ບົດພັດທະນາ

146147148149

ແມ່ຍິງແຂວງຊຽງຂວາງເຄີຍມີມູນເຊື້ອພິລະອາດຫານປະກອບສ່ວນໃນການຕໍ່ສູ້ກູ້ຊາດ ດ້ວຍຄວາມເກັ່ງກ້າສາມາດ, ເດັດດ່ຽວໜຽວແໜ້ນບໍ່ຍອມຈໍານົນ ຈົນໄດ້ສົມຍານາມທີ່ສ່ອງແສງຜ່ານຫຼາຍບົດເພງວ່າ: ສາວຊຽງຂວາງທັງງາມທັງເກັ່ງŽ. ສະນັ້ນ, ເພື່ອຮັກສາມູນເຊື້ອທີ່ດີງາມດັ່ງກ່າວ ຄະນະພັກ ຄະນະນໍາແຂວງຊຽງຂວາງຍາມໃດກໍໄດ້ເອົາໃຈໃສ່ໃນການຍົກສູງບົດບາດຍິງ-ຊາຍເປັນສິ່ງສໍາຄັນໃນການປະຕິບັດວຽກງານແຕ່ລະດ້ານ. ດັ່ງການໃຫ້ສໍາພາດຂອງ ທ່ານນາງ ອຸເທນ ມາສີຊົນໄຊ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນແຂວງ ຊຽງຂວາງ ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບ ການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ຄັ້ງທີ II ທີ່ສູນກາງສະຫະພັນແມ່ຍິງລາວຈັດຂຶ້ນ ບາງຕອນທ່ານກ່າວວ່າ:

       ຄະນະພັກ ຄະນະນໍາແຕ່ລະຂັ້ນ ຂອງແຂວງ ຍາມໃດກໍໄດ້ຍຶດໝັ້ນຕາມແນວທາງ, ແຜນນະໂຍບາຍຂອງພັກ-ລັດ ຕະຫຼອດມາ. ໂດຍສະເພາະການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ຊຶ່ງປະຈຸບັນແມ່ນອີງໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ,ອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VIII ຂອງລັດຖະບານ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ

ແຂວງ. ຍ້ອນເຫັນໄດ້ບົດບາດຂອງແມ່ຍິງແຕ່ລະຂັ້ນ ທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາຂອງຕົນເຂົ້າໃນໜ້າທີ່ວຽກງານອັນສໍາຄັນຂອງພັກ-ລັດ ກໍຄື ວຽກງານອັນສໍາຄັນຂອງແຂວງ. ດັ່ງນັ້ນ, ຄະນະພັກ ຄະນະນໍາແຂວງຈຶ່ງໄດ້ສົມທົບກັບພະແນກການອ້ອມຂ້າງ, ຄະນະນໍາຂັ້ນເມືອງໃນການກໍານົດແຜນສ້າງພະນັກງານນໍາພາເພດຍິງ ໂດຍມີຄະນະຈັດຕັ້ງແຂວງເປັນໃຈກາງໃຫ້ແກ່ຄະນະພັກ

ຄະນະນໍາແຂວງ ແລະ ຄະນະຈັດຕັ້ງເມືອງເປັນໃຈກາງໃນການສ້າງພະນັກງານນໍາພາ-ຄຸ້້ມຄອງເພດຍິງ ຈຶ່ງເຮັດໃຫ້ຈໍານວນແມ່ຍິງທີ່ບັນຈຸເຂົ້າໃນຕໍາແໜ່ງນໍາພາຕັດສິນບັນຫາແຕ່ລະຂັ້ນເພີ່ມຂຶ້ນ ເຊັ່ນ: ຄະນະປະຈໍາພັກແຂວງ ມີແມ່ຍິງ ກວມ 33,3%, ກໍາມະການພັກແຂວງກວມ 9, 67%, ຄະນະພັກເມືອງທັງ 7 ເມືອງ ມີແມ່ຍິງ ກວມ 8,14%. ນອກນີ້ ຍັງມີແມ່ຍິງທີ່ເປັນເລຂາ, ຮອງເລຂາຄະນະພັກ, ຄະນະ

ພັກຮາກຖານອ້ອມຂ້າງແຂວງ, ເມືອງ ກວມ 8,9%, ແມ່ຍິງທີ່ເປັນເລຂາ, ຮອງເລາຂາພັກບ້ານ ແລະ ຄະນະພັກບ້ານກວມ 15,4%.

       ສໍາລັບສາຍລັດປົກຄອງກໍມີແມ່ຍິງໃນຕໍາແໜ່ງນໍາພາຕັດສິນບັນຫາເພີ່ມຂຶ້ນ ໂດຍສະເພາະ ຜູ້ທີ່ເປັນຫົວໜ້າ, ຮອງຫົວໜ້າ ຢູ່ພະແນກການອ້ອມຂ້າງແຂວງ ກວມ 10,16%, ເປັນຫົວໜ້າຫ້ອງການ, ຫົວໜ້າ, ຮອງຫົວໜ້າຂະແໜງຢູ່ຂັ້ນເມືອງ ກວມ 31,13%, ແມ່ຍິງທີ່ເປັນນາຍບ້ານ, ຮອງນາຍບ້ານ ກວມ 15,78%. ສໍາລັບສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 8 ແຂວງ ຊຽງຂວາງ

ມີແມ່ຍິງ ກວມ 33,33% ແລະ ເປັນສະມາຊິກສະພາປະຊາຊົນທ້ອງຖິ່ນແຂວງ ກວມ 23,52% ຖ້າທຽບໃສ່ສະໄໝທີ VII ຜ່ານມາເຫັນວ່າ ມີຈໍານວນແມ່ຍິງເພີ່ມຂຶ້ນ. ສ່ວນຢູ່ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ກວມ 10% ຂຶ້ນໄປ. ຖືວ່າໄລຍະປີ 2015-2017 ມີແມ່ຍິງບັນຈຸເຂົ້າໃນຕໍາແໜ່ງນໍາພາສູງຂຶ້ນŽ.

       ຄຽງຄູ່ກັນນີ້ ຄະນະພັກ ຄະນະນໍາແຕ່ລະຂັ້ນພາຍໃນແຂວງໄດ້ຊຸກຍູ້ສົ່ງເສີມໃຫ້ແມ່ຍິງ ໄດ້ຍົກລະດັບຄວາມຮູ້ຄວາມສາມາດດ້ານທິດສະດີການເມືອງ-ການປົກຄອງຊັ້ນກາງພາຍໃນແຂວງເປັນປົກກະຕິ ໂດຍໄດ້ຈັດມາແລ້ວ 13 ຊຸດ ແລະ ກຽມເປີດຊຸດທີ 14;ສໍາລັບ ປີ 2015 ເປັນຕົ້ນມາ ລະບົບຕໍ່ເນື່ອງກໍໄດ້ເປີດແລ້ວ 2 ຊຸດ ໂດຍມີເອື້ອຍນ້ອງແມ່ຍິງຈາກບັນດາເມືອງ, ພະແນກການອ້ອມຂ້າງ

ແຂວງ ແລະ ຂັ້ນບ້ານເຂົ້າຮ່ວມ. ນອກນີ້ຍັງໄດ້ຈັດຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດໃຫ້ເອື້ອຍນ້ອງແມ່ຍິງ ຂັ້ນບ້ານກ່ຽວກັບການພັດທະນາຊີວິດການເປັນຢູ່ຂອງຄອບຄົວ.

       ທ່ານນາງ ອຸເທນ ມາສີຊົນໄຊ ຍັງໄດ້ໃຫ້ຂໍ້ຄິດຕື່ມວ່າ: ສໍາລັບຢູ່ແຂວງຊຽງຂວາງ ຍາມໃດກໍໄດ້ເອົາໃຈໃສ່ໃນການສ້າງພະນັກງານເພດຍິງ ແລະ ຈະສືບຕໍ່ເອົາໃຈໃສ່ໃນການປຸກລະດົມຍົກລະດັບຄວາມຮູ້ ຄວາມສາມາດໃຫ້ເອື້ອຍນ້ອງແມ່ຍິງຕາມແນວທາງຂອງພັກ-ລັດ ວາງອອກແຕ່ລະໄລຍະ, ສ້າງໂອກາດໃຫ້ເອື້ອຍນ້ອງແມ່ຍິງໄດ້ມີບົດບາດໃນສັງຄົມເພີ່ມຂຶ້ນເລື້ອຍໆ; ເມື່ອພັກ-ລັດໃຫ້ຄວາມ

ສໍາຄັນຕໍ່ການຍົກລະດັບແມ່ຍິງແລ້ວ ແມ່ຍິງກໍຕ້ອງໄດ້ເອົາໃຈໃສ່ພັດທະນາຕົນເອງ, ພັດທະນາຄອບຄົວ ແລະ ພັດທະນາການຈັດຕັ້ງໃຫ້ມີຄວາມກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ພິເສດ ເພດຊາຍກໍຕ້ອງໄດ້ອຸ້ມຊູຊ່ວຍເຫຼືອແມ່ຍິງໂດຍສະເພາະຫົວໜ່ວຍຄອບຄົວ ຍິ່ງຈະຕ້ອງໃຫ້ຄວາມສໍາຄັນໃນການຊຸກຍູ້ສົ່ງເສີມແມ່ຍິງໄດ້ພັດທະນາຕົນເອງ ແລະ ປະກອບສ່ວນໃນວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ໄດ້ຢ່າງເຕັມເມັດເຕັມໜ່ວຍŽ.

                                                                                                                                                                                                                                                                     ໂດຍ: ອິນດາວອນ

138139140141

ການສ້າງສະຕິປັນຍາ (ໄອຄິວ) ແລະ ຝຶກຝົນທັກສະດ້ານອາລົມ (ອີຄິວ) ສິ່ງສຳຄັນແມ່ນພັດທະນາຄວາມຮູ້ຂອງເດັກໄປສູ່ຄວາມເຂົ້າໃຈຢ່າງໃກ້ຊິດ ໂດຍເນັ້ນໃຫ້ເຂົາເຈົ້າມີສ່ວນຮ່ວມໃນຂະບວນການຄົ້ນຄິດ, ຕິດຕາມ, ສັງເກດ, ຮຽນຮູ້ ແລະ ຕັດສິນໃຈຫຼາຍຂຶ້ນ.

       ເດັກນ້ອຍຊົນນະບົດໃນໄວຮຽນຮູ້ຢູ່ຊັ້ນປະຖົມ ສ່ວນຫຼາຍເປັນຊົນເຜົ່າມົ້ງ, ກຶມມຸ‚ ທີ່ບໍ່ເວົ້າພາສາລາວ, ຈະສົ່ງຄວາມຮູ້ແນວໃດໃນເມື່ອເດັກຍັງຂາດພື້ນຖານການສື່ສານທີ່ດີ ? ຜ່ານມາ ຄູຈະດຳເນີນຕາມຫຼັກສູດ ຄື: ກຳນົດຈຸດປະສົງ, ສົມທົບຫຼາຍກິດຈະກຳການຮຽນ-ການສອນ ໂດຍນຳໃຊ້ສື່ການແຕ່ງບົດສອນ ເປັັນຕົ້ນ: ຂັ້ນນຳ, ຂັ້ນສອນ, ຂັ້ນສະຫຼຸບ, ຂັ້ນວັດຜົນ ດ້ວຍການນຳພານັກຮຽນ

ເຮັດຕາມຫຼັກວິຊາຄູ 70% (ເອົາຄູເປັນສູນກາງ) ແຕ່ອີກ 30% (ພາກປະຕິບັດ ແມ່ນໃຫ້ນັກຮຽນມີສ່ວນຮ່ວມ) ຊຶ່ງເປີດທາງໄວ້ໃຫ້ຄູ ປະດິດສ້າງຕື່ມŽນັ້ນຄູສ່ວນຫຼາຍຍັງບໍ່ທັນມີເວລາທຸ້ມເທໃຫ້ກັບນັກຮຽນຢ່າງຈິງຈັງ ບັນຫາຫຍຸ້ງຍາກກໍຄື: ຄູບໍ່ສາມາດເບິ່ງແຍງນັກຮຽນແບບໃກ້ຊິດ-ທົ່ວເຖິງ ເພາະບາງຫ້ອງມີນັກຮຽນເຖິງ 75 ຄົນ. ອີກອັນໜຶ່ງ ຄູຕ້ອງແລ່ນນຳປາກທ້ອງ ແລະ ໂຄງການຫຼັກສູດ ສອນໃຫ້ຈົບຕາມຄາດໝາຍສູ້ຊົນທີ່ວາງໄວ້. ນີ້ຄືບັນຫາຕັ້ງຂຶ້ນ ທີ່ມີລັກສະນະຄ້າຍຄືການສອນລູກໃນຄອບຄົວ ທີ່ພໍ່ແມ່ເມົາມົວນຳທຸລະກິດ

ເງິນຄຳ ແລະ ບໍ່ມີເວລາໃຫ້ລູກ.

       ຄູ ຈັນສະໝອນ ຫົວໜ້າຫ້ອງການອະນຸບານ-ປະຖົມ ສ້າງຄູບ້ານເກີນ ມີຄຳເຫັນວ່າ: ຄູ ບໍ່ຄວນສອນແບບແລ່ນນຳຫຼັກສູດຕ້ອງເນັ້ນເຕັກນິກຫຼາຍໆ ໃຫ້ນັກຮຽນໄດ້ມີໂອກາດສົ່ງເສີມສະຕິປັນຍາ ມີຄວາມຮູ້, ອ່ານອອກຂຽນເປັນ ບໍ່ແມ່ນສອນເພື່ອຈົບຫຼັກສູດຊື່ໆŽ ເພິ່ນເນັ້ນວ່າ: ການສ້າງອາລົມແຫ່ງການຮຽນຮູ້ໃຫ້ເດັກ ແມ່ນປັດໄຈພື້ນຖານໃນຄຸນນະພາບການສຶກສາຊັ້ນປະຖົມ ຄືສອນ

ໃຫ້ນັກຮຽນສະຫຼາດເຂົ້າໃຈງ່າຍ, ໃກ້ຊິດ, ຄົ້ນຄິດເອງໄດ້, ມີວິໄສທັດ, ຮູ້ຕິດຕາມສັງເກດ, ຄິດເກັ່ງ ແກ້ໄຂບັນຫາເປັນŽ ຊຶ່ງຄູຕ້ອງທຸ້ມເທ,ເສຍສະຫຼະ ແລະ ມີເວລາໃຫ້ເດັກຫຼາຍໆ.

       ໂຈດໃຫຍ່ທີ່ເຊື່ອງຊ້ອນຢູ່ໃນຄຸນນະພາບການສຶກສາເຂດຊົນເຜົ່າກໍຄື: ຄູ ແລະ ນັກຮຽນບໍ່ສາມາດສື່ສານ ແລະ ສ້າງຄວາມເຂົ້າໃຈທີ່ກ້າວໄປສູ່ການຄົ້ນຄິດ, ໝູນໃຊ້ໃນຊີວິດປະຈຳວັນ ຈົນເກີດອາລົມແຫ່ງການຮຽນຮູ້ ສິ່ງທີ່ເຫັນງ່າຍໆກໍແມ່ນ ການນຳໃຊ້ເຕັກນິກໃກ້ຕົວ ເພື່ອສົ່ງເສີມການຮຽນຮ່ວມລະຫວ່າງຄູ ແລະ ນັກຮຽນດ້ວຍກັນຍັງມີໜ້ອຍ ຄູສອນໄປຕາມມີຕາມເກີດ ຄູບໍ່ສົນໃຈພັດ

ທະນາການທີ່ດີຂອງເດັກ ເຊິ່ງເປັນອຸປະສັກສຳຄັນທີ່ກີດກັ້ນໄອຄິວ. ການສອນນັກຮຽນໃນ ຫ້ອງ ກໍຄືການສອນລູກໃນຄອບຄົວ ພໍ່ແມ່(ຄູ) ຜູ້ມີສ່ວນຮັບຜິດຊອບ ຕ້ອງມີຄວາມຮັກໃນອາຊີບ, ມີເປົ້າໝາຍຊັດເຈນ, ມີຈຸດປະສົງລະອຽດ, ຮູ້ວາງແຜນ, ໃຊ້ຫຼາຍກິດຈະກຳປະສານສົມທົບ ແລະ ມີວິທີການສິດສອນສົ່ງຄວາມຮູ້ທີ່ດີ. ຄູ ຈັນສະໝອນ ໄດ້ແລກປ່ຽນເລື່ອງຄວາມສະຫຼາດ ທີ່ເກີດຈາກການສະສົມທາງສະຕິປັນຍາ ຫຼື ກະຕຸ້ນອາລົມການຮຽນຮູ້ ຈາກການດຳລົງຊີວິດຕົວຈິງ ຄື: ຝຶກທັກສະການອ່ານ ແລະ ການຟັງ ຕົວຢ່າງ: ສອນພະຍັນຊະນະ ຍ ຢŽ ຍຸງ, ຍ່າງ, ຍູ້; ຢາ, ຢືນ, ຢຸດ, ກ່ອນອື່ນຄູຕ້ອງຍົກເອົາເຫດການຕົວຈິງທີ່ສຳຜັດໄດ້ມາສົນທະນາຢ່າງໃກ້ຊິດ ຍ່າງເຮັດຈັ່ງໃດ? (ຈັບກຸ່ມນັກຮຽນພາກັນຍ່າງຢູ່ໃນຫ້ອງ), ເວລາເມື່ອຍກໍຕ້ອງຢຸດ ແລະ ຢືນຢູ່ກັບທີ່; ຍູ້ ເດແມ່ນແນວໃດ ? ເວລາໝູ່ບໍ່ຍ່າງເຮົາກໍຕ້ອງຍູ້ ແລະ ອື່ນໆ‚(ສະແດງຕົວຈິງ) ນັກຮຽນເຄີຍເຫັນຍຸງບໍ່ ? ເຄີຍກິນຢາບໍ່? ເຮັດຕິດພັນກັບຊີວິດຕົວຈິງ ໂດຍໃຫ້ນັກຮຽນລົມກັນກ່ອນ ຄຽງຄູ່ກັບການພາເຂົ້າໄປໃນຫ້ອງສະໝຸດ, ນຳໃຊ້ມູມອ່ານ, ຂໍ້ມູນຢູ່ຄອມພິວເຕີ ຫຼື ລົງຕົວຈິງຢູ່ສວນຜັກ ໃນນີ້ຕ້ອງນຳໃຊ້ນັກຮຽນທີ່ມີໄອຄິວໄວ ຫຼື ສະຕິປັນຍາດີ ເປັນສູນກາງປະຕິບັດ ເພື່ອຊຸກຍູ້ອາລົມເດັກໃຫ້ເກີດມີຄວາມມ່ວນຊື່ນກັບການຮຽນຮູ້ (ຢາກຮຽນແທ້ໆ) ແລ້ວຈຶ່ງກ້ຽວເຂົ້າມາຫາບົດຮຽນ (ຫຼັກການທີ່ມີ) ຈາກນັ້ນ ກໍຄ່ອຍໆກ້າວເຂົ້າສູ່ເນື້ອໃນບົດຮຽນຕົວຈິງ.

       ວິທີແກ້ໄຂກໍຄື ຕ້ອງໄດ້ຄົ້ນຄິດວິທີການໃໝ່ໆ ຫຼາກຫຼາຍ ໜ້າສົນໃຈ ເພື່ອໃຫ້ນັກຮຽນໄດ້ຮັບປະສົບການຮຽນຮູ້ທີ່ດີໆຈາກສິ່ງໃກ້ຕົວ, ຜ່ານມາມີອົງການສາກົນ ໄດ້ມາຊ່ວຍສ້າງຫ້ອງສະໝຸດ, ມູມອ່ານ, ສວນຄົວຂອງໂຮງຮຽນ, ຫ້ອງຄອມພິວເຕີ, ອຸປະກອນທີ່ປະດິດເອງໄດ້ງ່າຍໆ‚ ເຊິ່ງໃກ້ຊິດສອດຄ່ອງກັບຊີວິດປະຈຳວັນ ແຕ່ມີຫຼາຍຫ້ອງຍັງບໍ່ທັນໄດ້ນຳໃຊ້ສິ່ງທີ່ມີໃຫ້ເກີດປະໂຫຍດ ຫຼື ໝົດຄວາມ

ສາມາດທີ່ມີຢູ່ ພຽງເຫດຜົນງ່າຍໆບໍ່ມີເວລາ, ນັກຮຽນບໍ່ສົນໃຈ‚ແລ້ວ ເຮັດແນວໃດ ? ເດັກຈະເກີດຄວາມສົນໃຈຈົນກ້າວໄປສູ່ການພັດທະນາຄວາມສະຫຼາດ.

       ອຈ ແກ້ວເພັດ ພູມພອນ ຊ່ຽວຊານ ທັງເປັນຜູ້ຄົ້ນຄວ້າວິໄຈ ເຕັກນິກການສິດສອນແບບໃໝ່ໃນການສົ່ງເສີມໃຫ້ເດັກໄດ້ຮຽນຮູ້ຫຼາຍຂຶ້ນ ມີຄວາມເຫັນວ່າ: ຄວາມຈິງ ຖ້າເຮົາປະຕິບັດຕາມຫຼັກສູດ ຄື: ກຳນົດຈຸດປະສົງ, ສົມທົບຫຼາຍກິດຈະກຳການຮຽນ-ການສອນ ເປັນຕົ້ນ: ຂັ້ນນຳ-ຂັ້ນສອນ, ຂັ້ນສະຫຼຸບ, ຂັ້ນວັດຜົນ ໂດຍການນຳໃຊ້ສື່ການສອນອັນຫຼາກຫຼາຍທີ່ເຮົາມີແລ້ວ ບວກກັບການຄົ້ນຄິດປະດິດສ້າງຈາກທ່າແຮງບົ່ມຊ້ອນ ກໍຄືວັດຖຸໃກ້ຕົວທີ່ຊອກຫາໄດ້ໃນຊີວິດປະຈຳວັນ ແລະ ມີການຕິດຕາມປະເມີນຜົນຢ່າງໃກ້ຊິດຕິດແທດ,ຖືກຕາມເຕັກນິກ ພ້ອມທັງມີການປະດິດສ້າງຕື່ມ ປະມານ 30 % ທຸກຢ່າງກໍຈະອອກມາດີ.ຄວາມສະຫຼາດ ແມ່ນເກີດຈາກສະຕິປັນຍາຂອງ ຄູ (ພໍ່ແມ່) ທີ່ເຂົ້າໃຈ ແລະ ສາມາດດຶງເອົາການມີສ່ວນຮ່ວມຂອງເດັກໃຫ້

ອອກມານຳໃຊ້ໄດ້ຫຼາຍທີ່ສຸດ.

                                                                                                                                                                                                                                                                             ໂດຍ: ມືຊ້າຍ

113

ສິ່ງທີ່ແມ່ຍິງຄວນເອົາໃຈໃສ່ພັດທະນາຕົນເອງ ເພື່ອຕອບສະໜອງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ນອກຈາກການຍົກລະດັບຄວາມຮູ້ ຄວາມສາ ມາດຂອງຕົນໃນດ້ານວິຊາການ, ດ້ານທິດສະດີການເມືອງແລ້ວ ແມ່ຍິງເຮົາຍັງຕ້ອງ ໄດ້ຍົກລະດັບຄວາມຮູ້ຮອບຕົວ ເປັນຕົ້ນ ດ້ານພາສາຕ່າງປະເທດ, ດ້ານໄອທີ (ເຕັກ

ໂນໂລຊີຂໍ້ມູນຂ່າວສານ) ເພາະປັດຈຸບັນແມ່ນຍຸກຂໍ້ມູນຂ່າວສານທີ່ນັບມື້ນັບທັນສະໄໝ ແລະ ກ້າວໜ້າ. ຖ້າພວກເຮົາຫາກຮູ້ ແລະ ມີຄວາມສາມາດນຳໃຊ້ໄອທີໄດ້ຢ່າງ ຖືກຕ້ອງເໝາະສົມ ພວກເຮົາກໍຈະຮູ້ຂໍ້ມູນຂ່າວສານຫຼາຍຂຶ້ນ ເພື່ອເປັນປະໂຫຍດນຳໃຊ້ເຂົ້າໃນວຽກງານ ຫຼື ການດຳລົງຊີວິດປະຈຳວັນ, ວຽກງານໃນຄອບຄົວກໍຈະສະດວກ ຂຶ້ນ ຕົວຢ່າງການຈ່າຍເງິນຄ່ານ້ຳ, ຄ່າໄຟຟ້າ ພວກເຮົາສາມາດໃຊ້ຜ່ານລະບົບໄອທີ ຊຶ່ງເປັນການຫຼຸດຜ່ອນເວລາໃນການເດີນທາງໄປຈ່າຍດ້ວຍຕົນເອງ.Ž ນີ້ແມ່ນບາງຕອນ ການໃຫ້ສຳພາດ ຂອງທ່ານນາງ ເພັດສະໝອນ ແສງເມືອງ ກຳມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊສົມບູນ.

          ທ່ານໃຫ້ຂໍ້ມູນຕື່ມວ່າ: ສະເພາະແຂວງໄຊສົມບູນ, ຄະນະພັກ ຄະນະນຳຂັ້ນແຂວງຖືສຳ ຄັນຕໍ່ວຽກງານກໍ່ສ້າງພັກ-ພະນັກງານ ເພາະພະນັກງານເປັນຂອດ ຕັດສິນຜົນໄດ້ຜົນເສຍຂອງວຽກງານ ໂດຍໄດ້ໃຫ້ການໃກ້ຊິດຕິດແທດຕໍ່ຂະແໜງການກ່ຽວຂ້ອງ, ກໍຄືຄະນະພັກ ຄະນະນຳຂັ້ນເມືອງ ໃນການບັນຈຸສັບຊ້ອນພະນັກງານ ເຂົ້າໃນຂະແໜງການຕ່າງໆ ໂດຍສະເພາະແມ່ນໃຫ້ມີເພດຍິງບັນຈຸເຂົ້ານຳ; ໄດ້ຄົ້ນຄວ້າຜູ້ທີ່ມີມາດຖານເງື່ອນໄຂໄດ້ບັນຈຸເຂົ້າໃນຕຳແໜ່ງນຳພາ-ຕັດສິນບັນຫາຂັ້ນ ຕ່າງໆ ຂອງບັນດາຂະແໜງການສະແດງອອກ ປັດຈຸບັນມີເພດຍິງທີ່ເປັນຄະນະບໍລິຫານງານພັກແຂວງ 2 ສະຫາຍ, ຄະນະປະຈຳສະພາປະຊາຊົນຂັ້ນ ແຂວງ 2 ທ່ານ,

ຫົວໜ້າພະແນກ 2 ທ່ານ, ຫົວໜ້າຂະແໜງ 13 ທ່ານ, ຮອງຫົວໜ້າຂະແໜງ 6 ທ່ານ, ຄະນະບໍລິຫານງານພັກເມືອງ 5 ສະຫາຍ, ນາຍບ້ານ 2 ທ່ານ ແລະ ຮອງນາຍບ້ານ 24 ທ່ານ.

          ຖ້າທຽບໃສ່ຈຳນວນພະນັກງານທີ່ເປັນຂັ້ນນຳເພດຊາຍແລ້ວ ແມ່ຍິງຖືວ່າ ຍັງກວມຈຳນວນໜ້ອຍ ແຕ່ເຫັນໄດ້ວ່າ: ນີ້ແມ່ນຄວາມເອົາໃຈໃສ່ແຕ່ຫົວທີ ແລະ ເຫັນໄດ້ບົດບາດສຳຄັນຂອງພະນັກງານເພດຍິງຂອງການນຳຂັ້ນເມືອງ, ຂັ້ນແຂວງ ຂອງໄຊສົມບູນ ໄປຄຽງຄູ່ກັບການຊຸກຍູ້ສົ່ງເສີມ ແລະ ໃຫ້ໂອກາດພະນັກງານເພດຍິງໄດ້ ໄປຍົກລະດັບວິຊາສະເພາະ, ທິດສະ ດີການເມືອງ ທີ່ສະແດງໃຫ້ເຫັນວ່າ: ແຕ່ ລະຂະແໜງການເຖິງວ່າ ຈະຂາດເຂີນພະ ນັກງານ ແຕ່ເມື່ອມີທຶນໄປຮໍ່າຮຽນ ຫຼື ຍົກ ລະດັບ ກໍຈະໃຫ້ໂອກາດແກ່ແມ່ຍິງໄດ້ເຂົ້າຮ່ວມຕາມເງື່ອນໄຂຕົວຈິງ.

          ທ່ານນາງ ເພັດສະໝອນ ກ່າວ ຕື່ມວ່າ: ພະນັກງານການນຳທີ່ເປັນເພດຍິງມີຈຸດດີ ແລະ ຈຸດຄົງຄ້າງທີ່ແຕກຕ່າງຈາກການນຳເພດຊາຍ ດ້ວຍເງື່ອນໄຂ ຫຼື ທຳມະຊາດທີ່ເກີດມາ ແຕ່ໃນນີ້ ຂໍຍົກໃຫ້ເຫັນດ້ານດີຂອງການນຳເພດຍິງ ຊຶ່ງເປັນ ຜູ້ທີ່ມີມານະຈິດອົດທົນ, ເປັນຄົນລະອຽດ ອ່ອນ, ມີລະບຽບວິໄນ, ອ່ອນນ້ອມຖ່ອມ ຕົນ, ບຸກບືນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຕົນໄດ້ຮັບມອບໝາຍ ແລະ ເອົາໃຈໃສ່ຕໍ່ຄອບຄົວ ລູກ-ຜົວ. ສຳ ລັບຈຸດຄົງຄ້າງແມ່ນຍັງຂາດຄວາມກ້າ ຫານ, ກ້າສະແດງອອກ, ການປະກອບຄຳ ຄິດເຫັນຍັງຈຳກັດ, ນອກຈາກນີ້ ຄວາມແຂງ ແກ່ນທາງດ້ານຈິດໃຈ ຖ້າທຽບໃສ່ເພດຊາຍ ແມ່ຍິງເຮົາຖືວ່າຍັງມີໜ້ອຍກວ່າ.

          ສິ່ງສຳຄັນໜຶ່ງທີ່ແມ່ຍິງຕ້ອງໄດ້ ເອົາໃຈໃສ່ແມ່ນການໃຫ້ເວລາ ແລະ ຮູ້ ແບ່ງເວລາສຳລັບຕົນເອງ ໄດ້ອອກກຳລັງ ກາຍຢ່າງສະໝ່ຳສະເໝີ ເພື່ອໃຫ້ມີສຸຂະພາບ ຮ່າງກາຍທີ່ແຂງແຮງ, ສຸຂະພາບຈິດ ທີ່ສົດຊື່ນແຈ່ມໃສ ແລະ ແຂງແກ່ນ ພ້ອມທີ່ຈະປະຕິບັດວຽກງານຕ່າງໆບໍ່ວ່າງ່າຍ ຫຼື ຍາກພຽງໃດ ກໍເຮັດໃຫ້ສຳເລັດຜົນ.

                                                                                                                                                                                                                                                                        ໂດຍ: ສີວິໄລ

110

ເພື່ອສົ່ງເສີມການຝຶກອົບຮົມວິຊາຊີບໃຫ້ເອື້ອຍນ້ອງແມ່ຍິງຜູ້ທຸກຍາກ, ດ້ອຍໂອກາດ ແລະ ຜູ້ທີ່ຕ້ອງການມີວິຊາອາຊີບ ພ້ອມທັງພັດທະນາສີມືແຮງງານໃຫ້ແມ່ ຍິງນໍາໄປປະກອບອາຊີບໃນການດໍາລົງຊີວິດປະຈຳວັນ ໂດຍສະເພາະການ ສ້າງລາຍຮັບມາສູ່ຄອບຄົວ ກໍຄືສັງຄົມ ໃຫ້ໄດ້ຮັບການພັດທະນາຂຶ້ນ. ສູນອົບຮົມ (ສສຍລ) ຮ່ວມກັບກະຊວງສະເໝີພາບບົດບາດຍິງ-ຊາຍ ແລະ ຄອບຄົວ ຂອງ ສ. ເກົາ ຫຼີ ໄດ້ຈັດຝຶກອົບຮົມວິຊາຊີບຕັດຫຍິບ, ເສີມສວຍ ແລະ ປຸງແຕ່ງອາຫານໃຫ້ແມ່ ຍິງຜູ້ທີ່ດ້ອຍໂອກາດຈາກບັນດາແຂວງ ໃນທົ່ວປະເທດ ຈຳນວນ 58 ຄົນ; ໃນນີ້, ແມ່ຍິງດ້ອຍໂອກາດທີ່ໄດ້ຮັບທຶນຈາກກະຊວງສະເໝີພາບຍິງ-ຊາຍ ອລະ ຄອບຄົວ ສ.ເກົາຫຼີ ມີ 50 ຄົນ ແລະ ລົງທະບຽນຮຽນ ເອງ 8 ຄົນ. ເຂົ້າຝຶກອົບຮົມໃນຂະແໜງເສີມ ສວຍ ມີ 19 ຄົນ, ປຸງແຕ່ງ 11 ຄົນ ແລະ ຕັດ ຫຍິບ 20 ຄົນ.

          ໃນພິທີ ທ່ານນາງ ລາວັນ ສຸດທິສານ ຫົວໜ້າສູນອົບຮົມແມ່ຍິງລາວ ກ່າວວ່າ: ການຝຶກອົບຮົມແຕ່ລະຂະແໜງ ນອກ ຈາກຮຽນທິດສະດີແລ້ວ ຍັງໄດ້ລົງຝຶກປະ ຕິບັດຕົວຈິງ ແລະ ແລກປ່ຽນບົດຮຽນຈາກ ບັນດາຮ້ານທີ່ມີຊື່ສຽງໃນນະຄອນຫຼວງ ວຽງຈັນ. ນັກຮຽນທຸກຄົນໄດ້ເອົາໃຈໃສ່ຮໍ່າ ຮຽນຢ່າງຕັ້ງໜ້າ ຊຶ່ງສັງເກດເຫັນໄດ້ ຈາກຜົນງານທີ່ສາມາດປະຕິບັດຕົວຈິງໄດ້ ເປັນຕົ້ນ: ຂະແໜງຕັດຫຍິບ ຕັດເສື້ອໄດ້ 230 ຜືນ, ຕັດສິ້ນໄດ້ 174 ຜືນ;ຂະແໜງເສີມສວຍລົງຝຶກງານຢູ່ຮ້ານເສີມ ສວຍໄດ້ 2 ຄັ້ງ ສາມາດດັດຜົມໄດ້ 51 ຫົວ, ສະຜົມໄດ້ 86 ຫົວ ແລະ ສອຍຜົມໄດ້ 56 ຫົວ, ຕັດໜັງທາເລັບໄດ້ 108 ເທື່ອຄົນ, ສ່ວນຂະແໜງປຸງແຕ່ງ ແມ່ນໄດ້ລົງຝຶກຕົວຈິງຢູ່ ໂຮງແຮມດອນຈັນພາເລດ ໄດ້ຊ່ວຍວຽກໃນຫ້ອງຄົວ, ຫ້ອງອາຫານ, ຫ້ອງຈັດງານລ້ຽງ, ຫ້ອງຊັກ-ລີດ ແລະ ຍັງໄດ້ຊ່ວຍປຸງແຕ່ງອາຫານໃຫ້ແຂກ.

          ເພື່ອຢັ້ງຢືນເຖິງຜົນສໍາເລັດ ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ໄດ້ມອບໃບຢັ້ງຢືນໃຫ້ນັກຮຽນ 58 ຄົນ ທີ່ສຳເລັດການຝຶກອົບ ຮົມ.

          ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນເປັນເວລາ 03 ເດືອນ ຊຶ່ງເລີ່ມແຕ່ ວັນທີ 11 ກັນຍາ ແລະ ໄດ້ສໍາເລັດໃນວັນທີ 30 ພະຈິກ 2017 ທີ່ສູນອົບຮົມແມ່ຍິງ ລາວ.

          ໂອກາດດຽວກັນນີ້ ສສຍລ ຮ່ວມກັບກະຊວງສະເໝີພາບບົດບາດ ຍິງ-ຊາຍ ແລະ ຄອບຄົວ ສ.ເກົາຫຼີ ໄດ້ເປີດກອງປະຊຸມທົບທວນທ້າຍໂຄງການສ້າງຄວາມ ເຂັ້ມ ແຂງໃຫ້ສູນ ອົບຮົມແມ່ຍິງລາວ ໃນການສ້າງຄວາມສາມາດດ້ານວິຊາຊີບສຳລັບແມ່ຍິງ ໂດຍການເປັນປະທານຂອງ ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະ ນະບໍລິຫານງານ ສສຍລ, ມີທ່ານ ຢົງ ຊິກ ຊອຍ (Yong Shik Choi) ຫົວໜ້າກົມພົວພັນຮ່ວມມືຕ່າງປະເທດກະຊວງສະເໝີພາບບົດບາດຍິງ-ຊາຍ ແລະ ຄອບຄົວ ສ.ເກົາຫຼີ, ທ່ານນາງ ມີ ຊ໊ອກ ປາກ (Mi Suk Park) ປະທານມູນ ນິທິຄອບຄົວ ແລະ ແມ່ຍິງສາກົນ ພ້ອມດ້ວຍຕາງໜ້າຈາກຫ້ອງການ, ກົມ, ສູນ, ກອງເລຂາ ຄຊກມດ ແລະ ບໍລິສັດລັດວິສາຫະກິດຝ້າຍລາວເຂົ້າຮ່ວມ.

                                                                                                                                                                                                                                                                   ໂດຍ: ອິນດາວອນ

     

94

ທ່ານນາງ ອິດມະນີ ຈັນທະຄູນ ຮອງປະທານສະພາປະຊາຊົນ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີກ່າວວ່າ:

ສສຊ ພາຍໃນແຂວງໄດ້ເອົາໃຈໃສ່ນຳເອົາມະຕິຂອງກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງໄປຜັນຂະຫຍາຍ ແລະ ເຜີຍ ແຜ່ໃຫ້ແຕ່ລະບ້ານໄດ້ຮັບຮູ້ ເຂົ້າໃຈ ຊຶ່ງ ໄລຍະຜ່ານມາໄດ້ລົງຮາກຖານກວມກວ່າເຄິ່ງ ໜຶ່ງຂອງບ້ານທັງໝົດ, ເພື່ອລົງຕິດ ຕາມສະພາບຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນກັບປະຊາຊົນ ຊຶ່ງເຂົາເຈົ້າໄດ້ຮຽກຮ້ອງ ໃຫ້ມີການຊ່ວຍເຫຼືອໃນດ້ານຕ່າງໆເປັນຕົ້ນການພັດທະນາພື້ນຖານໂຄງລ່າງ ເຊັ່ນ:ໄຟຟ້າ, ນໍ້າກິນ, ນໍ້າໃຊ້, ຖະໜົນຫົນທາງການຊອກຕະຫຼາດ ເພື່ອຈຳໜ່າຍສິນຄ້າ ກໍຄືຜົນຜະລິດຂອງປະຊາຊົນ. ນອກຈາກ ນີ້ ພາຍໃນແຂວງໄດ້ສຸມໃສ່ການ ສ້າງຕາ ຝັ່ງກັນເຈື່ອນຢູ່ເຂດ ເມືອງແກ່ນທ້າວ ແລະ ເມືອງບໍ່ແຕນ ເພື່ອປ້ອງກັນດິນປູກ ຝັງຂອງປະຊາຊົນທີ່ຢູ່ແຄມນໍ້າ ແລະ ຈະ ໄດ້ສືບຕໍ່ລົງເຄື່ອນໄຫວຮາກຖານບ້ານເພື່ອເກັບກຳຂໍ້ສະເໜີຈາກ ພໍ່ແມ່ປະຊາຊົນ ແລະ ນຳໄປສະເໜີຂັ້ນເທິງໃຫ້ໄດ້ຮັບການປັບປຸງແກ້ໄຂດີຂຶ້ນເທື່ອລະກ້າວ.

95

ທ່ານນາງ ບົວວັນ ທຳມະວົງ ສສຊ ປະຈຳເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ຮອງປະທານສະພາປະຊາຊົນ ແຂວງ ໃຫ້ຮູ້ວ່າ: ບັນຫາທີ່ປະຊາຊົນ ກໍຄື ແມ່ຍິງລາວບັນດາເຜົ່າໃນເຂດຊົນນະບົດ ຫ່າງໄກສອກຫຼີກໃຫ້ຄວາມສົນໃຈ ແມ່ນ ບັນຫາຖະໜົນຫົນທາງມີຄວາມຫຍຸ້ງ ຍາກ, ເດັກນ້ອຍໃນເກນອາຍຸເຂົ້າຮຽນຊັ້ນ ອະນຸບານ ຍັງບໍ່ໄດ້ເຂົ້າຮຽນເນື່ອງຈາກບໍ່ມີ ອາຄານ, ສະຖານທີ່ ເພື່ອຮອງຮັບ ຈຳນວນເດັກດັ່ງກ່າວ, ນອກຈາກນີ້ ໂຮງ ຮຽນຊັ້ນປະຖົມ ກໍບໍ່ພຽງພໍທີ່ຈະຕອບສະໜອງ ໄດ້ຕາມຈຳນວນນັກຮຽນທີ່ມີຕົວຈິງ, ພ້ອມດຽວກັນນີ້ ໃນຂົງເຂດສາທາລະນະສຸກແມ່ນບັນຫາອຸປະກອນການແພດ, ແພດໝໍ ທີ່ຈະໄປປະຈຳຢູ່ຕາມສຸກສາລາ ຍັງບໍ່ທັນພຽງພໍ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ການ ຝຶກອົບຮົມ ທາງດ້ານວິຊາການ ປູກຝັງ, ລ້ຽງສັດ, ຫັດຖະກຳ ແລະ ອື່ນໆ ແລະ ຄວາມຕ້ອງການທາງດ້ານທຶນຮອນທີ່ນຳໃຊ້ເຂົ້າໃນ ການພັດທະນາກິດຈະກຳຂອງເອື້ອຍນ້ອງແມ່ຍິງໃຫ້ກາຍເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ກັບຄອບຄົວ. ຄໍາ ສະເໜີຂອງ ປະຊາຊົນທີ່ສະເໜີມາ ໄດ້ນຳໄປສະເໜີຕໍ່ຂະແໜງການ, ອົງການທີ່ກ່ຽວຂ້ອງພິຈາລະນາ ແລະ ແກ້ໄຂ. ພິເສດ 1 ປີ ຜ່ານມາ ສສຊ ແລະ ສສຂ ເພດຍິງ ໄດ້ ຊອກຫາການຊ່ວຍເຫຼືອທາງດ້ານທຶນ ຮອນຈາກລັດຖະບານ ແລະ ອົງການຈັດຕັ້ງສາກົນ ເພື່ອມາກໍ່ສ້າງໂຮງຮຽນອະນຸບານໃນເຂດຊົນນະບົດ ໄດ້ 2 ແຫ່ງ, ໂຮງຮຽນປະຖົມ ໄດ້ 2 ແຫ່ງ ແລະ ຊ່ວຍທຶນສົມທົບ ສ້ອມແປງນ້ຳລິນ ແລະ ໂຮງຮຽນ ໃຫ້ປະຊາຊົນ ຊຶ່ງລວມມູນຄ່າການຊ່ວຍເຫຼືອຜ່ານມາ ຈໍານວນ 600 ກວ່າລ້ານກີບ.

96

ທ່ານນາງ ຂັນກາບ ໄຊຍະກຸມມານ ຄະນະປະຈຳສະພາປະຊາຊົນ ເຂດ ເລືອກຕັ້ງທີ 18 ແຂວງໄຊສົມບູນ ໃຫ້ຮູ້ວ່າ:ແຂວງໄຊສົມບູນເປັນແຂວງຕັ້ງໃໝ່ສິ່ງ ອຳນວຍຄວາມສະດວກຕ່າງໆຍັງບໍ່ພຽງພໍ ຈຶ່ງມີຄວາມຫຍຸ້ງຍາກໃນການປະຕິບັດວຽກງານ, ໄລຍະຜ່ານມາ ໂດຍພາຍໃຕ້ ການຊີ້ນຳ ນຳພາຂອງຄະນະພັກຄະນະນຳແຂວງ ໄດ້ພ້ອມກັນສຸມໃສ່ພັດທະນາແຂວງໃນທຸກດ້ານ, ສສຊ ໄດ້ເອົາໃຈໃສ່ລົງແກ້ໄຂບັນຫາທີ່ເກີດຂຶ້ນກັບປະຊາຊົນເປັນຕົ້ນ ຜົນກະທົບຈາກການຂຸດຄົ້ນບໍ່ ຄຳພູເບ້ຍມາຍນິ້ງ, ເຂື່ອນໄຟຟ້ານໍ້າງຽບ 1, ເຂື່ອນນໍ້າໄຜ່‚ ພ້ອມນີ້ກໍໄດ້ເປັນເຈົ້າການກະກຽມເນື້ອໃນ ເພື່ອເປີດກອງປະ ຊຸມ ເປັນຕົ້ນ ບົດສະຫຼຸບແຜນພັດທະນາເສດຖະກິດຂອງແຂວງ, ນິຕິກຳລຸ່ມກົດ ໝາຍຈຳນວນໜຶ່ງ ເຊັ່ນ: ການຊົດເຊີຍຜົນ ກະທົບໂຄງການລົງທຶນຂອງລັດ ແລະ ການຄຸ້ມຄອງແຄມນໍ້າຈັ້ງ ທີ່ເປັນສາຍ ນໍ້າສຳຄັນຂອງແຂວງ. ຄຽງຄູ່ກັນນີ້ ສສຊ ເພດຍິງໄດ້ຮ່ວມກັບ ສຍ ແຂວງ ເພື່ອຊ່ວຍ ເຫຼືອເອື້ອຍນ້ອງແມ່ຍິງໃຫ້ໄດ້ຮັບການພັດທະນາ ຍ້ອນເປັນແຂວງພູດອຍ, ຫ່າງ ໄກສອກຫຼີກ ປະຊາຊົນທີ່ອາໄສຢູ່ສ່ວນຫຼາຍເປັນຊົນເຜົ່າທີ່ມີຄວາມສາມາດແຕກຕ່າງກັນ ຊຶ່ງຈະໄດ້ສຸມໃສ່ຊ່ວຍເຫຼືອທາງ ດ້ານ ທຶນຮອນໃນການຕໍ່າຫູກທໍໄໝ, ຫຍິບປັກ ຖັກແສ່ວ, ການຫາຕະຫຼາດ ເພື່ອຈຳໜ່າຍ ສິນຄ້າ ແລະ ການນຳເອົາເຕັກ ນິກວິຊາການທີ່ທັນສະໄໝເຂົ້າຊ່ວຍເຫຼືອເຂົາເຈົ້າ ໃຫ້ມີຄວາມທັນສະໄໝຂຶ້ນ.

    

97

ທ່ານ ພຸດ ສິມມາລາວົງ ສສຊ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ຜ່ານການລົງພົບປະ ແລກປ່ຽນຄຳຄິດຄຳເຫັນກັບພໍ່ແມ່ປະຊາຊົນ ກໍຄືບັນດາພະນັກງານຢູ່ສູນກາງພາຍໃນເຂດເລືອກຕັ້ງຂອງຕົນໃນໄລຍະ ຜ່ານ ມາເຫັນໄດ້ວ່າ ສິ່ງທີ່ປະຊາຊົນເປັນຫ່ວງ ເປັນໃຍ, ໃຫ້ຄວາມສົນໃຈ ແລະ ຍົກຂຶ້ນ ແລກປ່ຽນສົນທະນາກັນຫຼາຍເປັນພິເສດ ນັ້ນແມ່ນບັນຫາການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນບັນຫາຢາເສບຕິດ, ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍ ໃນສັງຄົມ, ບັນຫາການສັນຈອນ, ຖະໜົນຫົນທາງທີ່ມີການເປ່ເພ, ມີຂີ້ຝຸ່ນ ເຮັດໃຫ້ ການເດີນທາງບໍ່ສະດວກສະບາຍ ແລະ ບັນຫາສິ່ງແວດລ້ອມ ເຊັ່ນ:ການຮັກສາສະພາບແວດລ້ອມທາງທຳມະຊາດ, ສັງ ຄົມ ແລະ ບັນຫາຂີ້ເຫຍື້ອ. ຕໍ່ກັບບັນຫາ ດັ່ງກ່າວ ກໍໄດ້ນຳສະເໜີຫາພາກສ່ວນກ່ຽວ ຂ້ອງເພື່ອພິຈາລະນາແກ້ໄຂ.