສາວລາວ ສະບັບນີ້ ຈຶ່ງມີວິທີການລ້ຽງ

ລູກ ເພື່ອສ້າງໃຫ້ລູກກາຍເປັນຄົນທີ່ມີຄວາມຮັກ ຄວາມໝັ້ນໃຈຕັ້ງແຕ່ຍັງນ້ອຍ ທີ່ຕ້ອງການ

ການມີສ່ວນຮ່ວມຂອງພໍ່ແມ່ເປັນຫຼັກ ມາແລກປ່ຽນກັບທ່ານຜູ້ອ່ານ ດັ່ງນີ້:

      1.ຍອມຮັບໃນສິ່ງທີ່ລູກເປັນ:

      ການຍອມຮັບໃນສິ່ງທີ່ລູກເປັນ ລວມເຖິງການສະໜັບສະໜູນໃນສິ່ງທີ່ເຂົາມັກ ຖື

ເປັນການສ້າງຄວາມໝັ້ນໃຈໃຫ້ກັບລູກໄດ້ອີກວິທີໜຶ່ງ ໂດຍເລີ່ມຈາກໃຫ້ເຂົາໄດ້ຕັດສິນໃຈ

ເຮັດກິດຈະວັດປະຈໍາວັນທີ່ກ່ຽວຂ້ອງກັບຕົນເອງເຊັ່ນ: ການເລືອກເຄື່ອງນຸ່ງ ແລະ ກິດຈະ

ກຳທີ່ເຂົາຢາກເຮັດ. ເມື່ອເຂົາໄດ້ເຮັດໃນສິ່ງທີ່ມັກກໍ່ຈະຊ່ວຍໃຫ້ເຂົາໄດ້ໃຊ້ຄວາມຄິດສ້າງ

ສັນ ໄດ້ຮຽນຮູ້ການແກ້ໄຂບັນຫາ ແລະ ການເຈລະຈາຕໍ່ລອງກັບໝູ່ເພື່ອນ ທັງຍັງຊ່ວຍໃຫ້

ເຂົາຮູ້ຈັກຮັບຜິດຊອບໃນສິ່ງທີ່ໄດ້ເລືອກເຮັດ ອີກດ້ວຍ.

      2.ເຂົ້າໃຈຄວາມຮູ້ສຶກຂອງລູກ

      ການຮັບຮູ້ ແລະ ເຂົ້າໃຈຄວາມຮູ້ສຶກຂອງລູກ ບໍ່ວ່າຈະເປັນຄວາມຮູ້ສຶກໃດກໍ່ຕາມ

ເຊັ່ນ: ເມື່ອລູກດີໃຈທີ່ຂີ່ລົດຖີບໄດ້ເປັນຄັ້ງທຳອິດ ຖ້າພໍ່ແມ່ສະແດງຄວາມຊື່ນຊົມຍິນດີໄປ

ກັບລູກ, ລູກກໍ່ຈະເກີດຄວາມພາກພູມໃຈໃນສິ່ງທີ່ເຮັດໄດ້. ແຕ່ຖ້າລູກມີບັນຫາອັນໃດໃນ

ໃຈກໍ່ຄວນຮັບຟັງ ແລະ ຮ່ວມແບ່ງປັນຄວາມຮູ້ສຶກນັ້ນກັບລູກນໍາ ເຊັ່ນ: ບາງຄັ້ງທີ່ລູກໄຫ້

ງໍແງ, ຮ້ອງໄຫ້ຍ້ອນບໍ່ໄດ້ດັ່ງໃຈ ຜູ້ເປັນພໍ່ແມ່ຕ້ອງໃຈເຢັນໆກ່ອນ, ຢ່າຟ້າວຮ້າຍດ່າລູກແຮງ

ແຕ່ຄວນເວົ້າລົມ ແລະ ຖາມກັນດ້ວຍເຫດຜົນເຮັດໃຫ້ເຂົາຮູ້ວ່າ ເຮົາເຂົ້າໃຈຄວາມຮູ້ສຶກ

ຫງຸດຫງິດຂອງເຂົາຄືກັນ, ພ້ອມກັບສອນໃຫ້ເຂົາຮູ້ຈັກຮັບມື ແລະ ການສະແດງອາລົມທີ່

ເໝາະສົມ ຈະຊ່ວຍໃຫ້ເຂົາເຂົ້າໃຈຕົນເອງ ແລະ ເກີດຄວາມເຊື່ອໝັ້ນຕົນເອງຂຶ້ນມາ.

      3.ສະແດງຄວາມຮັກໃຫ້ລູກເຫັນຢູ່ສະເໝີ

      ຄວາມຮັກຄືສິ່ງພື້ນຖານທີ່ຊ່ວຍເຮັດໃຫ້ຊີວິດກ້າວເດີນຕໍ່ໄປໄດ້ຢ່າງມີຄວາມສຸກ

ທັງຍັງຊ່ວຍສົ່ງເສີມໃຫ້ເກີດຄວາມໝັ້ນໃຈໃນຕົນເອງໄດ້ ພຽງມອບຄວາມຮັກໃຫ້ແກ່ກັນ

ແລະ ກັນ, ພຽງພໍ່ແມ່ ໃຫ້ຄວາມອົບອຸ່ນແກ່ລູກ ກໍ່ຈະເຮັດໃຫ້ເຂົາຮູ້ສຶກວ່າ ພໍ່ແມ່ຮັກເຂົາໃນ

ແບບທີ່ເຂົາເປັນ ຮັກໂດຍບໍ່ມີຂໍ້ກຳນົດໃດໆ ບໍ່ວ່າລູກຈະຢູ່ໃນເວລາທີ່ດີ ຫຼື ບໍ່ດີ ຫຼື ອາດ

ເຮັດເລື່ອງຜິດພາດ ພະຍາຍາມເຮັດໃຫ້ລູກຮູ້ສຶກວ່າ ຍັງມີພໍ່ແມ່ຢູ່ຄຽງຂ້າງສະເໝີ ເຊິ່ງຈະ

ສົ່ງຜົນໃຫ້ເດັກຮູ້ສຶກວ່າ ເປັນທີ່ຕ້ອງການ ເປັນທີ່ຍອມຮັບ ແລະ ຮູ້ສຶກມີຄ່າສໍາລັບພໍ່ແມ່ເກີດ

ເປັນຄວາມຮູ້ສຶກດີຕໍ່ຕົນເອງ ຮູ້ສຶກໝັ້ນໃຈ ແລະ ພໍໃຈໃນແບບທີ່ເປັນ.

      4.ສອນລູກໃຫ້ຄິດບວກ:

      ຄວາມໝັ້ນໃຈໃນຕົນເອງເລີ່ມຕົ້ນໄດ້ຈາກຄວາມຄິດ ຖ້າຄິດໃນແງ່ບວກ ເບິ່ງ

ໂລກໃນແງ່ດີ ຄິດວ່າເຮົາຕ້ອງເຮັດໄດ້ ກໍ່ຈະເກີດຄວາມເຊື່ອໝັ້ນຕົນເອງຂຶ້ນມາ ໂດຍອັດ

ຕະໂນມັດ ໂດຍພໍ່ແມ່ພະຍາຍາມສົ່ງເສີມໃຫ້ລູກເຊື່ອໃນຕົນເອງ ພ້ອມທັງໃຫ້ກໍາລັງໃຈດ້ວຍ

ການສະແດງຄວາມເຊື່ອໝັ້ນໃນຄວາມສາມາດຂອງເຂົາ, ສ້າງຄວາມຄິດແງ່ບວກ ແລະ

ຄວາມໝັ້ນໃຈໃຫ້ກັບເຂົາວ່າ: ລູກເຮັດໄດ້ ຫຼື ລູກເຮັດໃນສິ່ງທີ່ຖືກຕ້ອງແລ້ວ. ສິ່ງສໍາຄັນ

ຄວນຫຼີກເວັ້ນການວິຈານ ຫຼື ປຽບທຽບກັບເດັກ ຄົນອື່ນໆ ເພາະຈະເຮັດໃຫ້ລູກໝົດກໍາລັງໃຈ

ແລະ ເສຍຄວາມເຊື່ອໝັ້ນໃນຕົນເອງໄດ້.

      5.ໃຫ້ລູກຮຽນເຮັດດ້ວຍຕົນເອງ:

      ພໍ່ແມ່ອາດຫາກິດຈະກໍາໃຫ້ລູກລອງເຮັດສິ່ງຕ່າງໆດ້ວຍຕົນເອງ ໂດຍສັງເກດຈາກ

ຄວາມມັກ ແລະ ຄວາມຖະໜັດຂອງລູກ ເປັນກິດຈະກໍາງ່າຍໆທີ່ບໍ່ຍາກເກີນຄວາມສາມາດ

ໃນໄວຂອງເຂົາ ບໍ່ວ່າຈະເປັນການຕິດກະດຸມເສື້ອ, ການມັດສາຍເກີບ ຫຼື ການກິນເຂົ້າເອງ

ເມື່ອເຂົາເຮັດສິ່ງນັ້ນໄດ້ສໍາເລັດ ກໍ່ຈະຊ່ວຍສ້າງຄວາມໝັ້ນໃຈ ແລະ ເກີດຄວາມພາກພູມ

ໃຈໄດ້ງ່າຍໆ ເຖິງແມ່ນວ່າ ການຝຶກຫັດໃນຕອນທຳອິດອາດໃຊ້ເວລາຫຼາຍແດ່ ແຕ່ຜົນທີ່

ອອກມາຮັບຮອງວ່າ ຄຸ້ມຄ່າກັບ ການລໍຄອຍແນ່ນອນ.

      6.ໃຫ້ລູກຊ່ວຍເຮັດວຽກເຮືອນ:

      ຄວາມໝັ້ນໃຈຂອງລູກ ຈະຖືກກະຕຸ້ນ ແລະ ພັດທະນາຂຶ້ນຢ່າງໄວວາເມື່ອເຂົາ

ຮູ້ວ່າ ມີຄົນໃຫ້ຄວາມເຊື່ອໝັ້ນໃນໂຕເຂົາ ໂດຍພໍ່ແມ່ອາດມອບໝາຍວຽກເຮືອນເລັກໆນ້ອຍໆ

ໃຫ້ເຮັດ ເຊິ່ງນັບເປັນຄວາມຮັບຜິດຊອບອັນຍິ່ງໃຫຍ່ທີ່ເຂົາຕ້ອງເຮັດໃຫ້ໄດ້ ທັງຍັງຖືເປັນ

ການພິສູດຄວາມສາມາດຂອງເດັກເອງ ເຮັດໃຫ້ເຂົາຮູ້ສຶກພູມໃຈ ແລະ ຢາກຮຽນຮູ້ສິ່ງໃໝ່ໆ

ຢູ່ສະເໝີ ເມື່ອລູກເຮັດສໍາເລັດກໍ່ຄວນຊື່ນຊົມລູກຕາມເໝາະສົມ ຈະເຮັດໃຫ້ເດັກຮູ້ສຶກວ່າ

ເຂົາເປັນຄົນດີມີຄຸນຄ່າ, ຮູ້ສຶກພູມໃຈໃນຕົນເອງ ແລະ ຢາກເຮັດດີອີກຕໍ່ໄປ ແຕ່ຖ້າລູກເຮັດ

ວຽກຜິດພາດ ພໍ່ແມ່ກໍ່ຄວນແນະນໍາໃຫ້ເຂົາຮູ້ຈັກຫາທາງແກ້ໄຂດ້ວຍຕົນເອງດີກວ່າການ

ຮ້າຍດ່າ ເຊິ່ງວິທີນີ້ຈະຊ່ວຍເສີມສ້າງຄວາມໝັ້ນໃຈ ແລະ ພັດທະນາທັກສະທາງຄວາມ

ຄິດຂອງລູກໄດ້ດີ.

      7.ໃຫ້ລູກຮຽນຮູ້ຈາກຂໍ້ຜິດພາດ:

      ເມື່ອລູກເຮັດຜິດ ຫຼື ເຮັດອັນໃດທີ່ບໍ່ເໝາະສົມ ພໍ່ແມ່ຄວນເວົ້າກັບເຂົາດ້ວຍເຫດ

ຜົນ ແລະ ຖາມສາເຫດວ່າເປັນຫຍັງຈຶ່ງເຮັດແບບນັ້ນ ພ້ອມແນະນໍາໃຫ້ເຂົາຮູ້ຈັກແກ້ໄຂ

ຂໍ້ຜິດພາດ ເຊິ່ງຈະຊ່ວຍໃຫ້ເຂົາໄດ້ຮັບບົດຮຽນຈາກການກະທໍາໃນຄັ້ງນີ້. ສິ່ງສໍາຄັນ ພໍ່ແມ່ບໍ່

ຄວນຕໍາໜິລູກດ້ວຍຖ້ອຍຄໍາຮຸນແຮງ ແລະ ຫຼາຍຄັ້ງ ເພາະຈະເຮັດໃຫ້ເດັກເກີດຄວາມຮູ້

ສຶກທີ່ບໍ່ດີກັບຕົນເອງ ກາຍເປັນຄົນບໍ່ໝັ້ນໃຈ, ຂາດຄວາມພາກພູມໃຈ ແລະ ຮູ້ສຶກວ່າ ຕົນເອງດ້ອຍຄ່າ.

      8.ເປັນແບບຢ່າງທີ່ດີໃຫ້ລູກ:

      ການເປັນຕົວຢ່າງທີ່ດີ ມີຄ່າກວ່າຄໍາສອນສະເໝີ ບໍ່ວ່າພໍ່ແມ່ຈະສັ່ງສອນລູກຫຼາຍ

ປານໃດກໍ່ບໍ່ເທົ່າກັບການທີ່ເຮົາປະຕິບັດໃຫ້ລູກເຫັນເປັນແບບຢ່າງ ເພາະເມື່ອລູກເຫັນ

ໃນສິ່ງທີ່ເຮົາເຮັດ ເຂົາກໍ່ຈະຮຽນແບບ ແລະ ຢາກເຮັດຕາມ. ດັ່ງນັ້ນ ຖ້າຢາກໃຫ້ລູກມີຄວາມ

ໝັ້ນໃຈໃນຕົນເອງ ກໍ່ຄວນເປັນຕົວຢ່າງ ແລະ ເປັນແນວທາງທີ່ດີໃນການສ້າງຄວາມເຊື່ອ

ໝັ້ນໃນຕົນເອງໃຫ້ກັບລູກດ້ວຍເຊັ່ນກັນ.

ຮຽບຮຽງໂດຍ: ເຮືອງລິດທິເດດ

ຂໍ້ມູນຈາກ: www.l3lack-jim.com

153154

ຂ້ອຍລໍາຄານທີ່ຕ້ອງຕອບຄໍາຖາມ ເດີມໆ ຂອງແມ່ພຽງ 3 ຄັ້ງທັ້ງທີ່ຮູ້ ຕອນ ທີ່ຂ້ອຍຍັງນ້ອຍແມ່ຂ້ອຍກໍ່ຄົງຕອບຄໍາຖາມແບບເດີມໆ ຂອງຂ້ອຍເປັນສິບໆຄັ້ງໂດຍບໍ່ຮູ້ອິດເມື່ອຍ ແບບຂ້ອຍຕອບລູກຂ້ອຍດຽວນີ້.

       ຫຼາຍຄົນປຽບທຽບຄວາມຮັກຂອງ ພໍ່ແມ່ຍິ່ງໃຫຍ່ກວ່າພູເຂົາ, ທ້ອງຟ້າ ກໍ່ຖືກ!ຄວາມຮັກແມ່ນຄວາມຮູ້ສຶກທີ່ບໍ່ມີຕົວຕົນແຕ່ແຕະຕ້ອງໄດ້, ດັ່ງຄວາມຮັກຂອງແມ່ຕໍ່ລູກແມ່ນຄວາມຮັກທີ່ບໍ່ມີເງື່ອນໄຂ, ບໍ່ມີຫຍັງປຽບທຽບໄດ້ ເພາະແມ່ນຄວາມຮັກທີ່ຮັກກວ່າ ຊີວິດຂອງຕົນເອງ ແລ້ວຄວາມຮັກຂອງລູກທີ່ມີຕໍ່ແມ່ເດ ເປັນແບບນີ້ ຫຼື ບໍ່?

       ເມື່ອອາຍຸຫຼາຍຂຶ້ນ ຄວາມເຂັ້ມແຂງ ຂອງຮ່າງກາຍກໍຫຼຸດລົງ ການເຄື່ອນໄຫວກໍ່ຊັກຊ້າ ຫຼົງໆລືມໆ,ຈາກທີ່ເຄີຍລ້ຽງດູ, ອຸ້ມຊູ,ຊ່ວຍເຫຼືອ, ລູກບາງຄົນເຫັນວ່າ ພໍ່ແມ່ເປັນພາລະ ທີ່ລູກໆລໍາຄານ ບາງຄົນຢາກປະຖິ້ມໃຫ້ຢູ່ຄົນດຽວ.

       ຂ້ອຍເກີດໃນຄອບຄົວທີ່ຢູ່ຊົນນະບົດ ຖານະກໍເທົ່າກັບຄອບຄົວອື່ນໆ ທີ່ຢູ່ບ້ານດຽວກັນ, ພໍ່ແມ່ຂ້ອຍເຮັດນາ, ເຮັດສວນ, ລ້ຽງໄກ່,ລ້ຽງໝູ, ລ້ຽງປາ, ຫາໜໍ່ໄມ້, ກິນໄປແຕ່ລະມື້. ພໍ່ຂ້ອຍຈົບປະຖົມ ແຕ່ແມ່ຂ້ອຍບໍ່ຮູ້ຮຽນປໍໃດ ແຕ່ຮູ້ວ່າ ດຽວນີ້ ລາວອ່ານຂຽນບໍ່ໄດ້ແລ້ວ, ຄວາມຮູ້ມັນໜີປະລາວໄປຕາມການເວລາ. ພວກເຮົາດໍາເນີນຊີວິດກັນແບບງ່າຍໆ. ເຖິງພໍ່ແມ່ຂ້ອຍບໍ່ມີຄວາມຮູ້ ແຕ່ເພິ່ນກໍ່ສັ່ງສອນ

ຂ້ອຍໃຫ້ຮູ້ຄຸນຄ່າຂອງຄວາມຮູ້. ຄອບຄົວຂ້ອຍຫຍຸ້ງຍາກຂຶ້ນ ເມື່ອພໍ່ຂ້ອຍເສຍຊີວິດກ່ອນໄວ ອັນຄວນ ແມ່ຂ້ອຍກໍ່ກາຍເປັນເສົາຫຼັກຂອງຄອບຄົວ. ເສົາຫຼັກໃນການທີ່ໃຊ້ເຫື່ອແຮງລ້ຽງດູລູກເຕົ້າ.

       ຂ້ອຍເປັນຄົນທີ່ເພິ່ນເອີ້ນວ່າ ໝາກໄມ້ຫຼົ່ນໄກຕົ້ນ. ຂ້ອຍເປັນນັກຮຽນເກັ່ງຂອງແຂວງ ແລະ ຖືກສົ່ງມາຮຽນມະຫາວິທະຍາໄລທີ່ວຽງຈັນ,ເຖິງຂ້ອຍຈະໄດ້ຮັບເບ້ຍລ້ຽງຈາກລັດຖະບານ ແຕ່ແມ່ກໍຍັງໄດ້ສົ່ງເງິນມາໃຫ້ທຸກເດືອນ. ຂ້ອຍຮຽນຈົບຖືກຊັບຊ້ອນເປັນພະນັກງານລັດ ແມ່ຂ້ອຍກໍ່ຍັງສືບຕໍ່ສົ່ງເຂົ້າໃໝ່ ມາໃຫ້ຂ້ອຍກິນຕະຫຼອດ. ແມ່ຂ້ອຍກໍ່ຊ່າງເວົ້າບອກຂ້ອຍວ່າ:

      ເປັນພະນັກງານລັດ ເງິນເດືອນໜ້ອຍຢູ່ ແຕ່ກໍກ້າວໜ້າŽ ຂ້ອຍຫ້າວຫັນໃນການເຮັດວຽກ, ບໍ່ດົນຂ້ອຍກໍຖືກໄປຍົກລະດັບທີ່ຕ່າງປະເທດ. ປັດຈຸບັນຂ້ອຍແຕ່ງງານກັບໝູ່ທີ່ໄປຮຽນນໍາກັນ, ມີລູກຊາຍໜຶ່ງຄົນ ອາຍຸ 3 ປີ ກໍາລັງຮຽນຮູ້ ກໍາລັງດື້ ກໍາລັງໜ້າຮັກ. ຂ້ອຍເອົາແມ່ມາຢູ່ນໍາ, ຂ້ອຍຄິດວ່ານີ້ແມ່ນການຕອບແທນບຸນຄຸນ.

       ຂ້ອຍ ແລະ ຜົວໄປການແຕ່ເຊົ້າ, ທໍາອິດເອົາລູກໄປຝາກອະນຸບານ, ເຫັນລູກໄຫ້ຂີ້ມູກ ນໍ້າຕາໄຫຼ ເປັນອາທິດກໍ່ຍັງເປັນແບບນີ້, ຊໍ້າບໍ່ພໍ ບາງມື້ຍັງເປັນໄຂ້ອີກ. ແມ່ຂ້ອຍກໍ່ເລີຍບອກວ່າ: ຢ່າອົາໄປຝາກກໍ່ຢ່າ, ແມ່ຈະເບິ່ງໃຫ້Žສຸດທ້າຍລູກຂ້ອຍກໍ່ຢູ່ໂຮງຮຽນອະນຸບານແມ່ເຖົ້າ.

       ນອກຈາກເບິ່ງລູກໃຫ້ຂ້ອຍແລ້ວ ແມ່ຍັງເຮັດວຽກເຮືອນໃຫ້ຂ້ອຍທຸກຢ່າງ ເລີ່ມຕົ້ນຈາກການລຸກໜຶ້ງເຂົ້າແຕ່ເຊົ້າ, ແຕ່ງອາຫານເຊົ້າໃຫ້ພວກຂ້ອຍ, ກວາດເຮືອນ, ມ້ຽນເຮືອນ, ຫ້າງອາຫານ ແລ້ວມ້ຽນອີກ. ແມ່ຂ້ອຍບໍ່ເຄີຍຈົ່ມວ່າ ຢ່າງເກັ່ງເພິ່ນກໍ່ມີແຕ່ເວົ້າປວດແອວ,ເຈັບຫຼັງ ເພາະຕ້ອງໄດ້ອູ້ມ ໄດ້ແລ່ນຄຸບຫຼານທີ່ນອກຈາກແລ່ນໄວແລ້ວ ຍັງອ້ວນອີກ. ປານນັ້ນບາງຄັ້ງຂ້ອຍຍັງເວົ້າໃຫ້ແມ່ອີກ ເວລາກັບມາແຕ່ການ ເຫັນລູກມີຮອຍບາດ ຫຼື ຮອຍຊໍ້າເລັກໆນ້ອຍໆ ຕາມແຂນຂາແຕ່ຂ້ອຍບໍ່ເຄີຍຖາມແມ່ຈັກເທື່ອວ່າ ອາການເຈັບຫຼັງເຈັບແອວຂອງແມ່ດີແລ້ວ ຫຼື ບໍ່?

       ມື້ແລງໝູ່ລູກຈະມາກິນເຂົ້ານໍາ 4 ຫາ 5 ຄົນ, ແມ່ກຽມອາຫານ ເພື່ອລູກເດີŽ

       ຈັກໂມງຈະພາກັນມາ?Ž ປະມານ 5 ໂມງ ເລີກການŽ

       ຂ້ອຍ ເອົາເງິນເພີ່ມໃຫ້ແມ່ລົງຕະຫຼາດແລ້ວຂ້ອຍກໍ່ບອກແມ່ວ່າ ໃຫ້ເຮັດກິນຫຍັງແດ່.

       ຕອນແລງ, ເມື່ອຂ້ອຍກັບເຮືອນພ້ອມໝູ່ ກໍ່ເຫັນແມ່ກໍາລັງຈັດອາຫານທີ່ແຕ່ງຮຽບຮ້ອຍຂຶ້ນໂຕະກິນເຂົ້າ.

       ດີນໍ! ໂຕຍັງມີຄົນຢູ່ນໍາŽ

       ໝູ່ຂ້ອຍຜູ້ໜຶ່ງເວົ້າຂຶ້ນ, ຈາກການນຸ່ງເສື້ອ ສິ້ນເກົ່າໆ ມືທີ່ຫຍາບດ້ານ ເຮັດໃຫ້ໝູ່ຂ້ອຍຄິດວ່າແມ່ຂ້ອຍເປັນຄົນຮັບໃຊ້.ຂ້ອຍເຫັນແມ່ຟ້າວເຊັດນໍ້າຕາ ກ່ອນທີ່ມັນຈະຢອດລົງໂຕະກິນເຂົ້າ.

       ນັ້ນແມ່ເຮົາŽໝູ່ຂ້ອຍຟ້າວຍົກມືໄຫວ້ແມ່ຂ້ອຍທັນທີ.

       ລູກຂໍໂທດຫຼາຍໆ, ເພາະບໍ່ໄດ້ ຍິນເວົ້າວ່າເອົາແມ່ມາຢູ່ນໍາŽ ຈາກນັ້ນໝູ່ຄົນນັ້ນກໍເອີ້ນແມ່ຂ້ອຍກິນເຂົ້າ

       ແມ່ ບໍ່ມາກິນເຂົ້ານໍາກັນບໍ?Ž

       ໄດ້ແລ້ວ, ແມ່ຕ້ອງປ້ອນເຂົ້າຫຼານກ່ອນຈຶ່ງຈະກິນŽ

       ວັນອາທິດນັ້ນ,ພວກຂ້ອຍພາລູກ ແລະ ແມ່ໄປຫຼິ້ນສວນສັດ, ລູກຂ້ອຍກໍາລັງ ຮຽນຮູ້ ຮຽນເວົ້າຕາມພາສາເດັກນ້ອຍ, ຖາມຫັ້ນຖາມນີ້, ຂ້ອຍຕອບລູກທຸກຄັ້ງ ໃນຄໍາຖາມອັນເກົ່າເປັນ 10 ເທື່ອກໍມີ ໂດຍບໍ່ຮູ້ເບື່ອຄໍາຖາມນັ້ນ ພ້ອມທັງຫອມແກ້ມໃຫ້ລາງວັນທຸກຄັ້ງທີ່ຖາມ, ຂ້ອຍດີໃຈທີ່ລູກເປັນເດັກທີມັກຊອກຮູ້.

       ແມ່ຂ້ອຍເຫັນຈິງໂຈ້ ບໍ່ເຄີຍເຫັນກໍຖາມຂ້ອຍວ່າ:

       ນັ້ນແມ່ນຫຍັງ?Ž

       ຈິງໂຈ້Žຍ່າງໄປໜ້ອຍໜຶ່ງ ກໍຖາມອີກ:

       ນັ້ນແມ່ນຫຍັງ? ຄືບໍ່ເຄີຍເຫັນŽ

       ຂ້ອຍຫຼຽວເບິ່ງແມ່ຂ້ອຍໜ້ອຍໜຶ່ງແລ້ວຕອບ

       ຈິງໂຈ້Žແມ່ຍ່າງໄປອີກເບື້ອງໜຶ່ງ ແລ້ວຖາມອີກ

         ບ້ານເຮົາຄືບໍ່ມີເນາະ ມັນຊື່ຫຍັງŽ

       ແມ່ນີ້ກະດາຍ! ກໍຍັງວ່າຈິງໂຈ້Ž

       ຂ້ອຍເລີ່ມລໍາຄານຄໍາຖາມເດີມໆຂອງແມ່. ແມ່ຂ້ອຍຄົງຈະຮູ້ວ່າ ຂ້ອຍລໍາຄານ ຈຶ່ງເວົ້າຄ່ອຍໆວ່າ:

       ຂອງວ່າ ຊື່ມັນຈື່ຍາກŽ

       ຈື່ຍາກກໍບໍ່ຕ້ອງຈື່, ເຖົ້າແລ້ວຈະ ໃຫ້ຈື່ຄືເດັກນ້ອຍໄດ້ແນວໃດŽ  

ຈາກນັ້ນແມ່ຂ້ອຍກໍບໍ່ຖາມຫຍັງອີກຄົງຈະຄຽດ ແຕ່ບໍ່ພໍ 10 ນາທີ ຫຼານແລ່ນມາໃຫ້ອູ້ມລາວກໍຫອມແກ້ມຫຼານດ້ວຍຄວາມຮັກ, ນີ້ແຫຼະແມ່ຂ້ອຍ ເຖິງຈະຢາກຮ້າຍປານໃດ ແຕ່ບໍ່ເຄີຍຄຽດຂ້ອຍກາຍ 10 ນາທີ.

       ຂ້ອຍນັ່ງຂ້າງຕຽງຄົນເຈັບ ນັ່ງເບິ່ງ ໃບໜ້າທີ່ຫ່ຽວຍານ ຈັບມືທີ່ແຫ້ງກະດ້າງຍ້ອນ ວຽກຫຼາຍ, ແມ່ຂ້ອຍເອງ ແມ່ທີ່ມີການສຶກສາໜ້ອຍ ແຕ່ລ້ຽງຂ້ອຍໃຫ້ເປັນປັນຍາຊົນ ແມ່ນອນຢຽດກະດູກສັນຫຼັງຂອງແມ່ເຄື່ອນເພາະໂດດຮັບລູກຂ້ອຍທີ່ກໍາລັງຈະລົ້ມ. ລູກຂ້ອຍບໍ່ເປັນຫຍັງ ແຕ່ແມ່ຂ້ອຍນອນໂຮງໝໍ.

       ຂ້ອຍເບິ່ງແມ່ຂ້ອຍຄັກໆ, ຂ້ອຍຫາ ກໍສັງເກດເຫັນວ່າ ແມ່ຂ້ອຍເຖົ້າຫຼາຍແລ້ວ. ຍ້ອນຄວາມທຸກຍາກເຮັດໃຫ້ແມ່ຂ້ອຍເຖົ້າກ່ອນອາຍຸ. ຂ້ອຍຖາມຕົນເອງວ່າ ການທີ່ຂ້ອຍເອົາແມ່ມາຢູ່ນໍານີ້ ແມ່ນການຕອບແທນບຸນຄຸນບໍ ຫຼື ຂ້ອຍເອົາແມ່ມາເຮັດສາລະພັດວຽກໃຫ້ຂ້ອຍ. ຂ້ອຍລໍາຄານທີ່ຕ້ອງຕອບຄໍາຖາມເດີມໆຂອງແມ່ພຽງ 3 ຄັ້ງ, ທັງທີ່ຮູ້ຕອນທີ່ຂ້ອຍຍັງນ້ອຍ ແມ່ຂ້ອຍກໍຄົງຕອບຄຳຖາມ

ເດີມໆຂອງຂ້ອຍເປັນສິບໆຄັ້ງ ໂດຍບໍ່ຮູ້ອິດເມື່ອຍ ແບບຂ້ອຍຕອບລູກຂ້ອຍດຽວນີ້. ຄໍາຖາມທໍາອິດທີ່ແມ່ຖາມຂ້ອຍເມື່ອຕື່ນຂຶ້ນມາ

       ຫຼານບໍ່ເປັນຫຍັງບໍ? ບໍ່ເຈັບບໍ?žž

       ຂ້ອຍນໍ້າຕາກ້າມໜ່ວຍ ເຮັດສິ່ງທີ່ບໍ່ເຄີຍເຮັດ ກອດແມ່Ž ກອດແມ່ ກ່ອນທີ່ຈະບໍ່ມີແມ່ໃຫ້ກອດ.

                                                                                                                                                                                                                                                     ໂດຍ: ທິບພະເກສອນ ດວງຈັກ

74

ແມ່ຍິງເຮົາພາຍຫຼັງທີ່ແຕ່ງດອງແລ້ວ ຕ່າງກໍຫວັງຈະເຮັດໜ້າທີ່ເປັນເມຍ, ເປັນແມ່ທີ່ດີທີ່ສຸດໃຫ້ກັບຄອບຄົວ, ສະ ນັ້ນ ປັດໄຈສຳຄັນທີ່ຊ່ວຍໃຫ້ການໃຊ້ຊີວິດຄູ່ດຳເນີນໄປດ້ວຍຄວາມອົບອຸ່ນຜາສຸກ, ຜົວເມຍມີຄວາມເຂົ້າອົກເຂົ້າໃຈກັນ, ລູກເຕົ້າມີຄວາມຖືກຕ້ອງປອງດອງ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແມ່ຍິງຈຶ່ງເປັນກຳລັງແຮງສຳຄັນໃນການສ້າງສະຖາບັນຂອງຄອບຄົວໃຫ້ໝັ້ນ ຄົງດ້ວຍບາງປັດໄຈພື້ນຖານດັ່ງນີ້.   

  1. ຄວາມຮັກ: ສິ່ງທຳອິດທີ່ສາມີ ແລະ ລູກຕ້ອງການນັ້ນກໍແມ່ນຄວາມຮັກ ຊຶ່ງຄວາມຮັກໃນທີ່ນີ້ໝາຍເຖິງການ ບອກ, ການສະແດງຄວາມຮູ້ສຶກ ເຊັ່ນ: ບອກຮັກ, ສະແດງຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ເບິ່ງແຍງ ເພາະຖ້າເຮົາ ຮັກເຂົາແຕ່ບໍ່ເຄີຍສະແດງອອກ ເຂົາກໍບໍ່ອາດຮັບຮູ້ເຖິງຄວາມຮູ້ສຶກຂອງເຮົາໄດ້.
  2. ຄວາມຊື່ສັດ, ເຂົ້າໃຈ ແລະ ອົດທົນ: ຜູ້ຊາຍທຸກຄົນລ້ວນແຕ່ຕ້ອງການແຕ່ງດອງກັບແມ່ຍິງທີ່ມີຄວາມຊື່ສັດ ກັບເຂົາຄົນດຽວເທົ່ານັ້ນ ເພາະຄວາມຊື່ ສັດນຳມາສູ່ຄວາມໄວ້ວາງໃຈ, ເຊື່ອໃຈ,ໃຫ້ກຽດ ແລະ ເປັນພື້ນຖານຂອງການສ້າງ ຄວາມຜູກພັນທີ່ດີ. ນອກຈາກນີ້ ຄວາມເຂົ້າໃຈ ແລະ ອົດທົນ ກໍເປັນສິ່ງສຳຄັນທີ່ສາມີ ແລະ ລູກຕ້ອງການ ເພາະສິ່ງເຫຼົ່າ ນີ້ຈະຊ່ວຍໃຫ້ແມ່ຍິງບໍ່ກາຍເປັນຄົນທີ່ ຄິດເລັກຄິດນ້ອຍ, ບໍ່ຈູ້ຈີ້ຈຸກຈິກ ອັນເປັນ ສາເຫດທີ່ພາໃຫ້ເກີດມີຄວາມລະແວງ ສົງໄສໃນຄອບຄົວ, ກ້າວໄປສູ່ການຜິດ ຖຽງ ຫຼື ຮ້າຍໄປກວ່ານັ້ນ ກໍອາດເປັນສາເຫດເຮັດໃຫ້ຢ່າຮ້າງກັນເກີດຂຶ້ນ.
  3. ເພີ່ມສະເໜ່ໃຫ້ຕົນເອງ: ແມ່ຍິງທີ່ແຕ່ງດອງ, ມີລູກແລ້ວ ມັກຈະສຸມໃສ່ການເບິ່ງແຍງຄອບຄົວ, ລູກຜົວເປັນສ່ວນໃຫຍ່ ເພື່ອໃຫ້ຕົນກາຍເປັນເມຍ ແລະ ແມ່ທີ່ດີ ແຕ່ລືມຄິດວ່າ ສິ່ງສຳຄັນອີກຢ່າງໜຶ່ງແມ່ນການເບິ່ງແຍງຕົນເອງຊຶ່ງເປັນເລື່ອງທີ່ແມ່ຍິງບໍ່ຄວນເບິ່ງຂ້າມ. ສະນັ້ນ ແມ່ຍິງ ກໍຄວນສ້າງໃຫ້ຕົນເອງ ເປັນຄົນທີ່ງາມທັງຮູບຮ່າງ ແລະ ໜ້າຕາເຊັ່ນ: ເບິ່ງແຍງຕົນເອງໃນເລື່ອງການແຕ່ງຕົວ, ເຄື່ອງນຸ່ງຫົ່ມ, ໜ້າ, ຜົມ, ລວມທັງມີກິລິຍາມາລະຍາດທີ່ສຸພາບຮຽບຮ້ອຍ,ມີການຕິດຕໍ່ພົວພັນໃນສັງຄົມ ໃນທາງທີ່ຖືກຕ້ອງ, ເໝາະສົມ ແລະ ຮູ້ເຄົາລົບນັບຖື, ໃຫ້ກຽດຍາດພີ່ນ້ອງຂອງທັງສອງກຳ້ສອງຝ່າຍຢ່າງສະເໝີພາບກັນ.
  1. ມີເວລາ ແລະ ໃຫ້ຄວາມສຳຄັນກັບຄອບຄົວ: ປະຈຸບັນ ແມ່ຍິງຈຳນວນຫຼາຍມີອາຊີບ, ມີໜ້າທີ່ວຽກງານທີ່ແນ່ນອນ ເທົ່າທຽມກັບເພດຊາຍ ເພື່ອສ້າງໃຫ້ຄອບຄົວມີຢູ່ມີກິນ, ມີຊີວິດການເປັນຢູ່ທີ່ດີຂຶ້ນ. ເຖິງຢ່າງໃດກໍຕາມແມ່ຍິງເອງ ກໍບໍ່ຄວນເບິ່ງຂ້າມໃນການເຮັດໜ້າ ທີ່ເປັນແມ່ ແລະ ເມຍ ທີ່ດີໃນເວລາດຽວກັນ, ແມ່ຍິງຄວນມີເວລາໃນການເຮັດກິດ ຈະກຳຮ່ວມກັນກັບສະມາຊິກໃນຄອບ ຄົວ, ໃຫ້ຄຳປຶກສາ, ແນະນຳ ແລະ ໃຊ້ເວລາໃນການເປັນຜູ້ຮັບຟັງທີ່ດີ, ຫຼີກເວັ້ນ ການບັງຄັບໃຫ້ຄົນອື່ນເຮັດຕາມຄວາມຮູ້ສຶກຂອງຕົນເອງ ເພາະການກະທຳດັ່ງ ກ່າວຈະເຮັດໃຫ້ຄົນໃນຄອບຄົວບໍ່ກ້າສະ ແດງຄວາມຄິດຄວາມເຫັນ.

     ນອກຈາກບາງປັດໄຈທີ່ກ່າວມາ ຂ້າງເທິງແລ້ວ ສິ່ງສຳຄັນສະມາຊິກທຸກຄົນໃນຄອບຄົວກໍຕ້ອງ ພ້ອມພຽງກັນສ້າງ ສະຖາບັນຄອບຄົວໃຫ້ມີຄວາມອົບອຸ່ນ ຜາສຸກ ໂດຍສະເພາະຜູ້ເປັນຜົວກໍຄວນ ເອົາໃຈໃສ່ເຮັດໜ້າທີ່ເປັນຜູ້ນຳທີ່ດີຂອງຄອບຄົວ, ໜັກແໜ້ນ, ຊື່ສັດ, ຍຶດໝັ້ນໃນຄວາມຮັກຢ່າງສະເໝີຕົ້ນ ສະເໝີປາຍ, ຊ່ວຍເຫຼືອເບິ່ງແຍງກັນໃນຍາມທຸກ, ຍາມສຸກ, ມີຄວາມຖືກຕ້ອງປອງດອງ, ຕ້ອງຮູ້ຈັກຖະນຸຖະໜອມນຳ້ໃຈກັນ, ມີຄວາມເສຍສະຫຼະ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ລູກ ໄປພ້ອມກັບການເບິ່ງແຍງດ້ານເສດຖະກິດຂອງຄອບຄົວໃຫ້ຄອບຄົວມີຢູ່ມີກິນ ມີຊີວິດການເປັນຢູ່ດີຂຶ້ນ ກໍຈະເຮັດໃຫ້ຄອບຄົວມີຄວາມອົບອຸ່ນຜາສຸກ.

ໂດຍ: ພິລະຈັນ