ຄະນະປະທານສະຫະພັນແມ່ຍິງແຂວງຈຳປາສັກ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງຈຳປາສັກ.ໄດ້ຈັດຂະບວນການປະກອບສ່ວນຊ່ວຍເຫລືອຕ້ານໄພນ້ຳຖ້ວມເຊິ່ງການຊ່ວຍເຫລືອນັ້ນໄດ້ມາຈາກການລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມປະກອບສ່ວນຜູ້ລະເດັກລະເລັກລະນ້ອຍໃນການຕ້ານໄພພິບັດໃນຄັ້ງນີ້ ເຊັ່ນ: ວັດຖຸ,ເງິນເພື່ອປະກອບ
ສ່ວນລ້ຽງອາຫານໃຫ້ເອື້ອຍນ້ອງແມ່ຍິງທີ່ໄປແຍກເຄື່ອງຊ່ວຍເຫລືອທາງຄະນະໄພບິບັດຂັ້ນແຂວງໃນແຕ່ລະຈຸດເຊິ່ງກໍ່ໄດ້ໄປແຈກຢາຍອາຫານຢູ່ຈຸດວິທະຍາໄລຄູປາກເຊ, ມະຫາວິທະຍາໄລຈຳປາສັກ ແລະ ສາງສະບຽງອາຫານບ້ານຈັດສັນຫລັກ 7.


