ວັນທີ 12 ພຶດສະພາ 2022 ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມວຽກງານສະຫະພັນແມ່ຍິງ ໂດຍສະເພາະແມ່ນວຽກພັດທະນາແມ່ຍິງ ໃຫ້ພະນັກງານ-ລັດຖະກອນ ສູນກາງສະຫະພັນແມ່ຍິງລາວ ໂດຍການເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ມີບັນດາທ່ານຮອງປະທານ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການກອງເລຂາ ຄຊກມດ, ລັດວິສາຫະກິດຝ້າຍລາວ, ຄະນະພະແນກ ແລະ ວິຊາການ ຈາກບັນດາກົງຈັກຊ່ວຍວຽກ ສສຍລ ເຂົ້າຮ່ວມທັງໝົດ 78 ທ່ານ ຍິງ 69 ທ່ານ. ການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານ-ລັດຖະກອນ ສສຍລ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສະຫະພັນແມ່ຍິງ ເວົ້າລວມ ເວົ້າສະເພາະແມ່ນວຽກງານພັດທະນາແມ່ຍິງ ໃນການສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ສະໄໝທີ VIII ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍ ແລະ ສ້າງຄວາມເປັນເອກະພາບໃນການນໍາພາຊີ້ນໍາວຽກງານແມ່ຍິງຕໍ່ໄປ. ຊຸດຝຶກອົບຮົມຄັ້ງນີ້ດຳເນີນເປັນເວລາ 02 ວັນ.