ວັນທີ 20 ກຸມພາ 2019 ສສຍລ ຮ່ວມກັບ ສຍ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານພັດທະນາແມ່ຍິງຂຶ້ນ ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລລິຫານງານ ສສຍລ ມີຕາງໜ້າຈາກຫ້ອງການ, ກົມ,ສູນ,ຄຊກມດ ຂອງ ສສຍລ ພ້ອມດ້ວຍສະມາຊິກ ສຍ ແຂວງ, ໜ່ວຍ ສຍ ພະແນກການອ້ອມຂ້າງແຂວງຫຼວງພະບາງ ເຂົ້າຮ່ວມ 88 ຄົນ ຊາຍ 2 ຄົນ. ໂອກາດດຽວກັນນີ້ ກໍໄດ້ມອບເງິນຊຸກຍູ້ວຽກງານປະເມີນຄອບຄົວ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດ 3 ສ້າງ ໃຫ້ ສຍ ແຂວງຫຼວງພະບາງ ຈໍານວນ 10,000,000 ກີບ ຕາງໜ້າຮັບໂດຍ ທ່ານນາງ ວຽນວິໄລ ດີລະພັນ ປະທານ ສຍ ແຂວງ.