
ການກິນອາຫານທີ່ມີສ່ວນຕໍ່ຕ້ານຮອຍແຫ່ວແຫ້ງຂອງຜິວ
ໜັງ ສ່ວນຫຼາຍແມ່ນໄດ້ຈາກທໍາມະຊາດ ໂດຍສະເພາະການເລືອກ
ກິນຜັກ, ໝາກໄມ້ ແລະ ອາຫານເສີມທີ່ມີສ່ວນປະສົມຂອງສານຕ້ານ
ຄວາມຊະລາຈຶ່ງເປັນທາງເລືອກຂອງຄົນທີ່ມັກສວຍມັກງາມ ແລະ ທີ່
ສໍາຄັນສາມາດເຮັດໄດ້ດ້ວຍຕົນເອງ.
- ວິຕາມິນ ບີ3 (Vitamin B3) ເປັນວິຕາມິນທີ່ຮ່າງກາຍ
ສັງເຄາະໄດ້ຊ່ວຍບໍາລຸງສະໝອງ ແລະ ປະສາດ, ຮັກສາສຸຂະພາບ
ຂອງຜິວໜັງ, ລີ້ນ ແລະ ຈຸລັງຂອງລະບົບຍ່ອຍອາຫານ, ຊ່ວຍຫຼຸດລະ
ດັບໄຂມັນໃນເລືອດ ມີໃນອາຫານທົ່ວໄປ, ໄດ້ຈາກສັດ ແລະ ພືດ ຄື:
ຊີ້ນ, ປາ, ຖົ່ວ, ເຂົ້າ, ເຄື່ອງໃນສັດ, ມັນຝຣັ່ງ, ທັນຍາພືດ, ນໍ້ານົມ, ໄຂ່,
ຜັກ ແລະ ໝາກໄມ້.
- ວິຕາມິນ ເອ (Vitamin A) ເປັນສານຕ້ານອະນຸມູນອິດ
ສະຫຼະ ຊຶ່ງຈະຊ່ວຍປ້ອງກັນການເສື່ອມອາຍຸຂອງຜິວໜັງໃຫ້ຊ້າລົງ,
ສ້ອມແຊມຜິວໜັງທີ່ເສຍໄປ, ນອກຈາກນີ້ຍັງຊ່ວຍປ້ອງກັນພະຍາດ
ມະເຮັງ ຊຶ່ງສານດັ່ງກ່າວມີຢູ່ໃນແຫຼ່ງອາຫານປະເພດ: ໄຂ່, ນົມ, ເນີຍ,
ປາແຊວມ້ອນ, ຜັກໃບຂຽວເຊັ່ນ: ບຣ໊ອກໂຄລີ (ກະລໍ່າປີດອກສີຂຽວ),
ໝາກຫຸ່ງ, ໝາກແຕງແຄນຕາລຸບ, ໝາກເຫຼ່ນ ແລະ ໝາກອຶ.
- ວິຕາມິນ ບີ (Vitamin B) ເປັນສານຊ່ວຍຜະລິດພະລັງ
ງານພາຍໃນຈຸລັງຮ່າງກາຍເຊັ່ນ: ວິຕາມິນ B2 ຊ່ວຍສ້ອມແຊມສ່ວນ
ທີ່ເສື່ອມໂຊມ, ວິຕາມິນ B3 ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ, ວິ
ຕາມິນ B12 ຊ່ວຍໃນການແບ່ງຈຸລັງ, ວິຕາມິນ B9 ຊ່ວຍໃນການແບ່ງ
ແລະ ຂະຫຍາຍໂຕຂອງຈຸລັງ. ນອກຈາກນີ້ ກົດໂຟລິກຍັງຊ່ວຍໃນ
ການສ້າງເມັດເລືອດແດງ ແຫຼ່ງອາຫານທີ່ພົບຫຼາຍທີ່ສຸດຄື: ບຣ໊ອກ
ໂຄລີ, ມັນຝຣັ່ງ, ເຫັດ, ຫົວກາລົດ, ໝາກເຫຼ່ນ, ກະລໍ່າປີ, ຜັກຂົມ, ກ້ວຍ,
ແອບເປີ້ນ, ໝາກເຂືອ, ຜັກໃນກຸ່ມທີ່ມີລົດຊາດສົ້ມ, ໄຂ່, ຊີ້ນໄກ່, ຊີ້ນ
ປາແຊວມ້ອນ ແລະ ປາທູ.
- ວິຕາມິນ ຊີ (Vitamin C) ເປັນສານອາຫານສໍາຄັນທີ່
ຊ່ວຍໃນການສັງເຄາະ ແລະ ຊ່ວຍກະຕຸ້ນການສ້າງຄໍລາເຈນ, ຊ່ວຍ
ຕ້ານອະນຸມູນອິດສະຫຼະ ຊຶ່ງຊ່ວຍຫຼຸດຜ່ອນການເສື່ອມສະພາບຂອງຈຸ
ລັງ ແລະ ຊ່ວຍຕ້ານການເກີດຮອຍແຫ່ວແຫ້ງເທິງຜິວໜັງໄດ້ຢ່າງມີ
ປະສິດທິພາບ.
ການໃສ່ໃຈໃນເລື່ອງເລັກໆນ້ອຍໆແຕ່ສະໝໍ່າສະເໝີ ຖືວ່າ
ເປັນເຄັດລັບຄວາມງາມທີ່ເວົ້າງ່າຍແຕ່ເຮັດຍາກ ແຕ່ເຊື່ອວ່າ ຖ້າເຮົາ
ມີຄວາມຕັ້ງໃຈ ກໍສາມາດສ້າງສັນຕົນເອງໃຫ້ສວຍງາມເບິ່ງຄືອ່ອນ
ກວ່າໄວໄດ້ໂດຍບໍ່ຕ້ອງເພິ່ງການສັນຍະກໍາ.
ສັງລວມໂດຍ: ແອລາຍ
ຂໍ້ມູນຈາກ: www.sanook.com/women