138139140141

ການສ້າງສະຕິປັນຍາ (ໄອຄິວ) ແລະ ຝຶກຝົນທັກສະດ້ານອາລົມ (ອີຄິວ) ສິ່ງສຳຄັນແມ່ນພັດທະນາຄວາມຮູ້ຂອງເດັກໄປສູ່ຄວາມເຂົ້າໃຈຢ່າງໃກ້ຊິດ ໂດຍເນັ້ນໃຫ້ເຂົາເຈົ້າມີສ່ວນຮ່ວມໃນຂະບວນການຄົ້ນຄິດ, ຕິດຕາມ, ສັງເກດ, ຮຽນຮູ້ ແລະ ຕັດສິນໃຈຫຼາຍຂຶ້ນ.

       ເດັກນ້ອຍຊົນນະບົດໃນໄວຮຽນຮູ້ຢູ່ຊັ້ນປະຖົມ ສ່ວນຫຼາຍເປັນຊົນເຜົ່າມົ້ງ, ກຶມມຸ‚ ທີ່ບໍ່ເວົ້າພາສາລາວ, ຈະສົ່ງຄວາມຮູ້ແນວໃດໃນເມື່ອເດັກຍັງຂາດພື້ນຖານການສື່ສານທີ່ດີ ? ຜ່ານມາ ຄູຈະດຳເນີນຕາມຫຼັກສູດ ຄື: ກຳນົດຈຸດປະສົງ, ສົມທົບຫຼາຍກິດຈະກຳການຮຽນ-ການສອນ ໂດຍນຳໃຊ້ສື່ການແຕ່ງບົດສອນ ເປັັນຕົ້ນ: ຂັ້ນນຳ, ຂັ້ນສອນ, ຂັ້ນສະຫຼຸບ, ຂັ້ນວັດຜົນ ດ້ວຍການນຳພານັກຮຽນ

ເຮັດຕາມຫຼັກວິຊາຄູ 70% (ເອົາຄູເປັນສູນກາງ) ແຕ່ອີກ 30% (ພາກປະຕິບັດ ແມ່ນໃຫ້ນັກຮຽນມີສ່ວນຮ່ວມ) ຊຶ່ງເປີດທາງໄວ້ໃຫ້ຄູ ປະດິດສ້າງຕື່ມŽນັ້ນຄູສ່ວນຫຼາຍຍັງບໍ່ທັນມີເວລາທຸ້ມເທໃຫ້ກັບນັກຮຽນຢ່າງຈິງຈັງ ບັນຫາຫຍຸ້ງຍາກກໍຄື: ຄູບໍ່ສາມາດເບິ່ງແຍງນັກຮຽນແບບໃກ້ຊິດ-ທົ່ວເຖິງ ເພາະບາງຫ້ອງມີນັກຮຽນເຖິງ 75 ຄົນ. ອີກອັນໜຶ່ງ ຄູຕ້ອງແລ່ນນຳປາກທ້ອງ ແລະ ໂຄງການຫຼັກສູດ ສອນໃຫ້ຈົບຕາມຄາດໝາຍສູ້ຊົນທີ່ວາງໄວ້. ນີ້ຄືບັນຫາຕັ້ງຂຶ້ນ ທີ່ມີລັກສະນະຄ້າຍຄືການສອນລູກໃນຄອບຄົວ ທີ່ພໍ່ແມ່ເມົາມົວນຳທຸລະກິດ

ເງິນຄຳ ແລະ ບໍ່ມີເວລາໃຫ້ລູກ.

       ຄູ ຈັນສະໝອນ ຫົວໜ້າຫ້ອງການອະນຸບານ-ປະຖົມ ສ້າງຄູບ້ານເກີນ ມີຄຳເຫັນວ່າ: ຄູ ບໍ່ຄວນສອນແບບແລ່ນນຳຫຼັກສູດຕ້ອງເນັ້ນເຕັກນິກຫຼາຍໆ ໃຫ້ນັກຮຽນໄດ້ມີໂອກາດສົ່ງເສີມສະຕິປັນຍາ ມີຄວາມຮູ້, ອ່ານອອກຂຽນເປັນ ບໍ່ແມ່ນສອນເພື່ອຈົບຫຼັກສູດຊື່ໆŽ ເພິ່ນເນັ້ນວ່າ: ການສ້າງອາລົມແຫ່ງການຮຽນຮູ້ໃຫ້ເດັກ ແມ່ນປັດໄຈພື້ນຖານໃນຄຸນນະພາບການສຶກສາຊັ້ນປະຖົມ ຄືສອນ

ໃຫ້ນັກຮຽນສະຫຼາດເຂົ້າໃຈງ່າຍ, ໃກ້ຊິດ, ຄົ້ນຄິດເອງໄດ້, ມີວິໄສທັດ, ຮູ້ຕິດຕາມສັງເກດ, ຄິດເກັ່ງ ແກ້ໄຂບັນຫາເປັນŽ ຊຶ່ງຄູຕ້ອງທຸ້ມເທ,ເສຍສະຫຼະ ແລະ ມີເວລາໃຫ້ເດັກຫຼາຍໆ.

       ໂຈດໃຫຍ່ທີ່ເຊື່ອງຊ້ອນຢູ່ໃນຄຸນນະພາບການສຶກສາເຂດຊົນເຜົ່າກໍຄື: ຄູ ແລະ ນັກຮຽນບໍ່ສາມາດສື່ສານ ແລະ ສ້າງຄວາມເຂົ້າໃຈທີ່ກ້າວໄປສູ່ການຄົ້ນຄິດ, ໝູນໃຊ້ໃນຊີວິດປະຈຳວັນ ຈົນເກີດອາລົມແຫ່ງການຮຽນຮູ້ ສິ່ງທີ່ເຫັນງ່າຍໆກໍແມ່ນ ການນຳໃຊ້ເຕັກນິກໃກ້ຕົວ ເພື່ອສົ່ງເສີມການຮຽນຮ່ວມລະຫວ່າງຄູ ແລະ ນັກຮຽນດ້ວຍກັນຍັງມີໜ້ອຍ ຄູສອນໄປຕາມມີຕາມເກີດ ຄູບໍ່ສົນໃຈພັດ

ທະນາການທີ່ດີຂອງເດັກ ເຊິ່ງເປັນອຸປະສັກສຳຄັນທີ່ກີດກັ້ນໄອຄິວ. ການສອນນັກຮຽນໃນ ຫ້ອງ ກໍຄືການສອນລູກໃນຄອບຄົວ ພໍ່ແມ່(ຄູ) ຜູ້ມີສ່ວນຮັບຜິດຊອບ ຕ້ອງມີຄວາມຮັກໃນອາຊີບ, ມີເປົ້າໝາຍຊັດເຈນ, ມີຈຸດປະສົງລະອຽດ, ຮູ້ວາງແຜນ, ໃຊ້ຫຼາຍກິດຈະກຳປະສານສົມທົບ ແລະ ມີວິທີການສິດສອນສົ່ງຄວາມຮູ້ທີ່ດີ. ຄູ ຈັນສະໝອນ ໄດ້ແລກປ່ຽນເລື່ອງຄວາມສະຫຼາດ ທີ່ເກີດຈາກການສະສົມທາງສະຕິປັນຍາ ຫຼື ກະຕຸ້ນອາລົມການຮຽນຮູ້ ຈາກການດຳລົງຊີວິດຕົວຈິງ ຄື: ຝຶກທັກສະການອ່ານ ແລະ ການຟັງ ຕົວຢ່າງ: ສອນພະຍັນຊະນະ ຍ ຢŽ ຍຸງ, ຍ່າງ, ຍູ້; ຢາ, ຢືນ, ຢຸດ, ກ່ອນອື່ນຄູຕ້ອງຍົກເອົາເຫດການຕົວຈິງທີ່ສຳຜັດໄດ້ມາສົນທະນາຢ່າງໃກ້ຊິດ ຍ່າງເຮັດຈັ່ງໃດ? (ຈັບກຸ່ມນັກຮຽນພາກັນຍ່າງຢູ່ໃນຫ້ອງ), ເວລາເມື່ອຍກໍຕ້ອງຢຸດ ແລະ ຢືນຢູ່ກັບທີ່; ຍູ້ ເດແມ່ນແນວໃດ ? ເວລາໝູ່ບໍ່ຍ່າງເຮົາກໍຕ້ອງຍູ້ ແລະ ອື່ນໆ‚(ສະແດງຕົວຈິງ) ນັກຮຽນເຄີຍເຫັນຍຸງບໍ່ ? ເຄີຍກິນຢາບໍ່? ເຮັດຕິດພັນກັບຊີວິດຕົວຈິງ ໂດຍໃຫ້ນັກຮຽນລົມກັນກ່ອນ ຄຽງຄູ່ກັບການພາເຂົ້າໄປໃນຫ້ອງສະໝຸດ, ນຳໃຊ້ມູມອ່ານ, ຂໍ້ມູນຢູ່ຄອມພິວເຕີ ຫຼື ລົງຕົວຈິງຢູ່ສວນຜັກ ໃນນີ້ຕ້ອງນຳໃຊ້ນັກຮຽນທີ່ມີໄອຄິວໄວ ຫຼື ສະຕິປັນຍາດີ ເປັນສູນກາງປະຕິບັດ ເພື່ອຊຸກຍູ້ອາລົມເດັກໃຫ້ເກີດມີຄວາມມ່ວນຊື່ນກັບການຮຽນຮູ້ (ຢາກຮຽນແທ້ໆ) ແລ້ວຈຶ່ງກ້ຽວເຂົ້າມາຫາບົດຮຽນ (ຫຼັກການທີ່ມີ) ຈາກນັ້ນ ກໍຄ່ອຍໆກ້າວເຂົ້າສູ່ເນື້ອໃນບົດຮຽນຕົວຈິງ.

       ວິທີແກ້ໄຂກໍຄື ຕ້ອງໄດ້ຄົ້ນຄິດວິທີການໃໝ່ໆ ຫຼາກຫຼາຍ ໜ້າສົນໃຈ ເພື່ອໃຫ້ນັກຮຽນໄດ້ຮັບປະສົບການຮຽນຮູ້ທີ່ດີໆຈາກສິ່ງໃກ້ຕົວ, ຜ່ານມາມີອົງການສາກົນ ໄດ້ມາຊ່ວຍສ້າງຫ້ອງສະໝຸດ, ມູມອ່ານ, ສວນຄົວຂອງໂຮງຮຽນ, ຫ້ອງຄອມພິວເຕີ, ອຸປະກອນທີ່ປະດິດເອງໄດ້ງ່າຍໆ‚ ເຊິ່ງໃກ້ຊິດສອດຄ່ອງກັບຊີວິດປະຈຳວັນ ແຕ່ມີຫຼາຍຫ້ອງຍັງບໍ່ທັນໄດ້ນຳໃຊ້ສິ່ງທີ່ມີໃຫ້ເກີດປະໂຫຍດ ຫຼື ໝົດຄວາມ

ສາມາດທີ່ມີຢູ່ ພຽງເຫດຜົນງ່າຍໆບໍ່ມີເວລາ, ນັກຮຽນບໍ່ສົນໃຈ‚ແລ້ວ ເຮັດແນວໃດ ? ເດັກຈະເກີດຄວາມສົນໃຈຈົນກ້າວໄປສູ່ການພັດທະນາຄວາມສະຫຼາດ.

       ອຈ ແກ້ວເພັດ ພູມພອນ ຊ່ຽວຊານ ທັງເປັນຜູ້ຄົ້ນຄວ້າວິໄຈ ເຕັກນິກການສິດສອນແບບໃໝ່ໃນການສົ່ງເສີມໃຫ້ເດັກໄດ້ຮຽນຮູ້ຫຼາຍຂຶ້ນ ມີຄວາມເຫັນວ່າ: ຄວາມຈິງ ຖ້າເຮົາປະຕິບັດຕາມຫຼັກສູດ ຄື: ກຳນົດຈຸດປະສົງ, ສົມທົບຫຼາຍກິດຈະກຳການຮຽນ-ການສອນ ເປັນຕົ້ນ: ຂັ້ນນຳ-ຂັ້ນສອນ, ຂັ້ນສະຫຼຸບ, ຂັ້ນວັດຜົນ ໂດຍການນຳໃຊ້ສື່ການສອນອັນຫຼາກຫຼາຍທີ່ເຮົາມີແລ້ວ ບວກກັບການຄົ້ນຄິດປະດິດສ້າງຈາກທ່າແຮງບົ່ມຊ້ອນ ກໍຄືວັດຖຸໃກ້ຕົວທີ່ຊອກຫາໄດ້ໃນຊີວິດປະຈຳວັນ ແລະ ມີການຕິດຕາມປະເມີນຜົນຢ່າງໃກ້ຊິດຕິດແທດ,ຖືກຕາມເຕັກນິກ ພ້ອມທັງມີການປະດິດສ້າງຕື່ມ ປະມານ 30 % ທຸກຢ່າງກໍຈະອອກມາດີ.ຄວາມສະຫຼາດ ແມ່ນເກີດຈາກສະຕິປັນຍາຂອງ ຄູ (ພໍ່ແມ່) ທີ່ເຂົ້າໃຈ ແລະ ສາມາດດຶງເອົາການມີສ່ວນຮ່ວມຂອງເດັກໃຫ້

ອອກມານຳໃຊ້ໄດ້ຫຼາຍທີ່ສຸດ.

                                                                                                                                                                                                                                                                             ໂດຍ: ມືຊ້າຍ