Gallerys
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: Home
- ກົດເບິ່ງ: 1648
➡️ສສຍລ ຂໍສະແດງຄວາມເສຍໃຈ ແລະ ເປັນຫ່ວງເປັນໄຍ ນຳສະພາບໄພທຳມະຊາດນໍ້າຖ້ວມ ທີ່ເມືອງສະຫນາມໄຊ ແຂວງອັດຕະປື ອັນໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງພໍ່ແມ່ປະຊາຊົນ, ເອື້ອຍນ້ອງແມ່ຍິງ ແລະ ເດັກນ້ອຍ.
➡️ສສຍລ ໄດ້ຕິດຕາມຂ່າວດັ່ງກ່າວຢ່າງໃກ້ຊິດ.
➡️ສສຍລ ຂໍເຊີນຊວນ ສະມາຊິກເອື້ອຍນ້ອງແມ່ຍິງທຸກເພດໄວ ຮ່ວມສົ່ງກຳລັງໃຈ ແລະ ປະກອບສ່ວນວັດຖຸ ເພື່ອຊ່ວຍເຫລືອແບ່ງເບົາຄວາມທຸກໂສກ ແລະ ເສຍຫາຍໃນຄັ້ງນີ້.
➡️ສາມາດຕິດຕໍ່ໄດ້ທີ່ ຫ້ອງການ ສສຍລ
☎️021 316 253




- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: Home
- ກົດເບິ່ງ: 1892
ວັນທີ 24 ກໍລະກົດ 2018, ສຍ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63ປີ, ປາຖະກະຖາໂດຍ ທ່ານນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານ ສສຍລ, ເຂົ້າຮ່ວມໂດຍ ທ່ານ ນາງສິງຄຳ ຄົງສະຫວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງແຂວງວຽງຈັນ, ທ່ານນາງ ຈັນທະບູນ ໂພສາລາດ ປະທານ ສຍ ແຂວງວຽງຈັນ,ມີຄອບຄົວການນຳ,ແມ່ປ້າອາວຸໂສ, ພ້ອມດ້ວຍສະມາຊິກ ສຍ ອ້ອມຂ້າງແຂວງເຂົ້າຮ່ວມ 300 ກວ່າຄົນ.




